ຊວນຄິດໃນວັນອາທິດ ມີຂໍກຸນແຈ ສໍາລັບການເສີມສ້າງສະຫມອງ ໃຫ້ສຸດຍອດໄດ້ຫລືບໍ່?

ຊວນຄິດໃນວັນອາທິດ
ມີຂໍກຸນແຈ ສໍາລັບການເສີມສ້າງສະຫມອງ
ໃຫ້ສຸດຍອດໄດ້ຫລືບໍ່?
ເຄີຍໄດ້ຮ່ວມຟັງ ການປະທະກະຖາ ຂອງ ອາຈານ ຄູຝຶກຊື່ດັງລະດັບສາກົນຄົນນຶ່ງ ທີ່ເຄີຍໃຫ້ການແນະນໍາ ແກ່ບຸກຄົນສໍາຄັນ ທາງດ້ານທຸລະກິດຕ່າງໆ ກ່ຽວກັບຄວາມຮູ້ ແລະ ວິທີການ ໃນການຝຶກຕົນເອງ ເພື່ອໃຫ້ບັນລຸເປົ້າຫມາຍ ການເປັນຄົນ ທີ່ມີສຸຂະພາບ ມັນສະມອງດີ ມີພະລັງ ທໍາພາລະກິດ ແລະ ທຸລະກິດ ໃຫ້ປະສົບຜົນສໍາເຫລັດໂດຍດີ.
ຂໍຫຍໍ້ຄວາມຫມາຍ ສະລຸບເນື້ອໃນ ມີດັ່ງນີ້:
1. ໂພຊະນາການທີ່ດີ
2. ຕ້ານຕໍ່ຈຸດລົບມູມມອງໃນການເບິ່ງ
3. ຝຶກກາຍ ຫລິ້ນກິລາ
4. ບໍາລຸງທາດອາຫານ ສໍາລັບສະຫມອງ
5. ຫາຫມູ່ເພື່ອນທີ່ດີ ມີການພົວພັນສື່ສານດີ
6. ດໍາລົງຊີວິດ ໃນສະພາບແວດລ້ອມທີ່ສະອາດ
7. ນອນໃຫ້ພຽງພໍ
8. ປ້ອງກັນສະຫມອງ ຕ້ານການກະທົບ ໃສ່ມວກກັນນອງ
9. ຊອກຮູ້ຮໍ່າຮຽນສິ່ງໃຫມ່ໆ
10. ຫລຸດຜ່ອນຄວາມກົດດັນ ຄວາມຢ້ານ
ຖືວ່າເປັນສິບຂໍ້ພື້ນຖານ ທີ່ຫລາຍຄົນຄົງຈະສາມາດເຂົ້າໃຈໄດ້ ເຖິງວ່າ ຈະບໍ່ໄດ້ ອະທິບາຍກໍຕາມ.
ແນ່ນນອນ ມັນເປັນສິ່ງທີ່ຕ້ອງໄດ້ ຖືກຕັດສິນໃຈເຮັດ ເຮັດເປັນກ້າວໆໄປ ແບບຍືນນານ ເຖິງວ່າຈະຍາກ ແຕ່ ກໍມີຄົນຫລວງຫລາຍ ສາມາດປະຕິບັດໄດ້.