ຕາມແນວຄິດໂຕເອງ ຢູ່ບ້ານເຮົາອາດຈະພາກັນຢ້ານຫລາຍໂພດບໍ?

ຕາມແນວຄິດໂຕເອງ ຢູ່ບ້ານເຮົາອາດຈະພາກັນຢ້ານຫລາຍໂພດບໍ? ມີແຕ່ຄວາມຢ້ານກໍເຮັດໃຫ້ຄົນບໍ່ສະບາຍໃຈໄດ້. ແນ່ນອນການປ້ອງກັນແມ່ນສໍາຄັນໃນເມື່ອການສັກຢາບ້ານເຮົາຍັງບໍ່ທົ່ວເຖິງກັນ. ໂຊກດີທີ່ສະພາບບ້ານເຮົາແຕກຕ່າງຫລາຍຈາກຕ່າງປະເທດ ເປັນຕົ້ນບໍ່ແອອັດກັນຫລາຍ. ການແຜ່ເຊື່ອສາມາດປ້ອງກັນໄດ້ ຖ້າທຸກຄົນເອົາໃຈໃສ່ ແລະ ເປັນເຈົ້າການໃນການປ້ອງກັນຕົວເອງ ແລະ ລັດຕ້ອງສ້າງເງື່ອນໄຂໃຫ້ຄົນສາມາດປ້ອງກັນຕົນເອງໄດ້ ເຊັ່ນຜ້າອັດປາກອັດດັງທີ່ເຊື່ອຖືໄດ້. ຕົວຢ່າງໃນເຢັຍລະມັນ ໃນເບື້ອງຕົ້ນລັດໄດ້ແຈກຢາຍຟີ ຜ່ານທາງໄປສະນີສົ່ງໃຫ້ ທຸກຄົນທີ່ມີອາຍຸນັບແຕ່ຫົກສິບປີຂຶ້ນໄປ ຕໍ່ມາລາຄາບໍ່ແພງທີ່ທຸກຄົນສາມາດຊື້ໄດ້ໃນຮ້າງຮ້ານຕ່າງໆ.
ບັນຫາຕົ້ນຕໍໃນການຕ້ານຄວາມຢ້ານ ແມ່ນຊ່ວຍອະທິບາຍໃຫ້ຄົນທົ່ວໄປເຂົ້າໃຈວ່າ ການຕິດເຊື້ອມັນເກີດຂຶ້ນໄດ້ແນວໃດກັນແທ້? ແຕ່ລະຄົນ ຈະຕ້ອງເຮັດຫຍັງ? ເພື່ອບໍ່ໃຫ້ຕິດເຊື້ອ ແລະ ບໍ່ນໍາເຊື້ອໄປແຜ່ໃສ່ຜູ້ອື່ນ ກໍຄືຍາດຕິພີ້ນ້ອງຂອງຕົນເອງ.
ເປັນທີ່ຮູ້ດີກັນວ່າ ການຕິດເຊື້ອໃນບ້ານເຮົາແມ່ນເກີດຂຶ້ນໃນການພົບປະຊຸມແຊວ ຮ່ວມສົ່ງສະການ ແລະ ອື່່ນໆ ແບບບໍ່ມີການປ້ອງກັນຕົວຢ່າງຖືກຕ້ອງ.
ອັນທີ່ຮັບປະກັນແມ່ນ
ຖ້າໃຊ້ຜ້າອັດປາກອັດດັງ ແລະ ຢູ່ຫ່າງກັນ ລ້າງມືລ້າງຫນ້າ ເຊື້ອມັນຕິດບໍ່ໄດ້.
