Impressionen von der Ostsee. ສຸດຊຶ້ງປະທັບໃຈໃນແຄມທະເລ

Impressionen von der Ostsee.
ສຸດຊຶ້ງປະທັບໃຈໃນແຄມທະເລ
😊😊😊
ຮຽມຍ່າງຫຍ້າຍ ເດີນທ່ຽວແຄມທະເລ
ອາກາດດີ ຊື່ນຊົມແສງແຈ້ງ
ຟອງຕີເຂົ້າ ຕໍາຊາຍຫາດຝັ່ງ
ແໜໝູ່ໄມ້ ຟູຂຶ້ນຕໍ່າລົງ
ນົກແອ່ນເຕົ້າ ເປັນໝູ່ຕາມກັນ
ຊອກເຈີດກິນ ໝູ່ແມງເທິງນໍ້າ
ສຽງແຊວຮ້ອງ ຕາມກັນເປັນໝູ່
ບິນເວີ່ນຟ້າ ໄປກໍ້າແກ່ວໄກ ພຸ້ນແລ້ວ
ຍາມເມື່ອ ແນມສ່ອງນໍ້າ ສົດຊື່ນໃສດີ
ເຫັນກະປູ ແລ່ນໄປຕາມພື້ນ
ຫອຍດໍາກີ້ ຈັບຫີນຕິດແກ່ນ
ພວກໝູ່ກຸ້ງ ໂຍງເຍ້ງຍ່າງໄປ ເຈົ້າເອີ້ຍ
ໄປທະເລ ທຸກເທື່ອຕ້ອງ ອາບສົ່ງສົງກາຍ
ລົງລອຍດໍາ ຈຸ່ມຫົວລົງນໍ້າ
ທະເລລ້າງ ສະສາງປັດເປົ່າ
ທຸກສິ່ງຮ້າຍ ຫາຍຖິ້ມສົ່ງໜີ ແດ່ທອ້ນ
ຕາເວັນຕົກຕໍ່າຟ້າ ອາກາດປ່ຽນສີສັນ
ລົມໂພຍພັດ ສົ່ງສຽງແຮງຂຶ້ນ
ຟອງຕີນໍ້າ ດັງມາເປັນຍ່ານ
ລາສັ່ງເຈົ້າ ຄືນກໍ້າບ່ອນເຊົາ ກ່ອນແລ້ວ
ບຸນຍິ່ງລໍ້າ ທະເລສັ່ງອໍາລາ
ເບີຍໂບກແສງ ຕື່ມສີຂຽນແຕ້ມ
ຮຸ້ງກິນນໍ້າ ໂອຄໍາຍໍຍື່ນ
ສຸກຊື່ນແລ້ວ ລາເຈົ້າຫ່າງໄປ ທະເລເອີ້ຍ
ຍາມຄໍ່າຄ້ອຍ ແດດອ່ອນສີທອງ
ສຸດແສນງາມ ຊື່ນໃຈໝາຍໄວ້
ຫວນຄືນຫ້ອງ ຫາເຊົາພັກຜ່ອນ
ວັນໃໝ່ໜ້າ ຫວັງຊຶ້ງ ຊື່ນຕໍ່ໄປ ເຈົ້າເອີ້ຍ
@ວິມາດອກບົວແກ້ວ