ມື້ໃຫມ່ ຄວາມຫວັງໃຫມ່.

ມື້ໃຫມ່ ຄວາມຫວັງໃຫມ່.   ໂອ້ ແສງສີທອງສ່ອງຟ້າ ເປັນວັນໃຫມ່ຕາມມາ ການເວລາຫມູນວຽນ ປ່ຽນລະດູເດີນຍ້າຍ ຄວາມຫນາວຫາຍລົງເລື້ອຍ ແສງຕາເວັນແດດອຸ່ນ ເທີດທູນຈິດຊ່ວຍໃຫ້ ໃຈແຂງກ້າຕໍ່ເດີນ ແທ້ແລ້ວ ສຸກທຸກມີທົ່ວແຄ້ວນ ດິນແດນແຫ່ງເມືອງຄົນ ປະປົນເຕັມກັນໄປ ປ່ຽນຮູບຊົງລວງລໍ້ ທໍາຈິດພໍພຽງໄດ້ ສຸກໃຈວາງປະປ່ອຍ ຄອຍດູແລຊ່ວຍຍູ້ ລູກຫລານໃຫ້ໃຫຍ່ສູງ ເຈົາເອີ້ຍ ຫາກເຈົ້າໄດ້ຫວ່ານກ້າ ລົງນາທົ່ງແຄມຫນອງ ຝົນຕົກມາຄອງເຫມືອງ ຈົ່ງລະວັງເອົາໄວ້ ນໍ້າໄຫລມາສິຖ້ວມ ເສັຍແຮງສຸມວຽກໃສ່ ຫາທາງຕັນກໍ່ໄວ້ ດິນນາໃຫ້ຫ່າງໄພ ຄວາມຫວັງຄືສິ່ງຄໍ້າ ບັນເທົາຊ່ວຍທາງຈິດ ການລິຄິດເປັນໄປ ບໍ່ມີໃຜເຫັນໄດ້ ວັນຄືນຫມູນໄປຫນ້າ ຄົນ ຫວັງຫາແນວສົດຊື່ນ ມືນຕາລຸກຕື່ນຂຶ້ນ ບຸນຄຸນລໍ່າແຕ່ລະວັນ ແທ້ແລ້ວ @ວິມາດອກບົວແກ້ວ