ດັ່ງນັ້ນທຸກຄົນຕ້ອງປະຕິບັດ ຖ້າອອກຈາກບ້ານໄປບ່ອນຊື້ຂາຍຕ້ອງໃສ່ຜ້າອັດປາກອັດດັງ ຕ້ອງຢູ່ຫ່າງກັນ ສອງແມດຂຶ້ນໄປ. ໃນບ່ອນຊື້ບ່ອນຂາຍ ເຈົ້າຂອງຮ້ານຕ້ອງເປັນເຈົ້າການ ໃຜບໍ່ປະຕິບັດບໍໃຫ້ເຂົ້າຮ້ານ ໃນຮ້ານມີຂີດເສັ້ນໃຫ້ຢືນຫ່າງກັນ. ຖ້າຮ້ານໃດບໍ່ປະຕິບັດຕ້ອງຮັບຮູ້ວ່າ ຫາກມີການກວດພົບຮ້ານນັ້ນຕ້ອງຖືກປັບໃຫມແລະສັ່ງປິດ ເຂັ່ງຄັດເຊັ່ນນີ້ຈຶ່ງຈະຮັບປະກັນ.
ການສັກຢາທີ່ມີຕ້ອງໃຫ້ຖືກຢຸດເລັ່ງ ແລະ ປ້ອງກັນໃຫ້ຖືກຢຸດ ເຊັ່ນການກັກຫ້າມກວດກັນຕາມທ້ອງຖະຫນົນເຮັດໃຫ້ລົດແອອັດ ບໍ່ແມ່ນຈຸດເລັ່ງໃນການປ້ອງກັນການແຜ່ເຊື້ອ ເພາະການຕິດເຊື້ອບໍ່ເກີດຂຶ້ນໃນການຂີ່ລົດເທິງຖະຫນົນເພາະມັນກໍຢູ່ຫ່າງກັນແລ້ວ. ຕົ້ນຕໍແມ່ນສະຖານທີ່ທີ່ຄົນໄປພົບກັນ ຄື ການຊຸມແຊວ ການຊື້ຂາຍ ການພົບປະ ທີ່ເປັນບ່ອນຈະແຜ່ເຊື້ອ ດັ່ງນັ້ນລັດຄວນເນັ້ນຫນັກການປ້ອງກັນກວດກາຢູ່ແຫ່ງນັ້ນຫນັກຂຶ້ນ ຫລື ຈໍາເປັນຕ້ອງຫ້າມ.
ສໍາຄັນບັນຫາມີຢູ່ວ່າຈະສາມາດໂຫຍະຍານກັນໄດ້ເຫມາະສົມແນວໃດ? ເພື່ອບໍ່ໃຫ້ການດໍາລົງຊີວິດຂອງຄົນໃນສັງຄົມ ກໍຄື ວຽກງານທຸລະກິດ ການຊື້ການຂາຍຖືກຢຸດສະງັກໃນທົ່ວປະເທດ ຍ້ອນການກັກຫ້າມລອກດາວຕໍ່ໄປ.
ເວົ້າເຖິງເລື້ອງສັກຢາເຂັ້ມທີ່ສາມຢູ່ເຢັຍລະມັນ ເຂົາກໍເວົ້າເຖິງແຕ່ບໍ່ແມ່ນຄວາມຈໍາເປັນໂດຍທົ່ວໄປ ປະຊາຊົນເຢັຍລະມັນຈໍານວນຫລວງຫລາຍຍັງບໍ່ສັກຢາແລະຕ້ານການສັກຢາ ໂດຍເຫັນໄດ້ໃນສະຖິຕິ ມາເຖິງປະຈຸບັນມີ ຈໍານວນ65% ໄດ້ສັກຢາແບບສົມບູນແລ້ວສອງເຂັ້ມ ຈະໃຫ້ມີຄົນສະມັກສັກເພີ້ມຂຶ້ນບັງດໍາເນີນໄປຫຍາກຢູ່ ຊຶ່ງຈໍານວນຄົນຫລວງຫລາຍແມ່ນເອົາໃຈໃສ່ໃນການຮັກສາສຸຂະພາບເປັນຕົ້ນຕໍເຮັດໃຫ້ພູມຕ້ານທານຂອງຮ່າງກາຍເຂັ້ມແຂງ ໃນຫລາຍຮູບຫລາຍແບບ ເພາະເປັນທີ່ຮູ້ດີກັນວ່າ ຜູ້ທີ່ມີສຸຂະພາບອ່ອນເພັຍມີພະຍາດ ແລະ ມີພູມຕ້ານທານຕໍ່າ ແມ່ນມີຄວາມສ່ຽງສູງຖ້າຕິດເຊື້ອ ດັ່ງນັ້ນຄໍາຖາມມີຢູ່ວ່າຈະເຮັດແນວໃດເພື່ອຮັກສາສຸຂະພາບແລະເຮັດໃຫ້ພູມຕ້ານທານເຂັ້ມແຂງໄດ້ ຕົ້ນຕໍກໍແມ່ນການກິນການດື່ມນັ້ນເອງ.
