ເວົ້າສູ່ກັນຟັງ: ການສັກຢາຕ້ານເຊື້ອຢູ່ເຢັຍລະມັນປະເຊີນຫນ້າກັບຫລາຍບັນຫາ.

ເວົ້າສູ່ກັນຟັງ: ການສັກຢາຕ້ານເຊື້ອຢູ່ເຢັຍລະມັນປະເຊີນຫນ້າກັບຫລາຍບັນຫາ. ມາເຖິງປະຈຸບັນ ການສັກຢາຕ້ານເຊື້ອໃນທົ່ວເຢັຍລະມັນ ໄດ້ຖືກດໍາເນີນໄປຢ່າງຊັກຊ້າ ຍ້ອນການຕອບສະຫນອງຢາສັກ ໃຫ້ແກ່ສູນສັກຢາ ບໍ່ໄດ້ຕາມຄວາມຕ້ອງການ ເຮັດໃຫ້ການສັກຢາຖືກໂຈະ. ສື່ສານຕ່າງໆ ໄດ້ແຈ້ງຂ່າວອອກ ເວົ້າເຖິງການຕູ່ຫາກັນ ລະຫວ່າງ ລັດ ແລະ ສະພາຢູໂຣບ ກັບ ບັນດາຜູ້ຜະຫລິດຢາ ໂດຍອີງໃສ່ການສັ່ງຊື້ ວ່າເປັນໄປໃນຂັ້ນຕອນທີ່ຍັງບໍ່ເປັນເອກກະພາບກັນ ຫລື ເວົ້າວ່າ ແມ່ນຄວາມຜິດສັນຍາ ຂອງຜູ້ຜະຫລິດ ທີ່ ບໍ່ສາມາດຜະຫລິດຢາສົ່ງໄດ້ຕາມກໍານົດ ຫລື ຢາສັກຖືກສົ່ງ ໄປໃຫ້ແກ່ປະເທດອື່ນ ທີ່ຈ່າຍແພງ ແລະ ບໍ່ມີຂໍ້ຜູກມັດສູງ. ມາເຖິງ ປະຈຸບັນ ເຢັຍລະມັນ ກໍຄື ສະພາຢູໂຣບ ໄດ້ອານຸຍາດນໍາໃຊ້ ຢາສັກ ສອງສະນິດ ຄື ຢາສັກນຶ່ງ ຈາກບໍລິສັດ ເຢັຍລະມັນແລະອາເມຣິກາ ບາຍໂອເທັກ ແລະ ຟາຍເຊີ ຢາສັກສອງ ຈາກບໍລິສັດ ໂມເດີນາ ຂອງ ອາເມຮິກາ ແລະ ຕໍ່ໄປ ຍັງຈະອານຸຍາດນໍາໃຊ້…

ໂອ້ເສັ້ນທາງ ອັນແສນຍາວໄກ ຄືເສັ້ນທາງໃໝ່ ວຽງຈັນ ວັງວຽງ!

ໂອ້ເສັ້ນທາງ ອັນແສນຍາວໄກ ຄືເສັ້ນທາງໃໝ່ ວຽງຈັນ ວັງວຽງ! Highway Vientiane – Vangvieng Laos – China ເຫັນເພິ່ນສ້າງ ທາງດ່ວນຍາວໄກ ຈາກວຽງຈັນ ດ່ວນວັງວຽງແຄ້ວນ ປູຢາງກວ້າງ ກັນຮາວສອງຝັ່ງ ຂີດໃສ່ເສັ້ນ ມີປ້າຍທີ່ໄປ ແທ້ແລ້ວ ທາງຜ່ານບ້ານ ກາຍທົ່ງດົງນາ ທິວທັດງາມ ຜ່ານພູຮູຖໍ້າ ໄປມາໄດ້ ສອງແລວກັບຕ່າວ ໄວຍິ່ງແທ້ ເກີນກີ້ກ່ອນຫລັງ ແທ້ນ່າ ຄົນລາວເຮົາ ຊົມຊື່ນແມ້ງ ເດີນແລ່ນຍົນຍານ ທົດລອງທາງ ແລ່ນໄວທຽວໄວ້ ໄວເກີນມຸ້ງ ເຖິງວັງວຽງຖິ່ນ ຊອງລ່ອງແລ້ວ ກັບບ້ານກີ່ໂມງ ວ່ານ່າ ລົດແລ່ນເຂົ້າ ເຖິງບ່ອນຂາຍບັດ ການຈັດສັນ ຕໍ່ຄິວກັນເຂົ້າ ຍັງຊັກຊ້າ ຫລາຍຄົນວອນວ່າ ຂໍປ່ຽນແກ້ ດີຂຶ້ນຕໍ່ໄປ ວ່ານ່າ ນາຍເພິ່ນເວົ້າ ບອກປ່າວເຕືອນກັນ ມີຄວາມໄວ ແລ່ນໄປຕາມເສັ້ນ ງົວຄວາຍພ້ອມ ສັດສາວາສິ່ງ…

