ເວລາເປັນເງິນເປັນຄໍາແທ້ບໍ?

ຊວນຄິດໃນວັນອາທິດ:
ເວລາເປັນເງິນເປັນຄໍາແທ້ບໍ?
 
ໃນການດໍາລົງຊີວິດຂອງຄົນເຮົາ ໃນການຊື້ຂາຍເຮັດຖຸລະກິດ ເຮັດວຽກເຮັດງານ ຄົນສ່ວນຫລວງຫລາຍ ຟ້າວຝັ່ງຂ້ຽວຂອດ ມັກຈະເວົ້າສົມທຽບກັນເລີຍໆວ່າ:
“ເວລາເປັນເງິນເປັນຄໍາ“ ຫລື “ເວລາຄືເງິນຄືຄໍາ“.
ແມ່ນແທ້ບໍ?
 
ຖ້າຍັງມີຄົນເຂົ້າໃຈແບບນີ້ຢູ່ຕະຫລອດໄປ ຢາກຂໍຝາກແນວຄິດໃຫ້ຄວາມເຫັນ ໂດຍອີງໃສ່ຫລາຍຄວາມເຫັນຂອງຫລາຍໆຄົນຜູ້ໄດ້ຄົ້ນຄິດ ມາແລ້ວຕໍ່ບັນຫາດັ່ງກ່າວ ແລະ ໄດ້ປັບປ່ຽນໂຕເອງ ຍ້ອນຮູ້ໄດ້ເຖິງຄຸນຄ່າອັນແທ້ຈິງຂອງຊີວິດ ທີ່ຕິດພັນກັບ “ເວລາຂອງຊີວິດ“ ຖ້າມັນຜ່ານໄປແລ້ວບໍ່ກັບຄືນມາອີກ ນັ້ນເອງ.
 
ຄວາມເຫັນທີ່ວ່າ “ເວລາເປັນເງິນເປັນຄໍາ“
ແມ່ນຜິດ ບໍ່ຖືກຕ້ອງ. ຖ້າເຫັນແຕ່ດັ່ງນີ້ໄປ ອາດຈະພາໃຫ້ເປັນທຸກໄດ້.
ຍ້ອນວ່າ ເງິນຄໍາ ຖ້າຫມົດໄປແລ້ວ ສາມາດຫາໃຫມ່ໄດ້ ແຕ່ ເວລາ ຄື
ເວລາຂອງຊີວິດຄົນເຮົາ
ຫມົດໄປແຕ່ລະວິນາທີ ຫມົດໄປແຕ່ລະມື້ ແມ່ນຫາໃຫມ່ບໍ່ໄດ້ ມັນຕ່າງຈາກການຫາເງິນ.
ດັ່ງນັ້ນຈຶ່ງເວົ້າໄດ້ວ່າ ເວລາມີຄຸນຄ່າຕ່າງຈາກເງິນ ແຕ່ຄົນສ່ວນຫລາຍມັກເຂົ້າໃຈວ່າ ເສັຍເວລາແມ່ນເສັຍເງິນ ແຕ່ໃນຕົວຈິງແມ່ນເສັຍເວລາ ຄືເສັຍເວລາຊີວິດຂອງຕົນເອງທີ່ມີຢູ່ ນັບມື້ນັບສັ້ນໄປເທົ່ານັ້ນ.
 
ດັ່ງນັ້ນຄວນໃຊ້ເວລາຊີວິດຂອງຕົນເອງ ແບ່ງປັນໃຫ້ເປັນປະໂຫຍດ ໃຊ້ກັບການຢູ່ຮ່ວມກັນໃນຄອບຄົວ ໃນສັງຄົມ ໂອບອ້ອມເພື່ອແຜ່ກັນ ສ້າງກໍາໄລຊີວິດໃນຄວາມຮັກທາງດ້ານຈິດໃຈ ທີ່ມີຕໍ່ກັນ ໄດ້ຫລາຍເທົ່າໃດ ຍິ່ງຈະເຮັດໃຫ້ ຊີວິດມີຄຸນຄ່າຫລາຍຂຶ້ນ ກາຍເປັນຄວາມສຸກຂອງຊີວິດ ທີ່ເປັນມູນຄ່າເພີ້ມສູງສຸດ
 
ດັ່ງບູຮານເພິ່ນເຄີຍສັ້ງສອນໄວ້ວ່າ
“ເງິນຄໍາເປັນຂອງຫາໄດ້ ແຕ່ນໍ້າໃຈເປັນຂອງຫາຫຍາກ“ ນັ້ນເອງ.
 
ຂໍຢໍ້າອີກວາ:
ເວລາຊີວິດ ຂອງຄົນເຮົາ ແມ່ນມີຈໍາກັດ.
 
ເງິນມີຈໍານວນມະຫາສານ ໃຫ້ຄົນຫາໄດ້.
 
ຜູ້ໃດເສັຍເງິນໄປ ຍັງມີທາງຫາໄດ້.
 
ຜູ້ໃດເສັຍເວລາໄປ ແມ່ນເສັຍໄປເລີຍ ຫາຄືນບໍ່ໄດ້.
 
@ວິມາດອກບົວແກ້ວ