ລົດໄຟລາວ ສັງກາດໃຫມ່ ໃນປະຫວັດສາດ – ສອງທັນວາ 2021

ລົດໄຟລາວ ສັງກາດໃຫມ່ ໃນປະຫວັດສາດ – ສອງທັນວາ 2021
(ປະກອບບົດກອນ ແບບກອນອ່ານປູ່ປາງຄໍາ)
Die erste China-Laos-Eisenbahn ein Abschnitt der Seidenstraße mit einer Höchstgeschwindigkeit von 160 km/h zwischen Kunming und der Hauptstadt Vientiane von Laos wird am 02. Dezember 2021 eröffnet. Sie ist 414 km lang und führt über 198 km in Tunneln und 62 km über Brücken, Baukosten etwa 5,7 Mrd. $ .
ຄົນລາວ ເຫັນຂ່າວແຈ້ງ ບອກຕໍ່ກັນໄປ
ເພິ່ນວ່າ ລົດໄຟລາວ ບໍ່ນານມີໃຊ້
ສອງທັນວາບອກໄວ້ ລົດໄຟຈະແລ່ນ
ແດນຂຸນໝິງສູ່ກໍ້າ ວຽງຈັນຕັ້ງທີ່ໝາຍ ແທ້ແລ້ວ
ປະຫວັດສາດບົ່ງແຈ້ງ ລາວຊື່ນແຮງໃຈ
ເຂົ້າຮ່ວມ ທາງສາຍໃໝ ຕໍ່ກັນໄຂກ້ວາງ
ກາຍເປັນ ລວງແລວຂ້າມ ອາຊີແດນໃຫຍ່
ໄປສູ່ແຄ້ວນ ໂລກາກ້ວາງຕ່າງແດນ ພຸ້ນແລ້ວ
ນະຄອນຫລວງວຽງຈັນ ຈຸດຕໍ່ຕັ້ງ ໄປສູ່ຫລາຍຫົນ
ຫລວງພະບາງ ຕໍ່ວັງວຽງແຄ້ວນ
ອຸດົມໃຊກ້າ ຫລວງນໍ້າທາເຮືອງແທ່ນ
ແດນດິນ ລາວທົ່ວແຄ້ວນ ໄປໄດ້ແລ່ນເຖິງ ວ່ານ່າ
ຄົນລາວ ຈະທ່ຽວໄດ້ ອອກສູ່ແດນໄກ
ທາງສາຍໃໝ ຜ່ານຈີນດິນກ້ວາງ
ໄປສູ່ ລວງເດີນໜ້າ ຫາລັດເຊັຍໃຫຍ່
ໃນຢູໂຣບ ຊອກທ່ຽວໄດ້ ລົດໄຟພ້ອມຊ່ວຍໄປ ເຈົ້າເອີ້ຍ
ລົດໄຟລາວ ຄົງຊ່ວຍໃຫ້ ມູນຄ່າເສດຖະກິດ
ການຜະຫລິດ ຂອງລາວເຮົາ ສົ່ງຂາຍຊູຄໍ້າ
ພ້ອມທັງ ນໍາຄົນເຂົ້າ ມາລາວຫາທ່ຽວ
ຂໍໃຫ້ ເປັນບາດຫລ້ຽວ ລາວກ້າວພຸ່ງໄປ ແດ່ທ້ອນ