ຊວນຄິດໃນວັນອາທິດ ການເອົາໃຫ້ ແລະ ການເອົາມາ ຈະໃຫ້ຄວາມສຸກໄດ້ຄືແນວໃດ?

ຊວນຄິດໃນວັນອາທິດ! ການເອົາໃຫ້ ແລະ ການເອົາມາ ຈະໃຫ້ຄວາມສຸກໄດ້ຄືແນວໃດ? ຈະເອົາກ່ອນ ແລ້ວຈຶ່ງ ເອົາໃຫ້ ແນວໃດຖືກ? ຄົນລາວເຮົາສ່ວນໃຫຍ່ ໄດ້ປະຕິບັດຕັ້ງແຕ່ດັ່ງເດີມນານມາແລ້ວກ່ຽວກັບ „ການເອົາໃຫ້“ ເປັນຕົ້ນ ແມ່ນການ ຕັກບາດ ທໍາບຸນສິນກິນທານຕ່າງໆ. ເວົ້າລວມແລ້ວ ຖ້າມີການເອົາໃຫ້ ແບບບໍ່ມີຄວາມມຸ້ງຫວັງຢາກໄດ້ສິ່ງຕອບແທນຄືນ ຈະສາມາດຊ່ວຍ ຜູ້ເອົາໃຫ້ ແລະ ຜູ້ໄດ້ຮັບ ມີຄວາມສຸກໃຈ ແບບໃນລັກສະນະທີ່ເອີ້ນກັນວ່າ „ການປ່ອຍວາງ“ ຕາມພະທໍາຄໍາສັ່ງສອນ ຂອງພະພຸດທະເຈົ້ານັ້ນເອງ. ການເອົາໃຫ້ ດ້ວຍຄວາມພໍໃຈ ຈະເກີດມີຂຶ້ນໄດ້ ກໍໃນເມື່ອມີຄົນໃນສັງຄົມ ມີຄວາມຮັກໃນອາຊີບ ແລະ ມັກສິງທີ່ຕົນເອງເຮັດ ພໍໃຈໃນສິ່ງທີ່ຕົນເອງມີ ເຮັດດ້ວຍຄວາມພໍໃຈ ບໍ່ຮຽກຮ້ອງຜົນຕອບແທນ ຖືວ່າເປັນສັດທາ ຂອງຕົນເອງ. ສິ່ງຕອບແທນ ຄື ການເອົາກັບມາ ຫາກຈະເກີດຂຶ້ນຕາມມາ ໃນຮູບແບບທີ່ເພິ່ນວ່າ „ນໍ້າໄປປາມາ“ ຖືວ່າ ເປັນການໄດ້ແບບເພິ່ງພາອາໃສກັນ ເປັນສິ່ງຕອບແທນ ຈາກຄວາມພໍໃຈ ຂອງຜູ້ເອົາໃຫ້ ຊ່ວຍຜູ້ໄດ້ຮັບ ມີອັນປ່ຽນແປງໃນຊີວິດ ດີຂຶ້ນ. ຕົວຢ່າງ…

