Impressionen von der Ostsee. ສຸດຊຶ້ງປະທັບໃຈໃນແຄມທະເລ

Impressionen von der Ostsee. ສຸດຊຶ້ງປະທັບໃຈໃນແຄມທະເລ ຮຽມຍ່າງຫຍ້າຍ ເດີນທ່ຽວແຄມທະເລ ອາກາດດີ ຊື່ນຊົມແສງແຈ້ງ ຟອງຕີເຂົ້າ ຕໍາຊາຍຫາດຝັ່ງ ແໜໝູ່ໄມ້ ຟູຂຶ້ນຕໍ່າລົງ ນົກແອ່ນເຕົ້າ ເປັນໝູ່ຕາມກັນ ຊອກເຈີດກິນ ໝູ່ແມງເທິງນໍ້າ ສຽງແຊວຮ້ອງ ຕາມກັນເປັນໝູ່ ບິນເວີ່ນຟ້າ ໄປກໍ້າແກ່ວໄກ ພຸ້ນແລ້ວ ຍາມເມື່ອ ແນມສ່ອງນໍ້າ ສົດຊື່ນໃສດີ ເຫັນກະປູ ແລ່ນໄປຕາມພື້ນ ຫອຍດໍາກີ້ ຈັບຫີນຕິດແກ່ນ ພວກໝູ່ກຸ້ງ ໂຍງເຍ້ງຍ່າງໄປ ເຈົ້າເອີ້ຍ ໄປທະເລ ທຸກເທື່ອຕ້ອງ ອາບສົ່ງສົງກາຍ ລົງລອຍດໍາ ຈຸ່ມຫົວລົງນໍ້າ ທະເລລ້າງ ສະສາງປັດເປົ່າ ທຸກສິ່ງຮ້າຍ ຫາຍຖິ້ມສົ່ງໜີ ແດ່ທອ້ນ ຕາເວັນຕົກຕໍ່າຟ້າ ອາກາດປ່ຽນສີສັນ ລົມໂພຍພັດ ສົ່ງສຽງແຮງຂຶ້ນ ຟອງຕີນໍ້າ ດັງມາເປັນຍ່ານ ລາສັ່ງເຈົ້າ ຄືນກໍ້າບ່ອນເຊົາ ກ່ອນແລ້ວ ບຸນຍິ່ງລໍ້າ ທະເລສັ່ງອໍາລາ ເບີຍໂບກແສງ ຕື່ມສີຂຽນແຕ້ມ…

ເວົ້າສູ່ກັນຟັງ ຄໍາຂັວນຕ້ານໂຄວິດປະສິດການແຜ່ເຊື້ອ:

ເວົ້າສູ່ກັນຟັງ ຄໍາຂັວນຕ້ານໂຄວິດປະສິດການແຜ່ເຊື້ອ: ເງື່ອນໄຂທີ່ຈະນໍາໄປສູ່ ການປ້ອງກັນຫລຸດຜ່ອນການແຜ່ເຊື້ອ ຕາມຄໍາຂັວນ 3 G ໃນເຢັຍລະມັນ ຄື – Geimpft, – Genesung und – Getestet ທຽບໃສ່ພາສາລາວ ກໍຈະເວົ້າໄດ້ແບບ 3 ສ ທີ່ວ່າ – ສັກຢາແລ້ວ, – ເສື່ອມເຊື້ອຫາຍດີແລ້ວ ແລະ – ສອບກວດປອດເຊື້ອແລ້ວ ເປັນເງື່ອນໄຂນໍາໄປສູ່ການຫລຸດຜ່ອນການລອກດາວ ໂຍະຍານໄປສູ່ການເປີດກ້ວາງພົວພັນກັນຄືນໃຫມ່ໃນສັງຄົມ.

ເຈົ້າເອີ້ຍ ແນວນາມກາດໍາແຫລ້ ຮູບຊົງຕ່າງເສືອດາວ

ເຈົ້າເອີ້ຍ ແນວນາມກາດໍາແຫລ້ ຮູບຊົງຕ່າງເສືອດາວ ສັງທາວລົງລອຍສີ ປ່ຽນແປງສັບລາຍພ້ອມ ເຊົາຊອມຈັບສັດນ້ອຍ ຄອຍຫາໂຕບັກໃຫຍ່ ໃຜເດ້ ສັງມາອອບອ່ອຍໃຫ້ ໄລລືມເຊື້ອໜໍ່ລາວ ເຈົ້າເອີ້ຍ ແນວນາມເສືອດ່າງແລ້ວ ໃຜຈະເຊື່ອໃຈນໍາ ຫາຄໍາຫວານມາຕົວະ ອ່ອນໄປພຽງຫວັງຕົ້ມ ຄາລົມຕິດຕາມລີ້ນ ໃຈຫຶງແນວເສືອໂຄ່ງ ຄວນໄປດົງປ່າໄມ້ ຫາກິນເນື້ອຈຶ່ງສົມ ນັ້ນແລ້ວ ມືຖືສາກໃຫຍ່ໂຕ້ ປາກຢາກກ່າວຖືສິນ ຫາກິນນໍາແຮງຄົນ ແລ່ນກັນຕາມຜົນໄດ້ ໄປເຖິງທາງຄົດໂງ້ງ ລືມຄາວເລີຍກາຍຜ່ານ ຕົກໃນແດນດ່ານດ້າວ ຕາຍເສັຍຖິ້ມກ່ອນເຖິງ ຫາກເຈົ້າ ກັບປ່ຽນປີ້ນ ປະປ່ອຍລາຍໃນ ກັບໃຈເປັນຄົນດີ ຊື່ຕົງປະສົງແທ້ @ວິມາດອກບົວແກ້ວ