ຄື SLE ກໍເປັນອັນນຶ່ງ ທີ່ເກີດຂຶ້ນໃນເມື່ອພູມຕ້ານທານຂອງຮ່າງກາຍບໍ່ປົກກະຕິ ເຮັດໃຫ້ພູມຕ້ານທານກັບຄືນຕ້ານກັບຮ່າງການຂອງຕົນເອງ ໄປໃນຮູບແບບເປັນອາແລກກີ ນັ້ນເອງ. ບາງຄົນກິນຫຍັງບໍ່ໄດ້ອອກຕຸ່ມຄັນຄາມຕາມຕົນຕາມໂຕແລະອື່ນໆ. ຖ້າໄປຫາແພດກໍໄດ້ຢາມາກິນ ເປັນການປິ່ນປົວປະກົດການຫລຸດຜ່ອນອາການເທົ່ານັ້ນ ແຕ່ບໍ່ເປັນການ ປິ່ນປົວຕົ້ນເຫດຂອງມັນ ເຮັດໃຫ້ອາການແກ່ຍາວຫນັກໄປ ຂາດຢາບໍ່ໄດ້ ແຕ່ຢາພັດເຮັດໃຫ້ເກີດມີເຫດຮ້າຍອື່ນເກີດຂຶ້ນແຕະຕ້ອງຕັບ(ຕັບຂຶ້ນກໍຄືຄ່າແທກຕັບຂຶ້ນສູງຜິດປົກກະຕິ) ກະເພາະລໍາໃສ້ ຍິ່ງຮ້າຍແຮງຕໍ່ສຸຂະພາບ.
ເປັນຕົ້ນແມ່ນການນໍາໃຊ້ກອກຕີໂຊນ ເຊັ່ນ prednisone ແລະ Imuran ແມ່ນລະງັບພູມຕ້ານທານໃຫ້ອ່ອນລົງ ແຕ່ເປັນທີ່ຮູ້ດີທາງດ້ານການແພດວ່າ ກອກຕີໂຊນມີຜົນຮ້າຍຫລາຍແນວຕໍ່ຮ່າງກາຍຖ້ານໍາໃຊ້ແບບບໍ່ມີການກວດກາໃນຂອບເຂດທີ່ຈໍາເປັນ. ໃນເມື່ອພູມຕ້ານທານຖືກດັນໃຫ້ຕໍ່າດ້ວຍຢາກິນນັ້ນ ຄວນລະວັງເພາະຜູ້ທີ່ມີພູມຕານທານຕໍ່າຈະເປັນອັນຕະລາຍຫາກຖືກຕິດເຊື້ອໂຄວິດ.
ສໍາລັບຢາ Ursolin ແມ່ນທໍາລາຍຫລຸດຜ່ອນ ໂຄແລດສະເຕິຣິນ ໄຂມັນນັ້ນເອງ ກໍເປັນພຽງການບັນເທົາ ແຕ່ ບໍ່ແມ່ນປົວຕົນເຫດຂອງມັນ.
