ເຫັນເພິ່ນອອກຂ່າວແຈ້ງ ລາຍຊື່ຄົນສະມັກ ສະມາຊິກສະພາ ຊື່ສຽງປະຫວັດຍໍ້

ເຫັນເພິ່ນອອກຂ່າວແຈ້ງ ລາຍຊື່ຄົນສະມັກ
ສະມາຊິກສະພາ ຊື່ສຽງປະຫວັດຍໍ້
ມີ ປອ ດຣ ພ້ອມ ການສຶກສາສູງສົ່ງ
ສະມັກໃຈຊ່ວຍໃຊ້ ປະຊາເຊື້ອຢູ່ສະພາ ຊົມເຊີຍ
ໃຜເດ້ຈະຊ່ວຍແກ້ ບັນຫາທົ່ວສັງຄົມ
ເປັນຕົວແທນປະຊາ ນັ່ງສະພາຊວນເວົ້າ
ຫູຕາໄກມອງກວ້າງ ມີຄວາມເຫັນໃສສ່ອງ
ຕັດສິນຕີຕໍ່ຕ້ານ ແນວຂວາງບ້ານບໍ່ດີ ທ່ານເອີ້ຍ
ປວງຊົນຄວນຕໍ່ຕັ້ງ ວິໃຈເບິ່ງຄົນດີ
ອະທິບາຍບອກກັນ ວ່າໃຜສົມຄວນແທ້
ສິດປະຊາມີໄວ້ ພາກັນເອົາໃຈໃສ່
ເລືອກຄົນດີຊ່ວຍຍູ້ ສັງຄົມກ້າວຮຸ່ງເຮືອງ ແທ້ແລ້ວ
ຫາກເຈົ້າຖືກເລືອກຕັ້ງ ເຂົ້າໄປນັ່ງໃນສະພາ
ຢ່າໄດ້ລືມປະຊາ ຜູ້ຊອກຫາແລງເຊົ້າ
ຫາກບ້ານເມືອງຫາຍເສົ້າ ຄົນເຂົາສິຮ້ອງໃສ່
ຄົນໄວ້ໃຈຄືດັ່ງເຈົ້າ ປວງຊົນເວົ້າບໍ່ລືມ ແທ້ແລ້ວ
@ວິມາດອກບົວແກ້ວ