ຍຸກດິຈິຕອນ ຄົນແມ່ນໃຈກາງ.

ຍຸກດິຈິຕອນ ຄົນແມ່ນໃຈກາງ.
Digitalisierung sinnvoll nutzbar machen.
(ບົດກອນ ແບບກອນອ່ານປູ່ປາງຄໍາ)
ຍຸກສະໄໝປ່ຽນກ້າວ ເດີນຜ່ານໄປໄວ
ເຕັກນິກໄກ ເດັ່ນສູງໄປໜ້າ
ໃຜໄປຊ້າ ວິຊາການຕໍ່າ
ນໍາບໍ່ໄດ້ ເຂົາກ້າວດ່ວນໄກ ແທ້ແລ້ວ
ສັງຄົມ ຫາແຕ່ໃຊ້ ຂອງເພິ່ນເມືອງເຂົາ
ຂາດຂອງເຮົາ ແຕ່ງປຸນແປງຂຶ້ນ
ມີທຶນໜ້ອຍ ປັນຍາຍັງຕໍ່າ
ທໍາແຕ່ໄດ້ ພໍແລ້ວແຕ່ວັນ ບໍ່ດີແລ້ວ
ເຂົາເຮັດ ການປ່ຽນປີ້ນ ຫັນໃສ່ເຕັກນິກ
ມີພິກໄຫວ ຊ່ວຍຄົນທໍາສ້າງ
ຫາທາງກ້າວ ປັບປຸງແປງໃຫມ່
ຊູຊ່ວຍໃຫ້ ນໍາໃຊ້ທ່າແຮງ ແທ້ນ່າ
ດິຈິຕອນ ພວມແລ່ນກ້າວ ເປີດປ່ອງແນວຄິດ
ວິທະຍາປະດິດ ເຄື່ອນໄຫວເອງໄດ້
ຍົນຍານໃຊ້ ສະໝອງທຽມຄິດຊ່ວຍ
ດຸເດັ່ນດ້ວຍ ງານສ້າງຄ່າສູງ ເຈົ້າເອີ້ຍ
ຄົນເຂົາ ຮຽນຮໍ່າຮູ້ ເຫລິກເຊິ່ງເຖິງຖອງ
ເຮັດທົດລອງ ເລັ່ງຫາທາງກ້າວ
ຄິດຍາວໄວ້ ເຫັນໄກຍຸກໃໝ່
ໃນຕໍ່ໜ້າ ອຸດສະຫະກໍາຫ້າປ່ຽນແປງ ແທ້ແລ້ວ
ເຕັກນິກ ໄວເລັ່ງກ້າວ ຄົນແມ່ນໃຈກາງ
ນໍາພາທາງ ບົ່ງການເມືອໜ້າ
ສຶກສາກ້າ ວິຊາການເປັນໃຫຍ່
ເສດຖະກິດຮຸ່ງໄດ້ ຫາກຄົນກ້າວເກັ່ງການ ແທ້ແລ້ວ
@ວິມາດອກບົວແກ້ວ