ອັນທີ່ຈະຊ່ວຍໄດ້ແມ່ນ ຫາທາງເຮັດໃຫ້ພູມຕ້ານທານໃນຮ່າງກາຍແຂງເເຮງຂຶ້ນ ດ້ວຍການກິນອາຫານ ເຮັດໃຫ້ຮ່າງກາຍຫລຸດຜ່ອນຄວາມສົ້ມ(acid) ກາຍເປັນດ່າງ(base) ເຊັ່ນວ່າ ກິນຜັກແລະຫມາກໄມ້ ຫລຸດການກິນຊີ້ນ ໂດຍສະເພາະຊີ້ນຫມູທີ່ມີໄຂມັນຫລາຍ ກິນຊີ້ນໄກ່ຊີ້ນງົວ ກິນປາ ຫລຸດຜ່ອນການກິນຫວານຄືນໍ້າຕານ ເວົ້າລວມຫລຸດຜ່ອນຫລືຍົກເວັ້ນອາອານທີມີທາດໂຄນເລີນນິຕະຣາດ ເຂົ້າຫນຽວແລະເຂົ້າຈ້າວທໍາມະດາມີໂຄນເລີນນິຕະຣາດບໍ່ດີຕໍ່ຫ່າງກາຍ ຫັນປ່ຽນກິນເຂົ້າກໍ່າເຂົ້າທໍາມະຊາດ ດື່ມນໍ້າສະອາດມື້ນຶ່ງບໍ່ໃຫ້ຫລຸດ1,5ລີດ ສະຫມອງພວກເຮົາຕ້ອງການນໍ້າ. ນີ້ເປັນພຽງຄໍາເຫັນບາງຢ່າງຂອງຕົນເອງ ທີ່ມີຫລາຍຢ່າງຢາກແລກປ່ຽນນໍາ ຖ້າມີເວລາ ຈະເວົ້າເຖິງ ວິຕາມີນ D K2 C OPC ອາຫານເສີມ ແລະອື່ນຽຕໍ່ ທີ່ມີຄວາມສໍາຄັນສຸດຕໍ່ພູມຕ້ານທານ ແລະ ໂດຍສະເພາະ ວິຕາມີນເດສາມ ວ່າຊ່ວຍຕ້ານໂຄວິດໄດ້ ແຕ່ຈະກິນແນວໃດໃຫ້ຖືກໄດ້ຜົນຂໍຂຽນໃນຕໍ່ຫນ້່າ. ດັ່ງນັ້ນສໍາລັບເມັຍຂອງບຸນເຈົ້າ ໃຫ້ຄິດໃສ່ການກິນລອງເບິ່ງເປັນການໃຊ້ເວລາແຕ່ເຊື້ອແນ່ວ່າຄົງມີຄວາມຮູ້ສຶກດີຂຶ້ນ ແລ້ວຄ່ອຍຜ່ອນຢາຫລວງນັ້ນລົງ.
D3 ແລະ OMG3 ບໍ່ແມ່ນແນວດຽວກັນ. ວິຕາມີນເດ ແມ່ນເປັນວິຕາມີນດຽວທີ່ຮ່າງກາຍຂອງຄົນເຮົາສ້າງຂຶ້ນເອງໄດ້ດ້ວຍການຖືກແດດຢ່າພຽງພໍ. ສ່ວນວິຕາມີນອື່ນໆນັ້ນພວກເຮົາຕ້ອງໄດ້ກິນເຂົ້າໄປເອງ.
ວິຕາມິນເດ ໃນປະຈຸບັນມີຄຸນປະໂຫຍດຫລາຍຕໍ່ຮ່າງກາຍ ບໍ່ມີຄຸນລັກຊະນະແຕ່ໃນຮູບແບບວິຕາມີນພຽງເທົ່ານັ້ນ ແຕ່ D3 ມັນເປັນແບບຮໍໂມນກໍວ່າໄດ້ ແມ່ນມີຄວາມສໍາຄັນສູງຕໍ່ຮ່າງກາຍໃຫ້ຊັບພະຄຸນໃນຫລາຍດ້ານ.
