ເຈົ້າເອີ້ຍ ແນວນາມກາດໍາແຫລ້ ຮູບຊົງຕ່າງເສືອດາວ

ເຈົ້າເອີ້ຍ
ແນວນາມກາດໍາແຫລ້ ຮູບຊົງຕ່າງເສືອດາວ
ສັງທາວລົງລອຍສີ ປ່ຽນແປງສັບລາຍພ້ອມ
ເຊົາຊອມຈັບສັດນ້ອຍ ຄອຍຫາໂຕບັກໃຫຍ່
ໃຜເດ້ ສັງມາອອບອ່ອຍໃຫ້ ໄລລືມເຊື້ອໜໍ່ລາວ
ເຈົ້າເອີ້ຍ
ແນວນາມເສືອດ່າງແລ້ວ ໃຜຈະເຊື່ອໃຈນໍາ
ຫາຄໍາຫວານມາຕົວະ ອ່ອນໄປພຽງຫວັງຕົ້ມ
ຄາລົມຕິດຕາມລີ້ນ ໃຈຫຶງແນວເສືອໂຄ່ງ
ຄວນໄປດົງປ່າໄມ້ ຫາກິນເນື້ອຈຶ່ງສົມ ນັ້ນແລ້ວ
ມືຖືສາກໃຫຍ່ໂຕ້ ປາກຢາກກ່າວຖືສິນ
ຫາກິນນໍາແຮງຄົນ ແລ່ນກັນຕາມຜົນໄດ້
ໄປເຖິງທາງຄົດໂງ້ງ ລືມຄາວເລີຍກາຍຜ່ານ
ຕົກໃນແດນດ່ານດ້າວ ຕາຍເສັຍຖິ້ມກ່ອນເຖິງ
ຫາກເຈົ້າ ກັບປ່ຽນປີ້ນ ປະປ່ອຍລາຍໃນ
ກັບໃຈເປັນຄົນດີ ຊື່ຕົງປະສົງແທ້
@ວິມາດອກບົວແກ້ວ