ຂໍໄວອາໄລເຖິງດວງວິນຍານຂອງເພື່ອນ ບຸດ ແກ່ນທະລັງສີ.

🙏ຂໍໄວອາໄລເຖິງດວງວິນຍານຂອງເພື່ອນ
ບຸດ ແກ່ນທະລັງສີ.🙏
ການສົ່ງສະການໄດ້ຖືກດໍາເນີນໄປຢ່າງສົມກຽດ ໂດຍການເຂົ້າຮ່ວມຂອງຍາດຕິພີ້ນ້ອງ ເພື່ອນມິດ ຄົນຮູ້ຈັກຮັກແພງກັນ ພ້ອມທັງການຈັດຕັ້ງທຸກພາກສ່ວນ.
ຕົນເອງພ້ອມຄອບຄົວ ແລະ ຂໍຕາງໜ້າໃຫ້ແກ່ຄອບຄົວແກ່ນທະລັງສີພ້ອມດ້ວຍຍາດຕິພີ້ນ້ອງ ຂໍສະແດງຄວາມຂອບອົກຂອບໃຈ ມາຍັງເພື່ອນມິດ ບັນດາທ່ານທັງໝົດ ແລະ ການຈັດຕັ້ງ ທີ່ໄດ້ໃຫ້ຄວາມອົບອຸ່ນອອກຄວາມເຫັນແບ່ງເບົາຄວາມໂສກເສົ້າ ແລະ ໄດ້ປະກອບສ່ວນປັດໃຈໃຫ້ສິນກິນທານນໍາຄອບຄົວຂອງເພື່ອນ.
ພ້ອມດຽວກັນນີ້ ຂໍອວຍພອນໃຫ້ທຸກໆທ່ານຈົ່ງມີສຸຂະພາບແຂງແຮງດີ ອາຍຸໝັ້ນຍືນ ພົບພໍ້ແຕ່ຄວາມສົມບູນພູນສຸກຕະຫລອດໄປເຖີ້ນ.🙏🙏🙏
♥️ແດ່ເພື່ອນ!♥️
ທາງຊີວິດເຄື່ອນຍ້າຍ ເໝືອນດັ່ງສາຍຕໍາລາ
ເປັນເສັ້ນຍາວຢຽດໄປ ລ່ວງຂອບແດນກັນໄວ້
ໄປໄກເກີນຂອບກັ້ນ ອະສົງໄຂຕາມໂຕປ່ຽນ
ຂໍພະອິນ ເບັດຊ່ວຍໃຫ້ ເສັ້ນສາຍກ້າວສູ່ສະຫວັນ ແດ່ທ້ອນ
ຕອນຮັບຂ່າວສົ່ງໃຫ້ ຮຽມແສນຕື່ນຕົກໃຈ
ຄິດຈະໂທຖາມຫາ ແຕ່ເວລາຂວາງກັ້ນ
ສອງດິນດອນເວລາເຄື້ອນ ຢາກໂທຫາຈໍາລໍກ່ອນ
ບໍ່ຢາກປຸກເພື່ອນຂ້ອຍ ຜູ້ນອນນິ່ງຕໍ່ແຮງ ເຈົ້າເອີ້ຍ
ເດິກດື່ນນອນບໍ່ໄດ້ ໃຈເປັນຫ່ວງທວນຄິດ
ລັບຕາມອງແນມເຫັນ ເພື່ອນເຮົາຮຽນຄຽງຂ້າງ
ປະຊຸມການຈັດຕັ້ງ ນໍາພາໃນລູກໜ່ວຍ
ຍາມຫວ່າງຄົວແຕ່ງເຂົ້າ ພາກັນເຕົ້າມ່ວນກັນ ແທ້ແລ້ວ
ຫ້າໂມງເຊົ້າຕື່ນຂຶ້ນ ມືຄົວໃສ່ມືຖື
ຫວັງຈະໂທຖາມຫາ ແຕ່ຂ່າວມາພານໜ້າ
ບອກວ່າ ພໍ່ລູກເສັຍໄປແລ້ວ ໃຈເຮົາຂາດເປັນທ່ອນ
ເໝືອນດັ່ງຟ້າຜ່າແລ້ງ ຕໍາໃຈມ້າງມຸ່ນໄປ ຟ້າເອີ້ຍ
ເສັຍໃຈເຮົາບໍ່ໄດ້ ວາຈາຕໍ່ດອມກັນ
ເຫດການເປັນໄປໄວ ເພື່ອນຈາກໄປເສັຍແລ້ວ
ຫົວອົກແສນສະອຶ້ນ ຕາລັບໄປໃຈຊັ່ນ
ໄດ້ແຕ່ວອນຮໍ່າຮ້ອງ ໄປດີເຖີ້ນເພື່ອນເຮົາ
ຊີວິດຄົນບໍ່ຢັ້ງ ຍືນຍົງລື່ນພັນປີ
ຄົງເປັນໄປຕາມບຸນ ແຂ່ງກັນບໍ່ມີໄດ້
ເຖິງແນວໃດຂໍໃຫ້ ວົງຈອນເຮົາເດີນຜ່ານ
ຊາດໜ້າມີທ່ຽງແທ້ ວົງຈອນກ້ຽວຮ່ວມກັນ ແດ່ເຖີ້ນ
ຄວາມດີທີ່ເພື່ອນໄດ້ ກະທໍາກໍ່ກາຍມາ
ຄອບຄົວຄົນແພງຮັກ ສົ່ງເສີມໄປຮຽນຮູ້
ເມັຍຮັກແພງຮຽງຂ້າງ ທົນທານມາທຸກຢ່າງ
ຫວັງມີສຸກເມື່ອເຖົ້າ ລູກຫລານເຕົ້າອຸ່ນກັນ ເຈົ້າເອີຍ
ໝູ່ເພື່ອນຍາດມິດ
ຕ່າງກ່າວເວົ້າ ຄວາມເຫັນຮ່ວມໝອງໃຈ
ການຈາກໄປໄລລາ ເພື່ອນເຮັດມາຄົນຮູ້
ຂໍເພື່ອນ ໄປສູ່ພູມພົບພື້ນ ແດນສະຫວັນເຮືອງຮຸ່ງ
ຫາຍໂສກ ສຸກຍິ່ງລໍ້າ ຜົນບຸນເຈົ້າຊ່ວຍຊູ ແດ່ເຖີ້ນ
🙏🙏🙏
@ວິມາດອກບົວແກ້ວ