D3 ບໍ່ສະເພາະແຕ່ບໍາລຸງຮັກສາກະດູກເທົ່ານັ້ນ ຖ້າກະດູກບໍ່ດີ ເຊັ່ນກະດູກເສື່ອມຕົວ ຄົນຈະມີອາການເຈັບກະດູກກະດ້ຽວ ເຈັບຕົນເຈັບໂຕ. ນອກນັ້ນ D3 ຊ່ວຍສ້າງຄວາມຕ້ານທານໃຫ້ເຂັ້ມແຂງ. ເມື່ອພູມຕ້່ານທານເຂັ້ມແຂງ ຄົນຈະບໍ່ເປັນຫວັດເປັນໄອ ບໍ່ລົ້ມປ່ວຍໄດ້ໄວ. ນອກນັ້ນຖ້າຮ່າງກາຍ ທີ່ມີວິຕາມີນ D3 ພຽງພໍ ສາມາດຕ້ານການເກີດມະເຫັງໄດ້ ຫມາຍຄວາມວ່າ ຕ້ານການອັກເສບໃນຮ່າງກາຍ. ໃນປະເທດອາເມຣິກາ ແລະ ປະເທດທີ່ຈະເລີນເຂົາເອົາ D3 ໃຫ້ເດັກນ້ອຍກິນ ເພື່ອຊ່ວຍການເຕີບໂຕສົມບູນຂອງຮ່າງກາຍ ແຕ່ຕ້ອງມີການກວດກາຕິດຕາມຈາກແພດໃຫ້ຖືກຕາມປະລິມານ.
ເວົ້າລວມຄຸນປະໂຫຍດຂອງ D3 ແມ່ນຫລາຍ ແຕ່ຄໍາຖາມຕັ້ງຂຶ້ນວ່າ ຈະກິນແນວໃດ ແລະ ກິນໃນແຕ່ລະມື້ເທົ່າໃດຈຶ່ງຈະຖືກຕ້ອງແລະໄດ້ຜົນ?
D3 ຕ້ອງກິນກັບ K2 ທີ່ເປັຮຕົວນໍາສົ່ງເອົາ D3 ເຂົ້າໄປໃຫ້ຖືກຈຸດຕາມບ່ອນທີ່ຕ້ອງການ ຄືໃນກະດູກ ດີແທ້ ຕ້ອງໄດ້ກິນ ມາເຍ້ຊວມ ໃສ່ອີກບໍາລຸງກະດູກຊ່ວຍ. ລະອຽດໃນການກິນ ຈະກິນແນວໃດ ກິນເທົ່າໃດ ແລະ ຕ້ອງເອົາໃຈໃສ່ຫຍັງຕື່ມ ແມ່ນຕົນເອງ ຈະຂຽນບອກຕື່ມ ເພາະໃນນີ້ຢາກເວົ້າເຖິງວ່າ D3 ແມ່ນຫຍັງ.
OMG3 ແມ່ນນໍ້າມັນ ໂດຍທີ່ພວກເຮົາຮູ້ ນໍ້າມັນປາດີຕໍ່ຮ່າງກາຍ ດັ່ງນັ້ນຜ່ານມາເພິ່ນເວົ້າວ່າກິນປາດີຕໍ່ສຸຂະພາບນັ້ນເອງ. OMG3 ດີ ສໍາລັບຕ້ານ ການນອນບໍ່ລັບ ແສງຕາບໍ່ດີ ການເດີ່ນຂອງເລືອດບໍ່ສະດວກລະບົບການທໍາງານຂອງຫົວໃຈ ຄວາມຈໍາເສື່ອມ ການເຕີບໂຕບໍ່ດີ. ເວົ້າລວມ OMG3 ດີກ່ຽວກັບ ແຊນ ແລະ ເສັ້ນປະສາດຕ່າງໆ. ໂດຍສະເພາະສໍາລັບຜູ້ມີອາຍຸສູງຸ ມັກມີຄວາມຈໍາເສື່ອມ ຫລົງໆລືມໆ ຂາດຄວາມເຂັ້ມຂຸ້ນຕັ້ງໃຈບໍ່ໄດ້ດີ OMG3 ຊ່ວຍໄດ້ດີ ເພາະໃນສະຫມອງຂອງເຮົາເຕັນໄປດ້ວຍຊແນເສັ້ນປະສາກທີ່ມີເສັ້ນສັນຍານຕິດຕໍ່ກັນເຊື່ອມຕໍ່ກັນດ້ວຍການລໍ່ລ້ຽງຈາກທາດນໍ້າມັນຫລືໄຂມັນ ຖ້າສະຫມອງຂາດທາດໄຂມັນ ເຊັ່ນ OMG3 ໄປລໍ່ລ້ຽງ ກໍຈະເປັນຄືກຽວລົດຂາດນໍ້າມັນກໍຈະປິ່ນຝືດນັ້ນເອງ. ສໍາການກິນແນວໃດ ແລະ ຫລາຍເທົ່າໃດ ຈະຂຽນບອກຕື່ມ.