ໂອ້ ບ້ານເກິນ ເບື້ອງຫລັງທີ່ຝັງໃຈ

ໂອ້ ບ້ານເກິນ ເບື້ອງຫລັງທີ່ຝັງໃຈ ລຸງແຫວນ ຕາຕື່ນເຕັ້ນ ຫລຽວລໍ່າລໍາເຊ ລາວລຸກເດິກ ຕື່ນນອນຕອນເຊົ້າ ຝົນຝອຍຍ້ອຍ ຍອຍລົງຢົດລັ່ງ ລາວຍ່າງຍ້າຍ ລົງນໍ້າງື່ມໄຫລ ພຸ້ນແລ້ວ ແອວບ່ຽງຂ້ອງ ຫົວໃສ່ໃບກຸບ ມືຈັບພາຍ ພໍ່າຄັນເບັດປ້ອງ ແພຂະມ້າ ຄຽນຄີງແອວແກ່ນ ຕີນເປົ່າປຶ້ງ ຫົວໂປ້ປ່ອງເຫວີ ແທ້ນ່າ ເຖິງທ່ານໍ້າ ແຄມງື່ມງາມດີ ຍັງມືດມົວ ສ່ອງແນມນໍາຫນ້າ ເຮືອລໍານ້ອຍ ຄອງຄອຍລຽບຝັ່ງ ມີສີ່ຂັ້ນ ຫົວທ້າຍລ່າຍກັນ ວ່ານ່າ ເຮືອເລັ່ງຂຶ້ນ ຕ່າມຝັ່ງລວງໄຫລ ເຖິງວັງເວີນ ບ່ອນລາວລົງເລື້ອຍ ຄັນເບັດເຫລື້ອມ ໂອນເອນຖືກແກວ່ງ ປິວສູ່ນໍ້າ ວັງກ້ວາງແກ່ວປາ ເຈົ້າເອີ້ຍ ມືຈ່ອງນ້າວ ຊາວໃສ່ຄັນເບັດ ປາປາກລອຍ ໄລ່ນໍາເຫລັກເຫລື້ອມ ລຸງເລີຍຍິ້ມ ຍາມປາຕິດເຍື່ອ ດຶງດົ່ງເຂົ້າ ເຖິງທ້າຍໃສ່ເຮືອ ແທ້ແລ້ວ ຄາວເມື່ອນັ້ນ ປາງື່ມງອມຫລາຍ ປາກສູດກົດ ຂ່າສະໂທງເຄິງຄ້າວ ປາຊິວນ້ອຍ ລອຍໄປເປັນຫມູ່…

ນາລົກ ຫລື ສະຫວັນ ໂອ້ ແດນສະຫວັນ ພູເຂົາຄວາຍ ບ້ານເຣົາເອີ້ຍ

ນາລົກ ຫລື ສະຫວັນ ໂອ້ ແດນສະຫວັນ ພູເຂົາຄວາຍ ບ້ານເຣົາເອີ້ຍ (ກອນອ່ານປູ່ປາງຄໍາ ສໍາພັດໃນ) ເລາະລຽບຕາມປ່າໄມ້ ແຄມດົງໃຫຍ່ເນີນນາ ຫິມະຍັງຢຽດຢາຍ ສ່ອງປະກາຍແສງແຈ້ງ ຂາວງາມປະປົນພ້ອມ ສີຂຽວດອມຮຽງຮ່ວມ ອາກາດໜາວກ່ອມກຸ້ມ ລົມເຢັນຕຸ້ມຕ່ອຍມາ ເຈົ້າເອີ້ຍ ຕາມທາງເດີ່ນປ່າໄມ້ ກົກຢືນໃຫຍ່ລຽນກັນ ຮອຍເກີບເທິງຫິມະ ປ່ອຍປະຕາມກັນໄວ້ ຄົນເດີນດົງທຽວຫລິ້ນ ດູດດົມກິນອາຍອຸ່ນ ໃນດົງລົມບໍ່ຕ້ອງ ພົງໄພຊ້ອງຊ່ວຍບັງ ແທ້ແລ້ວ ເຖິງປາຍທາງທົ່ງກ້ວາງ ນາຫລວງເປົ່າແປນປະ ຕາມອງໄປແນມເຫັນ ໝູ່ໝອກເປັນຄວັນກ້ວາ ມີພູສູງສັບຊ້ອນ ຊອນລອນຄືດິນແມ່ ແທ້ເດ້ ພູເຂົາຄວາຍຢູ່ໄກ້ ບ້ານເກິນໄທ້ແມ່ເຮົາ ເຈົ້າເອີ້ຍ ຄະນຶງເຫັນຄົນກ່າວເວົ້າ ດິນແດນແຫ່ງພູເຂົາຄວາຍ ເປັນເຂດແດນສະຫວັນ ຊ່ຽງການພະນັນຫລິ້ນ ຄົນພາກັນເດີນຂຶ້ນ ວັນຄືນໄປເປັນກຸ່ມ ຫລາຍລາຍໄປຕ່າວແລ້ວ ຊັບສິນຫລ້ອຍແລ່ນໜີ ມີແລ້ວ ພູເຂົາຄວາຍຖືກກໍ່ສ້າງ ຂະຫຍາຍຊ່ວຍສາງໃຈ ມີວັດວາອາຮາມ ກໍ່ສວນຕາມທັມສ້າງ ມີສະຫວັນນາລົກພ້ອມ ຄອຍທອມໃຈຄົນທ່ຽວ ປະຈັກຕາຊ່ວຍໃຫ້ ຈິດໃສແຈ້ງສ່ອງທໍາ ແທ້ແລ້ວ…

