ຢາກເດ້ ຢາກເຈີດບິນເວີ່ນໄດ້ ເໝືອນດັ່ງມະໂນລາ

ຢາກເດ້
ຢາກເຈີດບິນເວີ່ນໄດ້ ເໝືອນດັ່ງມະໂນລາ
ເຫາະເວຫາແສນສູງ ທ່ຽວຊົມໂລກາພື້ນ
ຫລັບຕາມືນມອງຂຶ້ນ ຢາກເຫັນແດນດິນແມ່ ເຮົາເດ້
ເຖິງໄກກັນທ່ຽງແທ້ ຍັງຝັນກ້ຽວກ່ຽວຫາ ແທ້ແລ້ວ
ທໍາມະຊາດເພິ່ນນັ້ນ ສຸດແຕກຕ່າງເມືອງເຮົາ
ຫິມະຂາວຕາມລະດູ ສົ່ງກະຈາຍໃສແຈ້ງ
ຄວາມໜາວແຮງເຢັນຂຶ້ນ ຫິມະແຂງເປັນແຜ່ນ
ໂອ້ດິນແດນລາວກັບແຫ່ງນີ້ ອົງອິນສ້າງຕ່າງກັນ ແທ້ເດ້
@ວິມາດອກບົວແກ້ວ
ວິດິໂອ ເບິ່ງມືຖືທາງຂວາງ ຂະຫຍາຍຮູບໃຫຍ່ອອກ