ເດິກມາອອກທ່ຽວບ້ານ ແສນໂດດດ່ຽວໃຈລອຍ

ເດິກມາອອກທ່ຽວບ້ານ ແສນໂດດດ່ຽວໃຈລອຍ
ເຫັນພຽງແສງໄຟເຍືອງ ຮ່ອມທາງລົງເຖິງບ້ານ
ຫິມະກອງກັນຂຶ້ນ ທາງເດີນກາຍເປັນຮ່ອງ
ຄົນລັບນອນຢູ່ຢັ້ງ ໃນເຮືອນຕຸ້ມຕ່ອມກັນ ແທ້ແລວ
ຄິດເຫັນເດືອນສາມຄ້ອມ ຍາມໜາວມິ່ງເມືອງເຮົາ ແທ້ເດ້
ລົມຜັດມາວອຍວອຍ ເປົ່າໄຟຢືນວົງລ້ອມ
ຟັງນິທານຫູຕັ້ງ ລືມນອນຈົນເດິກດື່ນ
ຢືນຄົນດຽວຢູ່ພີ້ ມັນໜາວແທ້ຕ່າງກັນ ແທ້ເດ້
@ວິມາດອກບົວແກ້ວ
ຟັງເພັງປະກອບວິດິໂອ ຂອງ VIZE ຕ້ອງໃຊ້ ເຄື່ອງສຸບຫູຟັງມັນຈຶ່ງທຸ້ມສຽງຢ່າງຊຶ້ງໃຈ ໃນສຽງເສບເອກະລັກ ຂອງ ວາຍສ.