ວິຕາມີນສໍາຄັນຕໍ່ຮ່າງກາຍຂອງຄົນເຮົາອັນທີ່ຈໍາເປັນພື້ນຖານ ຖ້າມີເງື່ອນໄຂຄວນກິນປະຈໍາວັນແມ່ນ:
– ວິຕາມິນ D3 ປະສົມກັບ K2
– OMG3
– ວິຕາມິນ ເຊ
ວິທີກິນ:
– D3 ກິນ 2.000 IU ຕໍ່ມື້ (international unity)
– K2 ກິນ 200 µg ຕໍ່ມື້ (microgram)
– OMG3 (ແບບປະສົມກັບທາດ EPA ສໍາລັບກະດູກ, DHA ສໍາລັບສະຫມອງ) ກິນ 1200mg ຕໍ່ມື້
– ວິຕາມິນ C ກິນມື້ນຶ່ງ 2000 mg ຕໍ່ມື້ ສ່ວນໃຫຍ່ແມ່ນເມັດນຶ່ງ 1000ml ຫມາຍຄວາມວ່າ ສອງເມັດຕໍ່ມື້
ທັງຫມົດສາມາດກິນຮ່ວມກັນໃນຕອນເຊົ້າກ່ອນຫລືຫລັງກິນເຂົ້າເຊົ້າ.
ນອກນັ້ນກໍຍັງມີວິຕາມິນອື່ນໆອີກ ແຕ່ອັນຈໍາເປັນສຸດແມ່ນຄືໄດ້ກ່າວມາເທິງນັ້ນ ແນ່ນອນຄຸນນະພາບຂອງແຕ່ລະວິຕາມິນນັ້ນມີອັນແຕກຕ່າງກັນຈາກບໍລິສັດນຶ່ງຫາບໍລິສັດນຶ່ງ ດັ່ງນັ້ນຄວນໃຈ້ແຍກວ່າມັນມາແຕ່ໃສເຊື່ອໃຈໄດ້ບໍ່ ຕົວຢ່າງ OMG3 ມີການຜະຫລິດກັ່ນກອງມາຈາກປາຈາກໂຂງເຂດໃດ ເພາະບາງເຂດປາສາມາດມີທາດສານຜິດຍ້ອນສະພາບແວດລ້ອມກະທົບ. ຂອງດີຮັບປະກັນແທ້ອາດຈະມີລາຄາແພງແດ່. ອັນສໍາຄັນແມ່ນການກິນຄືໄດ້ເວົ້າມາກ່ອນນັ້ນ ໃຫ້ກິນຜັກຫມາກໄມ້ ປູກໄດ້ເອງແມ່ນດີປອດສານຜິດ ກິນແຕ່ສິ່ງທີ່ຈະເປັນປະໂຫຍດໃຫ້ແກ່ຮ່າງກາຍ. ອາຫານແລງບໍ່ຄວນກິນເດິກ ບໍ່ຄວນກິນຫນັກ ຫຍ່າງເບີນອາລົມແບບເບົາໆກ່ອນເຂົ້ານອນ ຫລີກເວັ້ນການລະລາຍຫຍາກເປັນຜົນສະທ້ອນໃຫ້ແກ່ຮ່າງກາຍນອນບໍ່ລັບດີ ແລະ ອື່ນໆ.
ແຕ່ໄດ້ຄຸນປະໂຫຍດສູງກ່ວາ.