ກອນ: ບໍ່​ມີ​ໃຜ​ຈະ​ນ້ອຍ​ເກີນ​ໄປ​ທີ່​ຈະ​ສາ​ມາດ​ຍິ່ງ​ໃຫຍ່​ໄດ້.

ບໍ່​ມີ​ໃຜ​ຈະ​ນ້ອຍ​ເກີນ​ໄປ​ທີ່​ຈະ​ສາ​ມາດ​ຍິ່ງ​ໃຫຍ່​ໄດ້. Man ist nie zu klein, um grossartig zu sein. (HOBEA-Germany)   ຕອນຍັງເປັນບ່າວນ້ອຍ ເຕະກະໂລ້ງດັງໄກ ແບກຫາມໄຖຄາດຫນັກ ແລ່ນລົງນາຕາກ້າ ຫາປາຕາມແຄມຫ້ວຍ ຝົນຕົກມາທົນຜ່ານ ໜາວພຽງໃດບໍ່ຢ້ານ ລົງດໍານໍ້າໄລ່ປາ ແທ້ແລ້ວ   ຍາມບຸນໂຮຮໍ່າຮ້ອງ ສຽງດັງສົ່ງໄປໄກ ມີອັນໃດກໍກິນ ນັ່ງນອນໄປຕາມພື້ນ ຢືນຂາດຽວທົນໄດ້ ໄປນອນຄືນຫາຍຫ່ວງ ພາກັນນອນຊ່ວງແລ້ວ ​ດັງ​ໄຟຕົ້ມໄກ່ກິນ ເຈົ້າເອີ້ຍ   ຝົນຕົກ​ມາ​ອັ່ງ​ຖ້ວມ ​ກົບ​ຂຽດ​ສົ່ງ​ສຽງ​ດັງ ງົວ​ຄວາຍ​ທັງ​ໝູ​ໝາ ແລ່ນ​ຊອກ​ຫາ​ທາງ​ຊົ້ນ ປູ​ປາ​ຊົນ​ຊູ​ຊ້ອງ ຕາມ​ຄອງ​ເໝືອງ​ເປັນ​ໝູ່ ຄົນ​ຮັກ​ຊູຢູ່​ຂ້າງ ເຊີນ​ຝົນ​ຟ້າ​ລັ່ງ​ລົງ ເຈົ້າ​ເອີ້ຍ   ​ໝົດ​ຍາມເປັນ​ບ່າວ​ນ້ອຍ ເຫດ​ການ​ໃໝ່​ຕາມ​ມາ ຄາ​ວຽກ​ງານ​ຄືນ​ວັນ ນັ່ງ​ນອນ​ເວ​ລາ​ໜ້ອຍ ຄົນ​ອອຍ​ໃຈ​ໄກ​ຂ້າງ ມອງ​ທາງ​ໃດ​ແປນ​ເປົ່າ ວັນ​ເດືອນ​ປີ​ຜ່ານ​ເຂົ້າ ສັງ​ຂານ​ກ້າວ​ປ່​ຽນ​ໄປ ແທ້ແລ້ວ   ຄິດ​ວ່າ​ເປັນ​ໃຫຍ່​ແລ້ວ ຈະ​ກັບ​ຕ່າວ​ເມືອງນອນ ກັບຄືນຄອນຄັງເດີມ…

ຮັ່ງ ສຸກກ່ວາ ທຸກ ແທ້ບໍ?

