ແດ່ວັນແຫ່ງຄວາມຮັກ

ແດ່ວັນແຫ່ງຄວາມຮັກ♥️
 
ວັນອາທິດຊື່ນສ້ອຍ ແດດສ່ອງປະກາຍແສງ
ຄວາມໜາວຍັງປົກຄຸມ ທົ່ວດິນແດນຂາວແຈ້ງ
ແນມໄປໄກເທິງຟ້າ ຕາເວັນແສງໃສສ່ອງ
ບັນເທົາອາຍອຸ່ນໃຫ້ ໂລກາຟື້ນຕື່ມພະລັງ ແທ້ແລ້ວ
ຄວາມຮັກມີຄ່າລໍ້າ ເໝືອນດັ່ງແສງຕາເວັນ
ຮັກກັນດີມີສຸກ ຮ່ວມບຸກບືນທໍາສ້າງ
ວັນຄວາມຮັກເຕືອນໃຫ້ ປັບປຸງໃຈເປັນເພື່ອນ
ພາກັນເບົາແບ່ງໃຫ້ ຮັກກັນໄວ້ຢ່າລືມ ເຈົ້າເອີ້ຍ
@ວິມາດອກບົວແກ້ວ