ນອກນັ້ນມີ
– OPC
– Uniqui…
ຢາກຂໍຢໍ້າອີກກ່ຽວກັບການປິ່ນປົວໂດຍການນໍາໃຊ້ ກອກຕີໂຊນ. ກອກຕີໂຊນສາມາດຊ່ວຍບັນເທົາອາການເຈັບຕ່າງໆໄດ້ຫລາຍແນວ ອາດຈະເວົ້າໄດ້ວ່າ ເຫັນກັບຕາ ເປັນຕົ້ນບັນເທົາຄວາມເຈັບ ຈະແມ່ນເຈັບຫລັງເຈັບແອວ ເຈັບປະໂດງ ເຈັບຫົວເຄົ່າ ຫລື ເປັນ ອາແລກຈີ ແລະ ອື່ນໆ. ກອກຕີໂຊນມີໃນຮູບແບບ ເປັນຢາກິນ ຢາສັກ ຢາຊີດ.
ເມື່ອໃຊ້ກອກຕີໂຊນເຂົ້າໄປ ຈະເຫັນຜົນໄດ້ໄວ ບາງກໍລະນີບັນເທົາໄປໃນຊົ່ວລະຍະໃດນຶ່ງເຖິງສີ່ຫາຫ້າເດືອນ ຈາກນັ້ນເມື່ອກອກຕີຊອນອ່ອນຕົວລົງກໍຈະຮູ້ສຶກມີອາການຄືນອີກ ຈໍາເປັນຕ້ອງໄດ້ໃຊ້ຕື່ມ ຖ້າບໍ່ດັ່ງນັ້ນອາການກໍຈະຮ້າຍແຮງຄືນ. ດັ່ງນັ້ນຈຶ່ງເວົ້າໄດ້ວ່າ ກອກຕີໂຊນ ເປັນຢາຊ່ວຍບັນເທົາ ແຕ່ບໍ່ແມ່ນປົວຕົ້ນເຫດຂອງບັນຫາ. ຢູ່ເຢັຍລະມັນຫມໍເຂົາກໍໃຊ້ກັບຄົນເຈັບໂດຍສະເພາະ ແມ່ນກ່ຽວກັບການເຈັບຫົວເຄົ່າ ເຈັຍກະໂພກ ແລະ ເຈັບອຽວ ທີ່ຄົນເຢັຍລະມັນຜູ້ມີອາຍຸສູງມັກເປັນຫລາຍ ຍ້ອນຫລາຍສາຍເຫດ ຄື ຜົນສະທ້ອນຈາກການເຮັດວຽກຫນັກ ຫລື ກິນອາຫານທີ່ສົ່ງຜົນຮ້າຍຕໍ່ຫ່າງກາຍ ແລະ ອື່ນໆ. ການໃຊ້ກອກຕີໂຊນ ຕ້ອງໄດ້ຖືກຕິດຕາມຈາກແພດເປັນປົກກະຕິ. ເພາະກອກຕີໂຊນ ແມ່ນເປັນອັນຕະລາຍຕໍ່ອາໄວຍະວະຂອງຮ່າງກາຍຫລາຍຢ່າງ ເປັນຕົ້ນ ແມ່ນ ຫມາກໄຂ່ຫລັງ ຕັບ ກະເພາະ ລໍາໃສ້ ແລະ ອື່ນໆ ໂດຍສະເພາະຕໍ່ກັບຫມາກໄຂ່ຫລັງ.
