ໄປຜັກຜ່ອນໄດ້ໃນຕອນໂຄວິດ ແຕ່ຕ້ອງຄິດຫ່າງ ອອກໄປທາງທະເລ.

ໄປຜັກຜ່ອນໄດ້ໃນຕອນໂຄວິດ ແຕ່ຕ້ອງຄິດຫ່າງ ອອກໄປທາງທະເລ. Liebe Grüße von der Ostsee. ເດີນທາງອອກຫ່າງບ້ານ ໄປຫາສູ່ແຄມທະເລ ບົນທາງໄກລົດຕິດ ຕໍ່ກັນເປັນແຖວຊ້ອງ ອາກາດດີຍາມແລ້ງ ການກົດກັນຫລຸດຜ່ອນ ຄົນພາກັນເຄື່ອນຫຍ້າຍ ໄປຫາກໍ້າທີ່ໄກ ແທ້ແລ້ວ ອອກລົດກາຍຜ່ານບ້ານ ສະຖານທີ່ເຄີຍທຽວ ດີໃຈກັບຄືນເຫັນ ປ່ອງແປວເດີນໄປໜ້າ ໂຄວິດກີດກັນໄວ້ ດົນນານສອງປີລ່ວງ ບາດນີ້ ຄົນຫາທາງທ່ຽວແລ້ວ ເປີດໃຈກ້ວາງຊື່ນຄືນ ເຖິງຈຸດໝາຍບົ່ງໄວ້ ເຂດຖິ່ນແດນທະເລ ໃຈເຜີດເພີນຫລຽວນໍາ ແມ່ນະທີວັງກ້ວາງ ພົມແດນຫາຍເສັຍສິ້ນ ແສນສະອອນໃຈຊື່ນ ແນວຄິດລອຍລ່ອງນໍ້າ ຕາມຟອງເຕັ້ນເຄື່ອນໄປ ເຈົ້າເອີ້ຍ ຫາດຫີນຊາຍໃຫຍ່ນ້ອຍ ຢຽດຢາຍຢັ່ງຕາມກັນ ຟອງທະເລມາຕໍາ ເປົ່າລົມເຢັນຫາຍຮ້ອນ ກາຍໃຈແສນສຸດຊື້ນ ບັນເທົາໃນໝົດຫ່ວງ ທໍາມະຊາດຊ່ວຍເພີ້ມ ພະລັງໃຫ້ເບັ່ງບານ ແທ້ແລ້ວ ມາຢືນຢູ່ແຫ່ງນີ້ ຂໍວອນສົ່ງພອນໄຊ ກັບເຖິງດິນແດນລາວ ເພື່ອນເຮົາສະຫາຍພ້ອມ ໂຮມໃຈກັນເດີເຈົ້າ ເອົາໂຄວິດແຕກຜ່າຍ ຂໍໃຫ້ ຊາວລາວເຮົາພີ່ນ້ອງ ໄປມາໄດ້ດັ່ງເດີມ ແດ່ທ້ອນ @ວິມາລາວດອກບົວແກ້ວ