ເຂົ້າພັນສາແລ້ວ! ພູມໃຈໄດ້ເຫັນຄົນລາວຍິ້ມແຍ້ມຮ່ວມກັນທໍາບຸນ.

ເຂົ້າພັນສາແລ້ວ! ພູມໃຈໄດ້ເຫັນຄົນລາວຍິ້ມແຍ້ມຮ່ວມກັນທໍາບຸນ. ຊາວພຸດລາວຕໍ່ຕັ້ງ ພາກັນກໍ່ທໍາບຸນ ຕັກບາດວັນສິນພະ ສົ່ງຈັງຫັນເພນພ້ອມ ອຸທິດເຖິງຄຸນເຈົ້າ ດວງວິນຍານພໍ່ແມ່ ຮັບຜົນທານຊ່ວຍໃຫ້ ເປັນສຸກໄດ້ຢູ່ສະຫວັນ ເຈົ້າເອີ້ຍ ວິນຍານໃດເລື່ອນເລ້ ຂາດມິດເພື່ອນພົງພັນ ຫວັງອາໃສຜົນບຸນ ທ່ານເມດຕາທານໃຫ້ ທຸກສຸກບັນເທົາເກື້ອ ຈູນກັນໃນທຸກແຫ່ງ ແດ່ທ້ອນ ຄົນ ວິນຍານຢູ່ຢັ້ງ ຮັກຄຽງຂ້າງຮ່ວມກັນ ນັ້ນແລ້ວ ເຂົ້າພັນສາເພິ່ນເວົ້າ ອຸທິດສົ່ງຜົນບຸນ ໄປຫາດວງວິນຍານ ເຄື່ອງຂອງມີທານໃຫ້ ສາມເດືອນດົນລໍຖ້າ ໄປມາພັນສາຜ່ານ ຮອດໃນຕອນເມື່ອນັ້ນ ສຸກສົມໄດ້ຢູ່ກິນ ເພິ່ນວ່າເດ້ ທໍາບຸນ ບຸນຊ່ວຍຄໍ້າ ສິນທັມຊ່ວຍຊູໜູນ ຊາວພຸດລາວຄອງທັມ ຊື່ນໃຈປອງໝາຍໄວ້ ຜົນທານໄປເຖິງແຄ້ວນ ແດນສະຫວັນຄົນຮັກຢູ່ ຈິດໃຈສຸກຊື່ນຊ້ອຍ ກິນທານແລ້ວຊື່ນໃຈ ແທ້ແລ້ວ @ວິມາດອກບົວແກ້ວ