ຊວນຄິດໃນວັນອາທິດ24.01.2021:   ແຕ່ໃດໆມາ ຄົນເຮົາເຂົ້າໃຈວ່າ: ຄົນຮັ່ງ ແມ່ນຄົນທີ່ມີເງິນຄໍາຊັບສິນມະຫາສານ ແລ້ວ​ເຊື່ອກັນວ່າເປັນຄວາມສຸກໃນ​ຊີ​ວິດ. ດັ່ງນັ້ນຄົນສ່ວນຫລາຍ ຈຶ່ງວິ້ງເຕັ້ນຢາກລໍ້າຢາກລວຍ ໃນທຸກຮູບແບບ. ແມ່ນຫຍັງແທ້ ເປັນສິ່ງທີ່ຄົນເຮົາປາດຖະໜາໃນຊີວິດ ເຖິງວ່າຈະຮັ່ງ ຫລື ທຸກ?   ຄໍາຕອບ ຄື “ຄວາມສຸກ“ ນັ້ນເອງ.   ແມ່ນ​ແທ້​ບໍ ທີ່​ວ່າ ມີແຕ່ຄົນ​ຮັ່ງເທົ່ານັ້ນ ມີ​ຄວາມ​ສຸກ​ແທ້ ແລະ ແມ່ນ​ແທ້​ບໍ່ ທີ່​ວ່າ ຄົນ​ທຸກ ບໍ່​ມີ​ຄວາມ​ສຸກ ໃນ​ຊີ​ວິດ?   ເງິນຄໍາຊັບສິນ ສາມາດຊ່ວຍໃຫ້ຄົນມີຄວາມຄວາມສະດວກໄດ້ຫລາຍແນວ ແຕ່ ບໍ່ຫມາຍຄວາມວ່າ ຄວາມຮັ່ງມີເງິນຄໍາຊັບສິນ ຈະເຮັດໃຫ້ຄົນມີຄວາມສຸກໃນຊີວິດໄດ້ທຸກຢ່າງ ແລະ ບໍ່ຫມາຍຄວາມວ່າ ຄົນທຸກ ບໍ່ມີຄວາມສຸກໃນຊີວິດ.   ຄົນທຸກ ເຖິງບໍ່ຮັ່ງມີເງິນຄໍາ ແບບຫລົ້ນເຫລືອກໍ​ຕາມ, ແຕ່ ເຂົາອາດຮັ່ງມີ ທາງດ້ານນໍ້າໃຈ ຮັ່ງມີທາງາງດ້ານແນວຄິດທີ່ດີ ພໍໃຈໃນສິ່ງທີ່ຕົນເອງມີ ມີຫມູ່ຄູ່ຮັກແພງ ບໍ່​ມີ​ຄົນ​ກຽດ​ຊັງ​ກ່າວ​ສິນ​ນິນ​ທາ ນັ້ນຄື ຄວາມຮັ່ງມີ…

ເວລາເປັນເງິນເປັນຄໍາແທ້ບໍ?

