ພາຍຫລັງປະເທດຊາດຖືກປົດປ່ອຍ ແລະ ຖືກສ້າງຕັ້ງຂຶ້ນໃນປີ 1975

ພາຍຫລັງປະເທດຊາດຖືກປົດປ່ອຍ ແລະ ຖືກສ້າງຕັ້ງຂຶ້ນໃນປີ 1975 ບັນດາປະເທດສັງຄົມນິຍົມຕ່າງໆໃນຕອນນັ້ນ ໃນທຸກໂຂງເຂດແຕ່ອາຊີເຖິງຢູໂຣບຕາເວັນອອກຮອດລາຕ້າຍອາເມລິກາ ພ້ອມທັງອົງການຈັດຕັ້ງສາກົນຈໍານວນນຶ່ງ ໄດ້ໃຫ້ການຊ່ວຍເຫລືອຮັບເອົານັກຮຽນລາວໄປຮຽນຕໍ່ ເປັນຕົ້ນຢູ່ເຢັຍລະມັນ ເຂົ້າຊັ້ນຕົ້ນ ຊັ້ນກາງວິຊາຊີບ ແລະ ຊັ້ນສູງ ຈົນຮອດປີ 1989, ຫລັງຈາກບັນດາປະເທດສັງຄົມນິຍົມຢູໂຣບຕາເວັນອອກໄດ້ພັງທະລາຍລົງ ແລ້ວການຮັບເອົາກໍຖືກຢຸດຕິລົງ.
ດັ່ງນັ້ນຍ້ອນການສຶກສາຈຶ່ງເຮັດໃຫ້ຄົນລາວເຮົານຸ່ມນ້ອຍໃນຕອນນັ້ນຕ້ອງໄດ້ເຫີນຫ່າງອອກຈາກປະເທດຊາດໄປຢູ່ຕ່າງປະເທດ ທີ່ລັດທະບານໄດ້ສົ່ງໄປຮຽນ ແລະ ທຸກຄົນລ້ວນແລ້ວແຕ່ມີຄວາມພູມໃຈ ແລະ ດີໃຈທີ່ໄດ້ໄປຮຽນຕໍ່ຕ່າງປະເທດ.
ມາເຖິງປະຈຸບັນ ເວົ້າລວມ ອາດີດນັກສຶກສາໃນສະໃໝDDR ສ່ວນໃຫຍ່ຢູ່ລາວ ແມ່ນໄດ້ເຂົ້າສູ່ຊ່ວງໄລຍະບໍານານແລ້ວ.
ອາດີດນັກສຶກສານັກຮຽນຮູ້ຄົນລາວ ທີ່ດໍາລົງຊີວິດຢູ່ເຢັຍລະມັນ ຄືດັ່ງ ນ້ອງສຸລັດໄດ້ເລົ່າເຖິງນັ້ນ ໄດ້ເຕີມໃຫຍ່ຂະຫຍາຍຕົວສ້າງຄອບຄົວ ມີວຽກເຮັດງານທໍາໄດ້ດີຢູ່ໃນສັງຄົມຂອງປະເທດເຈົ້າພາບ ແຈກຢາຍກັນໄປທົ່ວເຢັຍລະມັນ ແຕ່ເໜືອເຖິງໄຕ້.
ໃນປະຈຸບັນຜູ້ທີ່ເຄີຍຮູ້ຈັກຮັກແພງກັນໃນຜ່ານມາກໍ່ຍັງສືບຕໍ່ຜູກພັນຮັກແພງກັນຕະຫລອດມາ, ເຖິງວ່າຈະບໍ່ໄດ້ພົບພໍ້ກັນກໍຕາມຍ້ອນຢູ່ຫ່າງໄກກັນ ແລະ ມີພາລະກິດວຽກງານຂອງໃຜມັນ.
ຕົນເອງມີຄວາມດີໃຈ ທີ່ຍາມໃດຄວາມຮັກແພງຂອງຄົນລາວພວກເຮົາໄດ້ໝັ້ນແກ່ນຕະຫລອດມາ.
