„ນິວນໍມານ“ New Normal.
ທີ່ພວກເຮົາ ປາດຖະໜາ!
ວິກິດການໂຄວິດ ເປັນການທົດສອບອັນຍິ່ງໃຫຍ່ ເຖິງຄວາມປອງດອງ ແລະ ເຖິງຄວາມຢູ່ລອດທາງດ້ານເສດຖະກິດ ຂອງຊາດລາວເຮົາ.
ໂຄວິດ ຍັງຈະຢູ່ ກັບຄົນເຮົາ ດົນນານຕໍ່ໄປ.
ຫລາຍອັນ ທີ່ຄົນເຮົາໄດ້ປະເຊີນມາ ແລະ ຍັງຈະປະເຊີນຕໍ່ໄປ, ຫລາຍອັນ ທີ່ຄົນລາວບໍ່ເຄີຍໄດ້ເຮັດ ຈໍາຕ້ອງໄດ້ເຮັດ ຕົວຢ່າງ ການປ້ອງກັນຕົວ, ການໃສ່ຫນ້າກາກ, ການອານາໄມ, ການກັກກັນຢູ່ຫ່າງ, ການຢຸດຕິການຊຸມແຊວຫລິ້ນກິນຟູມເຟືອຍ, ການປະຢັດ
ແລະ ຫລາຍໆອັນ ທີເກີດຂຶ້ນ ຄື ການລະບາດເຊື້ອ, ການປັ່ນປ່ວຍກັນໃຊ້ອາລົມຮຸນແຮງ, ການໃສ່ຮ້າຍປ້າຍສີກັນ, ການຕໍານິຕັກເຕືອນກັນ, ຄວາມສົນໃຈຂອງປະຊາຊົນຕໍ່ຊາດ, ຄວາມມີສະຕິ ຂອງປວງຊົນ ຂອງພະນັກງານ ໃນການຕ້ານເຊື້ອ, ຄວາມເສັຍສະລະ ຂອງແພດໝໍຮັກສາຄົນປ່ວຍ ຕຳຫລວດ ທະຫານ ຜູ້ກວດກາຕາມທ້ອງຖິ່ນ ແລະ ຊາຍແດນ ແລະ ອື່ນໆ,
ມັນແມ່ນ ພຽງສ່ວນນຶ່ງ ຂອງເຫດການເທົ່ານັ້ນ.
ທັງຫມົດເລົ່ານັ້ນ ສາມາດໄຈ້ແຍກໄດ້ວ່າ ມັນມີທັງ
ແນວດີ ແລະ ແນວບໍ່ດີ
ອັນບໍ່ດີ ເຊັ່ນວ່າ
ການຫລິ້ນກິນຟູມເຟືອຍ, ຄວາມປະມາດ, ຄວາມເຫັນແກ່ຕົວ ແລະ ອື່ນໆ
ທີ່ຈະສາມາດນໍາໄປສູ່ ຄວາມເປັນອັນຕະລາຍແກ່ຊີວິດ ຫລື ພາຊາດ ກ້າວໄປສູ່ຄວາມລົ້ມຈົມ.
ນອກນັ້ນ ທັງໝົດເລົ່ານັ້ນ ບໍ່ແມ່ນ “ນິວນໍມານ“
ທີ່ຄົນລາວພວກເຮົາ ຈະຕ້ອງປະຕິບັດກັນໄປ ໃຫ້ເປັນຄວາມຊິນເຄີຍ ຫລື ໃຫ້ກາຍເປັນຮີດຄອງ ຂອງຊາດລາວເຮົາ.
ສິ່ງທີ່ຄວນຈະເປັນ “ນິວນໍມານ“ ຫລື ເວົ້າໄດ້ວ່າ ຈະຕ້ອງກາຍເປັນ “ຄວາມຊິນເຄີຍ“
ໃຫ້ແກ່ການດໍາລົງຊີວິດ ຂອງພວກເຮົາ ທີ່ຈະຕ້ອງດໍາເນີນໄປ ຄຽງຄູ່ກັບການຂົ່ມຂູ່ ຂອງເຊື້ອໂຄວິດ ຫລື ກາຍເປັນປະເພນີອັນດີງາມ ຂອງຄົນລາວເຮົາ ສືບຕໍ່ໄປ ເຖິງວ່າໂຄວິດຈະຖືກຜ່າຍແພ້ໄປໃນຕໍ່ໜ້າກໍຕາມ
ນັ້ນຄື ຄວາມຮັບຜິດຊອບ ຂອງແຕ່ລະຄົນຕໍ່ຊາດ, ຄວາມມີສະຕິຕຽມພ້ອມ ຕໍ່ຄວາມສ່ຽງທີ່ຈະເກີດຂຶ້ນໄດ້ທຸກໂອກາດ, ຄວາມປະນີປະນອມ ແກ້ໄຂບັນຫາທີ່ເກີດຂຶ້ນດ້ວຍຄວາມສ້າງສັນສາມັກຄີຮັກແພງກັນ ຖືເປັນຊາຕາກໍາອັນດຽວກັນ, ຄວາມອ່ອນຫວານທີ່ມີຮອຍຍິ້ມຕໍ່ກັນ ແລະ ຫລາຍໆອັນ
ທີ່ເວົ້າໄດ້ລວມວ່າ ເປັນການສືບຕໍ່ຮັກສານິໃສໃຈຄໍ ຮີດຄອງປະເພນີ ແລະ ແບບແຜນໃນການດໍາລົງຊີວິດອັນດີງາມ ທີ່ປະຊາຊົນລາວ ເຄີຍໄດ້ສືບຕໍ່ກັນມາ ບໍ່ໃຫ້ແຕກສະຫລາຍໄປ ດ້ວຍວິກິດການໂຄວິດ ທີ່ບໍ່ມີໃຜປາດຖະຫນານັ້ນເອງ.
