ນໍ້າໃຈກິລາ ແມ່ນຍິ່ງໃຫຍ່ກ່ວາໂຄວິດ ທີ່ສະແດງອອກໃນການແຂ່ງຂັນເຕະບານຢູໂຣບ ທີ່ສິ້ນສຸດລົງໃນວັນອາທິດຜ່ານມານີ້, ວັນທີ່ 11.

ນໍ້າໃຈກິລາ ແມ່ນຍິ່ງໃຫຍ່ກ່ວາໂຄວິດ ທີ່ສະແດງອອກໃນການແຂ່ງຂັນເຕະບານຢູໂຣບ ທີ່ສິ້ນສຸດລົງໃນວັນອາທິດຜ່ານມານີ້, ວັນທີ່ 11. ການແຂ່ງຂັນເຕະບານຢູໂຣບໄດ້ສິ້ນສຸດລົງຢ່າງຄຶ້ກຄື້ນ ຢູ່ສະໜາມ ແວມບະເຣ Wembley ທີ່ລອນດອນ ເມືອງຫລວງຂອງປະເທດອັງກິດ. ຄູ່ແຂ່ງສຸດທ້າຍ ລະຫວ່າງ ທີມຂອງອັງກິດ ແລະ ອີຕາລີ ໄດ້ມີການຕໍ່ສູ້ກັນ ຢ່າງດຸເດືອດ ທ່າມກາງຜູ້ຊົມທີ່ຖືກອານຸຍາດໃຫ້ເຂົ້າຊົມໃນເດີນ ຈໍານວນ ຫລາຍກ່ວາຫົກສິບພັນຄົນ (ເດີ່ນສາມາດບັນຈຸຄົນໄດ້ເຖິງເກົ້າສິບພັນຄົນ), ຊຶ່ງສ່ວນຫລາຍແມ່ນນັກເຊັຍຄົນອັງກິດເອງ ແລະ ນັກເຊັຍຂອງອີຕາລີຈໍານວນພຽງສອງພັນຄົນ ທີ່ຖືກອານຸຍາດໃຫ້ເຂົ້າຮ່ວມ. ແຕ່ລະທີມແມ່ນໄດ້ຜ່ານການແຂ່ງຂັນເຂົ້າຮອບມາ ຢ່າງເຜັດມັນ ແລະ ຢ່າງມີໄຊ. ກ່ອນການແຂ່ງຂັນ ແຕ່ລະການນໍາ ກໍຄື ປະຊາຊົນ ຂອງແຕ່ລະປະເທດ ໄດ້ສົ່ງແຮງໃຈອັນສູງສົ່ງຊຸກຍູ້ນໍ້າໃຈທີມເຕະບານຂອງຊາດຕົນເອງ. ທ່ານ ບໍລິດ ຈອນເຊີນ ນາຍົກອັງກິດ ໄດ້ເວົ້າວ່າ ຖ້າທີມຂອງອັງກິດຊະນະ ຕົນເອງໃນນາມຫົວໜ້າລັດຖະບານຈະສະເໜີເອົາວັນຊະນະນັ້ນເຂົ້າເປັນວັນພັກແຫ່ງຊາດອີກວັນນຶ່ງ. ສ່ວນທີມຂອງອີຕາລີ ໄດ້ເຂົ້າເຖິງຮອບສຸດທ້າຍກໍຖືວ່າຍິ່ງໃຫຍ່ໄປກ່ວາເກົ່າຫລາຍ ເພາະເປັນເວລາ 55ປີແລ້ວ ທີ່ ອີຕາລີໄດ້ຂັນຊະນະການແຂ່ງຂັນເຕະບານຢູໂຣບ ທີ່ຖືກຈັດຕັ້ງຂຶ້ນໃນສີ່ປີໃດເທື່ອນຶ່ງ, ດັ່ງນັ້ນຄວາມມຸ້ງຫວັງຂອງທີມຈຶ່ງສູງສົ່ງກ່ວາຍາມໃດໝົດ ທີ່ຈະຕ້ອງເອົາຊະນະທີມຂອງອັງກິດໃຫ້ໄດ້. ສຸດທ້າຍມາ ພາຍຫລັງການຕໍ່ເວລາໄດ້ປະຕູ…