ຝາກຄວາມຫວັງໄວ້ກັບຜູ້ແທນ ທີ່ຈະຖືກເລືອກຕັ້ງ ເຂົ້າໃນ ສະພາຊຸດໃຫມ່.

ຝາກຄວາມຫວັງໄວ້ກັບຜູ້ແທນ ທີ່ຈະຖືກເລືອກຕັ້ງ ເຂົ້າໃນ ສະພາຊຸດໃຫມ່. ມາເຖິງປະຈຸບັນ ເໝືອນດັ່ງວ່າ ພວກເຮົາ ຍັງຄຸມກັນກິນຢາປົວພະຍາດເຫັນແກ່ຕົວ ບໍ່ເລີກບໍ່ແລ້ວຈັກເທື່ອ ຍັງອ່ອນເພັຍຂາດພະລັງນໍ້າໃຈ ແບບກະຕືລືລົ້ນ ທີ່ຈະສຸມໃສ່ວຽກງານທີ່ເປັນ “ແກ່ນສານ“ ຂອງການພັດທະນາ   ປະເທດຊາດ ໃຫ້ຈະເລີນກ້າວຫນ້າ. ພວກເຮົາ ຍັງຈະປ່ວຍໄປຮອດໃສ? ຜົນງານຂອງຊາດ ຈະໃຫຍ່ຫລວງກ້າວໜາເປັນທໍາກວ່າເກົ່າ ຖ້າທຸກຄົນປອດໃສ ຫາຍພະຍາດໃນຕົວ. ເບິ່ງຊາດອື່ນເຂົາແຂງແຮງ ພາກັນແລ່ນໄປສູ່ຄວາມທັນສະໄໝ ລໍ້າຫນ້າພວກເຮົາ ໄປໄກແລ້ວ. ແນມເຫັນໂຟສຜ່ານຂຶ້ນ ເທິງເຟສສື່ລຽນຕິດ ປວງຊົນແຊວໆສຽງ ພໍ່າພາກັນໂຮຮ້ອງ ມີຫລາຍແນວເດືອດຮ້ອນ ຕໍາໃຈອອກເຜີຍແຜ່ ເປັນຫຍັງນໍມິ່ງບ້ານ ເມືອງລາວຂ້ອຍຢູ່ໄກ ເຈົ້າເອີ້ຍ ເປັນຄືໜອນບົ່ມຊ້ອນ ເຈາະບາດເປື່ອຍຕາມແຜ ເອົາຢາແດງລົງທາ ຕໍ່ເກີດໄປແຜໜ້າ ຄົນເຈັບມີຫລາຍຂຶ້ນ ຢາເສັຍຄຸນໝົດຄ່າ ແທ້ບໍ ໜອນສັງມາເກັ່ງແທ້ ລົງດໍາຊົ້ນປ່ຽນແຜ ໄດ້ນໍ ຫລາຍປີມາ ພະຍາດປົວບໍ່ໄດ້ ຄົນຍັງເສື່ອມເສັຍແຮງ ຊຸດໂຊມມາເນີນນານ ອ່ອນຈິດເສັຍລົງເລື້ອຍ ການງານມີມາກລົ້ນ ຄົນໂຊວຽກຕົກຕໍ່າ ກິນຢາຂົມເປົ່າຖິ້ມ ໜອນຍັງດີ້ນຕື່ມໜອງ…