ວິກິດການໂຄວິດ ຍັງຈະດໍາເນີນໄປ ເປັນການທົດສອບອັນຍິ່ງໃຫຍ່ ເຖິງຄວາມປອງດອງ ແລະ ເຖິງຄວາມຢູ່ລອດທາງດ້ານເສດຖະກິດ ຂອງຊາດລາວເຮົາ.
ດັ່ງນັ້ນ ໃນສະພາບການ ວິກິດການໃນປະຈຸບັນ
ປະຊາຊົນທັງຊາດ ແລະ ການນໍາ ຕ້ອງນໍາໃຊ້ເວລາ ສ້າງຄວາມເຂັ້ມແຂງໃຫ້ຕົນເອງ ຕ້ອງໄດ້ ມີຄວາມສຸຂຸມຕໍ່ກັນ ຕໍ່ບັນຫາຕ່າງໆ ຢ່າງມີສະຕິ ຕຽມພ້ອມ ຄົ້ນຄິດແລ້ວຈຶ່ງເວົ້າ ຕຶກຕອງແລ້ວຈຶ່ງເຮັດ ແລະ ຕ້ອງເຮັດແທ້ທໍາຈິງ ບໍ່ບຸກທະຫລຸ ແບບສຸມສີ່ສຸມຫ້າ ໃສ່ບັນຫາ.
ໃນການແກ້ໄຂບັນຫາ
ພວກເຮົາ ຕ້ອງໄດ້ເລັງໃສ່ ຊອກຫາຊ່ອງທາງ ສ້າງຄວາມເຂັ້ມແຂງໃຫ້ຕົນເອງ ໃນຫລາຍໂຂງເຂດເສດຖະກິດ ໃນຄອບຄົວ ແລະ ສັງຄົມ ເຖິງຈະໜັກນ່ວງກໍຕາມ ໃຫ້ສາມາດ ເປັນເຈົ້າຕົນເອງໄດ້
ເຮັດໃຫ້ ພວກເຮົາສາມາດ ພ້ອມກັນຜ່ານອອກວິກິດການ ດ້ວຍຄວາມທະນົງຕົວ ກະຕືລືລົ້ນ ສຸມເຂົ້າໃສ່ການຟື້ນຕົວ ຮອງຮັບການເປີດກ້ວາງໃນໂລກ ທີ່ຈະເກີດຂຶ້ນແນ່ນອນໃນຕໍ່ຫນ້າ
ເຖິງວ່າຈະບໍ່ມີຜູ້ໃດບອກໄດ້ກໍຕາມ.
ຈະເຮັດໄດ້ “ທຸກໆຄົນ“ ຕ້ອງໄດ້ຄົ້ນຄິດໃຫ້ຖືກຕ້ອງ ປ່ຽນແປງແນວຄິດ ທີ່ຈະນໍາພາໄປສູ່ ການປ່ຽນແປງ ການກະທໍາອັນດີ ເພື່ອຄວາມກ້າວໜ້າ ຊອງຊາດ ເພື່ອສິດ ແລະ ຜົນປະໂຫຍດ ຂອງໝົດທຸກຄົນ ນັ້ນເອງ.
ຢ່າໃຫ້ເຊື້ອໂຄວິດ ເອົາຊະນະ ພວກເຮົາ ໄດ້ເດັດຂາດ. ບັນຫາທີ່ເກີດຂຶ້ນ ມັນທົດສອບພວກເຮົາທັງຊາດ.
ຖ້າພວກເຮົາ ມີແຕ່ໃຊ້ອາລົມ ແຕກແຍກກັນ ບໍ່ສາມາດແກ້ໄຂບັນຫານີ້ໄດ້ດີຢ່າງມີວິທີການແລ້ວ ພວກເຮົາຈະສາມາດ ໄປແກ້ໄຂບັນຫາ ສຳຄັນອື່ນໆ ໃນຊີວິດໂຕເອງ ແລະ ຂອງຊາດໄດ້ແນວໃດ?
@ວິມາດອກບົວແກ້ວ