ຢ່າເບິ່ງຂ້າມສິ່ງນ້ອຍໆ ແຕ່ຄຸນຄ່າມີສູງ

ຢ່າເບິ່ງຂ້າມສິ່ງນ້ອຍໆ ແຕ່ຄຸນຄ່າມີສູງ. Im Kleinen das Wunderbare sehen ທຸກສິ່ງ ໃນລຸ່ມຟ້າ ແຕກຕ່າງກັນໄປ ຫລາຍຊີວິດ ປ່ຽນຊົງແປງເນື້ອ ຕາມອິນຕັ້ງ ເສກສັນຕົກແຕ່ງ ຊີວິດ ມີຄ່າລໍ້າ ເໜືອເຊື້ອຕໍ່ພັນ ແທ້ນ່າ ຄວາມສຸກ ມີຊົ່ວຟ້າ ຫາກ ຕາສ່ອງເຫັນນໍາ ແຕ່ວ່າ ຄົນແນມໄປ ເບິ່ງໄກກາຍໜ້າ ໃຈເພີນຕັ້ງ ຫວັງທາວຫາໃຫຍ່ ລືມສິ່ງນ້ອຍ ຄຸນລໍ້າແກ່ໃຈ ນັ້ນແລ້ວ ຄວາມສຸກ ມີທົ່ວຫ້ອງ ຂອງຢູ່ຄຽງກາຍ ຕາຄວນແນມ ເບິ່ງນໍາຄົນໄກ້ ຄົນຄົວເຈົ້າ ວົງວານມິດເພື່ອນ ເຊົາເບິ່ງຂ້າມ ຈາເວົ້າອ່ອມກັນ ດີແລ້ວ ຄວາມຮັກ ເກີດກໍ່ໄດ້ ຫາກ ໃຈຕໍ່ຕາມຕິດ ຕາແລນໍາ ສົ່ງເເຮງໃຈໃຫ້ ເຊີດຊູພ້ອມ ວາຈາດອມມ່ວນ ເຖິງຈະ ເປັນສິ່ງນ້ອຍ ຄຸນຫລົ້ນເກິ່ງດິນ ແທ້ແລ້ວ @ວິມາດອກບົວແກ້ວ