ດັ່ງນັ້ນ ໃນເວລາເຈັບເປັນຫາແພດຕ້ອງສອບຖາມລະອຽດວ່າ ຢາແຕ່ລະຊະນິດ ທີ່ຕົນເອງຈະໃຊ້ ມີຄຸນປະໂຫຍດ ແລະ ມີຜົນຮ້າຍຂ້າງຄຽງຄືແນວໃດ? ນອກນັ້ນທຸກຄົນ ສາມາດຊອກອ່ານລາຍລະອຽດໄດ້ທາງອິດເຕີແນດ. ເວົ້າລວມ ການນໍາໃຊ້ຈະໄດ້ຜົນ ແລະ ສາມາດຫລຸດຜ່ອນຄວາມເປັນອັນຕະລາຍໄດ້ ແມ່ນຕ້ອງໄດ້ປະຕິບັດຕາມຄໍາແນະນໍາ ໂດຍສະເພາະແມ່ນ ປະລິມານ ແລະ ກໍານົດເວລາໃນການນໍາໃຊ້ ແລະ ພາຍໃຕ້ການກວດກາຕິດຕາມຂອງແພດ. ເຄີຍມີບົດຮຽນ ພີ່ນ້ອງທາງບ້ານ ມີການເຈັບເປັນໄປຫາແພດໄດ້ກິນຢາວ່າຫາຍດີ ຕໍ່ມາກໍເຈັບຄືນ ແລະ ເປັນຕໍ່ໄປກິນຢາ ແລະ ສັກຢາ ເກີດເຈັບຫມາກໄຂ່ຫລັງຕໍ່ ສຸດທ້າຍມາກໍຮູ້ວ່າແມ່ນການນໍາໃຊ້ກອກຕິໂຊນ ປົວຕໍ່ໄປກໍມີແຕ່ຊຸດໂຊມລົງ.
ດັ່ງນັ້ນຕົນເອງຄິດວ່າ ຫມໍບ້ານເຮົາແຕ່ກໍບໍ່ເວົ້າວ່າຫມົດທຸກຄົນທຸກບ່ອນ ອາດຈະມັກໃຊ້ ກອກຕິໂຊນໃນການປິ່ນປົວ ຊ່າກັນວ່າດີໄວພາກັນໄປ. ຄືຢູ່ເຢັຍລະມັນ ຄົນເຂົາເຈົ້າແມ່ນຊອກຮູ້ແທ້ ໄປຫາແພດ ມີແພດປະຈໍາແລ້ວ ຍັງໄປຫາແພດຜູ້ອື່ນໆ ເພື່ອນໍາມາຄົ້ນຄິດ ແລ້ວຈຶ່ງຕົກລົງໃຈໃນການຈະປິ່ນປົວ ເປັນຕົ້ນໃນການຜ່າຕັດໃດນຶ່ງ ເຂົ້າເຈົ້າຊອກຫາແທ້ບ່ອນທີ່ຮັບປະກັນ ແລະ ໃນອິນເຕີແນດກໍມີແວບຊຕ່າງໆທາງດ້ານການແພດຕີລາຄາຄຸນນະພາບ ແລະ ຈຸດເລັ່ງຂອງແຕ່ລະໂຮງຫມໍ ແລະ ການຕີລາຄາຂອງຄົນປ່ວຍທີ່ໄດ້ໄປປິ່ນປົວໃນທີ່ນັ້ນ.
ເວົ້າລວມໃນນີ້ຢາກເວົ້າວ່າ ໃຫ້ຊອກຮູ້ ແລະ ຊອບຖາມປຶກສາກັບແຜດຫລາຍຄົນ ຈຶ່ງຈະສ້າງຄວາມອຸ່ນໃຈໃຫ້ແກ່ຕົນເອງຖືກຫລືຜິດໃນການປິ່ນປົວ ເພາະຄືຄົນເຢັຍລະມັນເຂົາເຈົ້າເວົ້າວ່າ ແຕ່ລະຄົນຕ້ອງໄດ້ເປັນເຈົ້າການຮັບຜິດຊອບຕໍ່ຊີວິດ ແລະ ສຸຂະພາບຂອງຕົນເອງ. ແນ່ນອນເງື່ອນໄຂໃນບ້ານເຂົາເຈົ້າມັນໄປໄກຫລາຍ ແຕ່ເວົ້າໃນທີ່ນີ້ເພື່ອຢາກໃຫ້ພວກເຮົາຄິດຫາຊ່ອງທາງໃຫ້ໄດ້ຕາມຄວາມເປັນໄປໄດ້ເພື່ອຕົນເອງ ແລະ ຄົນທີ່ຕົນຮັກ ເພາະມັນກ່ຽວພັນໂດຍກົງຕໍ່ຊີວິດຂອງພວກເຮົາເອງ.