TATSU

TATSU ໝານ້ອຍຂ້ອຍ ນາມຊື່ຕັດສູ ແປຄວາມເປັນ ໜໍ່ນາມແນວນາກ ນິທານເວົ້າ ຂອງຄົນຍີ່ປຸ່ນ ບອກຊື່ໃຫ້ ຄວາມກ້າໄຝ່ປອງ ເຈົ້າເອີ້ຍ ໝານ້ອຍ ຄືເພື່ອນແທ້ ສັດຊື່ດອມກັນ ໄປມາໃສ ແລ່ນນໍາຮຽງຂ້າງ ເໝືອນແອນ້ອຍ ຍາມນອນຫລັບງ່າຍ ຂອງເຄື່ອງຫລິ້ນ ຕິດເນື້ອບໍ່ໄລ ແທ້ແລ້ວ ຕັດສູ ຮຽນເກັ່ງໄດ້ ສອນນັ່ງຟັງຄວາມ ເຖິງຍາມກິນ ແລ່ນມາລໍເຝົ້າ ກິນໝົດແລ້ວ ລົງເຮືອນຫາແລ່ນ ກາງເດີ່ນບ້ານ ຂະໂຍງເຕັ້ນໄຫລ່ແມວ ຕັດສູ ພາຫຍ່າງຍ້າຍ ເດີນແລ່ນກິລາ ອອກແຮງກາຍ ເຄື່ອນໄຫວແລງເຊົ້າ ອອນຊອນແທ້ ຕັດສູເຕີບໃຫຍ່ ຄຽງຄູ່ຂ້ອຍ ປົກປ້ອງຊ່ວຍແລ ແທ້ແລ້ວ @ວິມາດອກບົວແກ້ວ

ຄືເພິ່ນວ່າ ຊີວິດຄືການຕໍ່ສູ້ ມີປະລາໄຊ ມີໄຊຊະນະປະປົນກັນໄປ

ຄືເພິ່ນວ່າ ຊີວິດຄືການຕໍ່ສູ້ ມີປະລາໄຊ ມີໄຊຊະນະປະປົນກັນໄປ ບາງຄັ້ງອາດທໍາໄດ້ແລະບາງຄັ້ງ ມັນຕ້ອງການເງື່ອນໄຂແລະວັນເວລາ ສິ່ງທີ່ຜ່ານມາເປັນບົດຣຽນໃຫ້ສໍານຶກໄດ້ໃນການກ້າວຕໍ່ໄປໃຫ້ດີຂຶ້ນ. ທຸກຄົນລ້ວນແຕ່ມີພອນສະຫວັນແຕກຕ່າງກັນໄປ ພາລະແລະໂອກາດ ຂອງລູກຍັງມີຫລາຍ ພໍ່ເຂົ້າໃຈໃນຄວາມຮູ້ສຶກຂອງລູກ ທີ່ມີຕໍ່ພໍ່ຕໍ່ແມ່ ໃນນາມອ້າຍກົກຂອງຄອບຄົວ ແຕ່ຕ້ອງມອງໄປຂ້າງຫນ້າ ແລະ ພາລະຂອງລູກໃນປະຈຸບັນ ຄື ຊ່ວຍແມ່ໃນການ ກໍ່ສ້າງເຮືອນໃຫ້ສໍາເຫລັດ ນັ້ນແມ່ນພາລະອັນສູງສົ່ງແລ້ວ ທີ່ພໍ່ບຸດຈະສາມາດພູມໃຈຢ່າງແນ່ນອນ. ພໍ່ແມ່ຢູ່ພຸ້ນໄດ້ບອກກັບແມ່ຂອງລູກແລ້ວວ່າ ຈະພ້ອມກັນກັບຍາດພີ່ນ້ອງ ແລະຫມູ່ຄູ່ຫາທາງໃຫ້ການຊ່ວຍເຫລືອ ນ້ອງທັງສອງຂອງລູກຢູ່ວຽດນາມໃຫ້ໄດ້ຮຽນຈົບ ຕາມຄວາມຕ້ອງການເງິນທີ່ພໍ່ແມ່ໄດ້ຈ່າຍມາເດືອນນຶ່ງ ນຶ່ງລ້ານກີບ ຫມາຍຄວາມວ່າ ນັບແຕ່ເດືອນນຶ່ງເປັນຕົ້ນໄປ ພໍ່ຈະເລີ້ມໂອນເງິນໃຫ້ລູກທັງສອງນັ້ນ ເດືອນນຶ່ງ ຮ້ອຍຢູໂຣ ໄປໃນແຕ່ລະເດືອນ ຊ່ວຍແບ່ງເບົາພາລະຂອງແມ່ລູກ. ສໍາລັບການປຸກເຮືອນເດ້ ພໍ່ກໍບໍ່ຮູ້ໄດ້ວ່າ ທາງດ້ານການເງິນເປັນແນວໃດ ມີບັນຫາຫບັງບໍ່ ພໍໄດ້ປຶກສາຫາລືກັນ ເພື່ອຈະສາມາດເຮັດໃຫ້ການປຸກສ້າງສາມາດດໍາເນີນໄປໄດ້ໂດຍດີ? ແນ່ນອນການປຸກສ້າງຈໍາເປັນຕ້ອງການເງິນ ຕາມທີ່ລູກບອກໃຫ້ຮູ້ ຖືວ່າຍັງປະມານ70ເປີເຊັນ. ຖ້າເວົ້າເຖິງການຈະຢືມເງິນ 30 ລ້ານ ໃນເປີເຊັນ 3%ຕໍ່ເດືອນ ລູກຕ້ອງໄດ້ຄິດໄຫລ່ ຄືຕ້ອງໄດ້ຈ່າຍສິນເຊື້ອຄືນ ໃນ3% ເປັນ 900.000ກີບຕໍ່ເດືອນ. ດັ່ງນັ້ນຄໍາຖາມແມ່ນ ລາຍຮັບຂອງພວກລູກຈະພຽງພໍບໍ່ໃນແຕ່ລະເດືອນ…