ລະດູຫນາວຈະຜ່ານພົ້ນ ໄລລາຫ່າງໄກຫນີ ແລ້ວນ່າ

ລະດູຫນາວຈະຜ່ານພົ້ນ ໄລລາຫ່າງໄກຫນີ ແລ້ວນ່າ ຫິມະສະຫລາຍຕົວ ຄ່ອຍເຫືອດຫາຍໄປແລ້ວ ຫລຽວແລຮອຍປະໄວ້ ສອງສາມວັນກໍຈະເປື່ອຍ ເຫລືອພຽງຈິດຈໍ່ໄວ້ ຄວາມຈໍາຫມັ້ນໃສ່ໃຈ ທໍ່ນັ້ນແລ້ວ ທໍາມະຊາດປ່ຽນຍ້າຍ ໄປຕາມແຫ່ງກົດເກນ ແທ້ເດ້ ມີໄປມາລາກັບ ເສື່ອມສູນຫາຍກາຍສິ້ນ ໃຜຈະຂັດຂືນໄດ້ ສັງຂານຄົນໂລກຕໍ່າ ວົນວຽນປັບປ່ຽນຍ້າຍ ໄປຕາມເຄົ້າແຫ່ງກັມ ແທ້ນ່າ @ວິມາດອກບົວແກ້ວ Die Spuren werden bald verschwinden. Was bleibt, ist die schöne Erinnerung. ລະດູຫນາວປີນີ້ຖືວ່າ ຫນາວຫລາຍກວ່າປີຜ່ານໆມາ ມີຫິມະຕົກຫລາຍ ແລະ ຫນາວເຢັນຕໍ່າຈົນເຖິງລົບຊາວຫົກອົງສາ ໃນໂຂງເຂດໃຈກາງຂອງປະເທດເຢັຍລະມັນ. ປະຈຸບັນອາກາດເລີ້ມຮ້ອນຂຶ້ນ ແສງແດດກ້າ ເຫມືອນດັ່ງວ່າ ລະດູໃບໄມ້ບົ່ງກໍາລັງຈະເລີ້ມແລ້ວ. ແຕ່ເຖິງແນວໃດກໍຕາມກໍຍັງຢູ່ໃນລະດູຫນາວຈົນເຖິງທ້າຍເດືອນສາມ. ເບິ່ງວ່າຈະຮອດຕອນນັ້ນ ສະພາບອາກາດຈະມີການປ່ຽນແປງໄປແນວໃດ.