ຊວນຄິດໃນວັນອາທິດ: ເວລາເປັນເງິນເປັນຄໍາແທ້ບໍ?   ໃນການດໍາລົງຊີວິດຂອງຄົນເຮົາ ໃນການຊື້ຂາຍເຮັດຖຸລະກິດ ເຮັດວຽກເຮັດງານ ຄົນສ່ວນຫລວງຫລາຍ ຟ້າວຝັ່ງຂ້ຽວຂອດ ມັກຈະເວົ້າສົມທຽບກັນເລີຍໆວ່າ: “ເວລາເປັນເງິນເປັນຄໍາ“ ຫລື “ເວລາຄືເງິນຄືຄໍາ“. ແມ່ນແທ້ບໍ?   ຖ້າຍັງມີຄົນເຂົ້າໃຈແບບນີ້ຢູ່ຕະຫລອດໄປ ຢາກຂໍຝາກແນວຄິດໃຫ້ຄວາມເຫັນ ໂດຍອີງໃສ່ຫລາຍຄວາມເຫັນຂອງຫລາຍໆຄົນຜູ້ໄດ້ຄົ້ນຄິດ ມາແລ້ວຕໍ່ບັນຫາດັ່ງກ່າວ ແລະ ໄດ້ປັບປ່ຽນໂຕເອງ ຍ້ອນຮູ້ໄດ້ເຖິງຄຸນຄ່າອັນແທ້ຈິງຂອງຊີວິດ ທີ່ຕິດພັນກັບ “ເວລາຂອງຊີວິດ“ ຖ້າມັນຜ່ານໄປແລ້ວບໍ່ກັບຄືນມາອີກ ນັ້ນເອງ.   ຄວາມເຫັນທີ່ວ່າ “ເວລາເປັນເງິນເປັນຄໍາ“ ແມ່ນຜິດ ບໍ່ຖືກຕ້ອງ. ຖ້າເຫັນແຕ່ດັ່ງນີ້ໄປ ອາດຈະພາໃຫ້ເປັນທຸກໄດ້. ຍ້ອນວ່າ ເງິນຄໍາ ຖ້າຫມົດໄປແລ້ວ ສາມາດຫາໃຫມ່ໄດ້ ແຕ່ ເວລາ ຄື ເວລາຂອງຊີວິດຄົນເຮົາ ຫມົດໄປແຕ່ລະວິນາທີ ຫມົດໄປແຕ່ລະມື້ ແມ່ນຫາໃຫມ່ບໍ່ໄດ້ ມັນຕ່າງຈາກການຫາເງິນ. ດັ່ງນັ້ນຈຶ່ງເວົ້າໄດ້ວ່າ ເວລາມີຄຸນຄ່າຕ່າງຈາກເງິນ ແຕ່ຄົນສ່ວນຫລາຍມັກເຂົ້າໃຈວ່າ ເສັຍເວລາແມ່ນເສັຍເງິນ ແຕ່ໃນຕົວຈິງແມ່ນເສັຍເວລາ ຄືເສັຍເວລາຊີວິດຂອງຕົນເອງທີ່ມີຢູ່ ນັບມື້ນັບສັ້ນໄປເທົ່ານັ້ນ.   ດັ່ງນັ້ນຄວນໃຊ້ເວລາຊີວິດຂອງຕົນເອງ ແບ່ງປັນໃຫ້ເປັນປະໂຫຍດ ໃຊ້ກັບການຢູ່ຮ່ວມກັນໃນຄອບຄົວ…

ໂອ້ ແມ່​ຍິງ​ລາວ ວັດ​ທະ​ນະ​ທຳ​ລາວ

 ໂອ້ ແມ່​ຍິງ​ລາວ ວັດ​ທະ​ນະ​ທຳ​ລາວ Laotische (Lao Loum) Frauen in traditioneller Kleidung.   ງາມຍິງລາວແຕ່ງເອ້ ປະດັບເຄື່ອງໃໝລາວ ຮີດຄອງຍາວນານມາ ຕັ່ງແຕ່ເດີມດາເຄົ້າ ຜົມຄຽນຫົວນາງເກົ້າ ສາຍ​ສ້ອຍ​​ຄໍາ​ຄຽນໃສ່ ມາໄລຈໍາປາສັບຕື່ມເອ້ ຄົງ​ງາມ​ເກ້​ເກິ່ງ​ລາວ ແທ້ນ່າ ງາມນາງຍົກຍ່າງຍ້າຍ ເກີບສຸບໃສ່ສີທອງ ສອງມືຈັບຖືຂັນ ບ່າໄຫລ່ປົກແພຕຸ້ມ ຄຸມກາຍແຜໃໝສິ້ນ ຕີນເສີມລາຍຫລຽບຄ່ອງ ແສງສີໃສສ່ອງເຫລື້ອມ ມອງເຫັນແລ້ວຊື່ນໃຈ ລາວເອີ້ຍ ອັນ​ໃດ​ດີ​ຜ່ານ​ພົ້ນ ຂໍ​ສືບ​ຕໍ່​ກັນ​ໄປ ໃນ​ສັງ​ຄົມ​ລາວ​ເຮົາ ຊ່ວຍ​ປະ​ດັບ​ປະ​ດາ​ເອ້ ປະ​ເພ​ນີ​ລາວ​ກ້າວ ຈິດ​ໃຈ​ລາວ​ເຣືອງ​ຮຸ່ງ ຍິງ​ລາວ​ປຸງ​ຊ່ວຍ​ແຕ້ມ ສີ​ສັນ​ໃຫ້​ຄ່ອງ​ຄື ແດ່​ທ້ອນ ງາມນອກ​ໃນ​ຕໍ່​ຕັ້ງ ພະ​ລັງ​ຮ່ວມ​ແຮງ​ໃຈ ໄມ​ຕີ​ຈິດຮວມ​ມິດ ຊື່​ລາວ​ເຄີຍດັງ​ກ້ອງ ຄົນ​ທາງ​ໄກ​ເຄີຍ​ຍ້ອງ ອາ​ພອນ​ລາວ​ເຂົາ​ຮົ່ມ ຍິງ​ລາວ​ສົມ​ແມ່ແກ້ວ ມີ​ຄຸນ​ລ້ຳ​ຄ່າ​ສູງ ແທ້​ແລວ @ວິມາດອກບົວແກ້ວ ຮູບ ສິນ​ລະ​ປະ​ຫັດ​ຖະ​ກຳ​ລາວ 1997 ຕະ​ຫລາດ​ເຊົ້າ​ວຽງ​ຈັນ ງາມ​ປາ​ນີດ​ດີ ຊົມ​ເຊີຍ ສີ​ມື​ຄົນ​ລາວ​ເຮົາ.