ໂດຍສະເພາະດີໃຈ ແລະ ພູມໃຈທີ່ຄົນລາວເຮົາດໍາລົງຊີວິດຢູ່ໃນສັງຄົມຂອງເຂົາເຈົ້າບໍ່ເຄີຍມີບັນຫາຫຍັງເກີດຂຶ້ນ ມີການຈັດຕັ້ງສະມາຄົມລາວຕ່າງໆ ພົວພັນດີກັບສະຖານທູດລາວ ພ້ອມກັນເຜີຍແຜ່ວັດທະນະທໍາຂອງຊາດລາວເຮົາ ທໍາບຸນສິນກິນທານ ບຸນປະເພນີ ຜູກຮັກຜູກແພງກັບເພື່ອນມິດປະເທດເຈົ້າພາບໄດ້ດີ ແລະ ຫາທາງຊ່ວຍເຫລືອບ້ານເກີດເມືອງນອນຂອງຕົນຢູ່ລາວເຮົາ ໃນຫລາຍຮູບຫລາຍແບບ.
ພິເສດດີໃຈ ທີ່ໄດ້ເຫັນ ແລະ ໄດ້ຮູ້ຂ່າວ ຄົນລາວເຮົາ ທີ່ຢູ່ໃສ ກໍໄດ້ພ້ອມກັນສູ້ຊົນທໍາມາຫາກິນເຮັດວຽກງານຂອງໃຜມັນ ຊຸກຍູ້ຊ່ວຍເຫລືອລູກເຕົ້າຂອງຕົນເອງ ເຂົ້າໃສ່ການຮຽນ ການສຶກສາ ແລະ ວິຊາຊີບ ໂດຍທີ່ມີຫລາຍຄົນໄດ້ຮຽນດີ ສຶກສາດີ ໃນລະດັບສູງ ໃນຫລາຍວິຊາ ແລະ ມີຫລາຍຄົນມີວຽກເຮັດງານທໍາດີ ແລະ ສາມາດດໍາເນີນທຸລະກິດເປັນຂອງຕົນເອງໄດ້.
ທັງຫມົດ ຫວັງຢ່າງຍິ່ງວ່າ ລູກຫລານລາວຄົນລາວເຊື້ອຊາດລາວ ດັ່ງກ່າວຈະກາຍເປັນຂົວຕໍ່ຜູກພັນນໍ້າໃຈຄົນເຢັຍລະມັນ ແລະ ຄົນລາວ ຢູ່ຕ່າງແດນຕໍ່ກັບທາງບ້ານເກີດເມືອງນອນ ຂອງພໍ່ແມ່ຂອງຕົນ ສືບຕໍ່ໄປໃນອານາຄົດ.
ຂໍຂອບໃຈນ້ອງສຸລັດ ແລະ ລູກຊາຍທັງສອງ ທີ່ໄດ້ເດີນທາງໄປຢາມ ໄດ້ນໍາເອົາຄວາມອົບອຸ່ນຮັກແພງໄປສູ່ຄອບຄົວ ເຖິງວ່າຈະຢູ່ໃນເວລາອັນສັ້ນກໍຕາມ ໄດ້ເຫັນກັນ ໄດ້ໂອບກອດກັນ ເປັນການເສີມພະລັງຈິດໃຈຮັດແຫນ້ນຄວາມສາມັກຄີຮັກແພງໄປມາຫາສູ່ກັນສືບຕໍ່ໄປໃຫ້ແຂງແກ່ນຂຶ້ນ.
ຂໍອວຍໄຊໃຫ້ຄົນລາວເຮົາຢູ່ທຸກແຫ່ງຫົນຈົ່ງຮັກແພງກັນ ມີສຸຂະພາບແຂງແຮງດີ ດໍາເນີນພາລະກິດທຸກຢ່າງໃນຫນ້າທີ່ການງານ ແລະ ໃນຊີວິດສ່ວນຕົວຮ່ວມກັບຄອບຄົວຫມູ່ເພື່ອນ ດ້ວຍຜົນສໍາເຫລັດອັນສະງ່າງາມທຸກປະການເທີ້ນ.