ທໍາບຸນ ໄດ້ບຸນ ຄົງເປັນໄປຕາມກົດແຫ່ງກໍາ.

ທໍາບຸນ ໄດ້ບຸນ ຄົງເປັນໄປຕາມກົດແຫ່ງກໍາ.   ເຈົ້າຜູ້ເນົາລຸ່ມຟ້າ ໂລກາແຫ່ງເມືອງຄົນ ວົນວຽນໄປຕາມກໍາ ຜ່ານວັນເວລາຫຍ້າຍ ບາງຄົນ ຫລຽວເຫັນປາຍລືມເຫງົ້າ ລືມທາງເດີນເຄີຍຜ່ານ ສິນທໍາມີບໍ່ຢ້ານ ກໍາສິຕ້ອງບໍ່ກົວ ແທ້ນ່າ ເວນຫລືກໍາຈ່ອງໜ້າວ ໄປຕາມແຫ່ງຜົນກໍາ ຄຸນພະທໍາພະສົງ ເລື່ອມງໍາຜົນບຸນສ້າງ ເດີນຕາມທາງດີໄວ້ ບຸນກຸສົນຄົງຊ່ວຍ ໂຊກລາບຕາມຕໍ່ດ້ວຍ ໂພຍໄພຮ້າຍຫ່າງໜີ ແທ້ແລ້ວ ແນວນາມມານໝູ່ຮ້າຍ ຫລັກຫລອບເພິ່ນຂອງເຂົາ ເຖິງຈະເນົາວຽງວັງ ຕື່ມມານມົນທິນເຂົ້າ ຫວັງຫາເອົາຕົວະຕົ້ມ ບັງຕາຄົນຊຸກເຊື່ອງ ຜົນກໍາຫາກຕໍ່ເຕື້ອງ ປິດບັງໄວ້ບໍ່ເປັນ ດອກນ່າ ຄວາມຫວັງມີຕໍ່ຕັ້ງ ທຸກຄົນຝັ່ນໃຈປອງ ເຮັດໄປຕາມຄອງທໍາ ປ່ອຍປະການທໍາຮ້າຍ ກາຍເປັນຄົນດີໄດ້ ໄລລືມກໍາທໍາຊົ່ວ ຊີວິດຄົງບໍ່ມົ້ວ ສູນເສັຍເສົ້າໝົ່ນໝອງ ແທ້ແລ້ວ @ວິມາດອກບົວແກ້ວ

ມື້ທໍາອິດຂອງປີໃຫມ່

01ມື້ທໍາອິດຂອງປີໃຫມ່   ຫຍັບເຄື່ອນຫຍ້າຍ ຫລັບເຫລື່ອນຈະຫາຍໄປ ດວງຕາເວັນໄລລາລັບ ປະປ່ອຍແສງສີທອງໄວ້ ໃນເວຫາເດືອນຂຶ້ນ ປະກາຍສີໃສສ່ອງ ຫາກວ່າ ແສງເດືອນສ່ອງບໍ່ແຈ້ງ ດາວເຕັມຟ້າຊ່ວຍແຍງ ແດ່ທ້ອນ Der erste Tag des Jahres, heute war er schön und Morgen wird er es auch sein. @ວິມາດອກບົວແກ້ວ