ຊວນ​ຄິດ​ໃນ​ວັນ​ອາ​ທິດ ຄວາມ​ດຸ​ຫມັ່ນ​ເຮັດ​ໃຫ້​ຄົນ​ເຮົາ ພົ້ນ​ທຸກ​ໄດ້​ແທ້​ບໍ່?

ຊວນ​ຄິດ​ໃນ​ວັນ​ອາ​ທິດ🙏
ຄວາມ​ດຸ​ຫມັ່ນ​ເຮັດ​ໃຫ້​ຄົນ​ເຮົາ ພົ້ນ​ທຸກ​ໄດ້​ແທ້​ບໍ່?
ສຸ​ພາ​ສິດ​ລາວ​ເຮົາ​ທີ່​ທຸກ​ຄົນ​ຄົງ​ຮູ້​ດີ ໄປ​ຢຽບ​ຫມາ​ມາ​ຢຽບ​ຂຽດ ຄໍ່າ​ບໍ່​ໄດ້​ຢືນ​ຄືນ​ບໍ່​ໄດ້​ຢູ່
ສ່ອງແສງໃຫ້ພວກ​ເຮົາຮູ້ໄດ້ວ່າ ຄົນ​ລາວ​ເຣົາ​ເປັນ​ຄົນ​ດຸ​ຫມັ່ນ ວິ້ງ​ເຕັ້ນ​ຊອກ​ຢູ່​ຫາ​ກິນ ລ້ຽງ​ຕົນ​ເອງ​ ແລະ​ ຄອບ​ຄົວ ບໍ່ໄດ້ຢູ່ບໍ່ໄດ້ເຊົາ ມາຕະຫລອດ ທີ່ເອີ້ນກັນວ່າ ເຮັດດ້ວຍຄວາມດຸຫມັ່ນນັ້ນເອງ.
ຊາວ​ນາ ແລ້ວ​ນາ ກໍ​ຫາ​ທາງ​ປູກ​ຜັກ​ຂາຍ ພະ​ນັກ​ງານ​ເລີກ​ຈາກ​ໂມງ​ການ​ແລ້ວ​ກໍ​ຫາ​ເຮັດ​ວຽກ​ເພີ້ມ ໄປ​ສອນ​ເພີ້ມ ຫລື ເປີດ​ກະ​ລິ​ນິກສ່ວນຕົວຍາມແລງ ເປັນ​ທີ່​ຮູ້​ກັນ​ດີ ໃນ​ສັງ​ຄົມ​ລາວ​ເຮົາ.
ຄໍາຖາມມີຢູ່ວ່າ:
ຄວາມດຸຫມັ່ນດັ່ງກ່າວ ມັນໄດ້ເຮັດໃຫ້ຄົນເຮົາພົ້ນທຸກ ສົມບູນພູນສຸກໄດ້ແທ້ບໍ່?
ຄໍາຕອບກໍມີຢູ່ວ່າ:
ຄວາມດຸຫມັ່ນ ສາມາດຊ່ວຍເຮັດໃຫ້ຄົນມີກິນມີຢູ່ ແລະ ຮັ່ງມີເປັນດີໄດ້.
ແຕ່ ຄົນດຸຫມັ່ນຈໍານວນຫລວງຫລາຍ ຍັງທຸກຕາມເດີມກໍມີທົ່ວໄປ.
ຄໍາຖາມມີຢູ່ວ່າ
ເປັນຫຍັງ ຜູ້ດຸຫມັ່ນແທ້ ແຕ່ຍັງທຸກຕາມເດີມ?
ຄໍາຕອບມີຢູ່ວ່າ:
ມີແຕ່ຄວາມດຸຫມັ່ນພຽງຢ່າງດຽວເທົ່ານັ້ນ ຈະບໍ່ສາມາດເຮັດໃຫ້ຄົນຮັ່ງມີໄດ້.
ຫມາຍຄວາມວ່າ
ມີ “ຄວາມດຸຫມັ່ນ“ ແຕ່ສິ່ງທີ່ຕົນເຮັດບໍ່ມີ “ຜົນກະທົບດີ“ ຫລື ບໍ່ມີຄຸນຄ່າເກີດຂຶ້ນ ກໍຈະເຮັດໃຫ້ຄວາມດຸຫມັ່ນນັ້ນ ບໍ່ມີຄວາມຫມາຍ ບໍ່ນໍາພາໄປສູ່ “ຜົນສໍາເຫລັດ“.
ດັ່ງສູດຫລຸ່ມນີ້:
ຄວາມດຸຫມັ່ນ x ຜົນກະທົບດີ(ມີຄຸນຄ່າ) = ຜົນສໍາເຫລັດ
ຜົນສໍາເຫລັດ ໃດນຶ່ງ ແມ່ນຂຶ້ນກັບຄວາມດຸຫມັ່ນ ທີ່ມີຜົນກະທົບດີມີຄຸນຄ່າ.
ຂໍຍົກຕົວຢ່າງ
ນັກປະພັນຂຽນປຶ້ມ ຄົ້ນຄິດ ຫາຂໍ້ມູນ ຂຽນ ດັດແປງ ກວດແກ້ ມີຄວາມດຸຫມັ່ນ ໃຊ້ເວລາ ນຶ່ງປີສອງປີ ຫລືຫລາຍກວ່ານັ້ນ.
ເມື່ອກວດແກ້ແລ້ວຖືກພິມອອກ ວາງຈໍາຫນ່າຍ ໄດ້ຂາຍຫນ້ອຍຫລາຍ ຈຶ່ງຮູ້ວ່າ ຜົນກະທົບເກີດຂຶ້ນ ໄດ້ດີຫລືບໍ່ດີ?
ຖ້າໄດ້ຂາຍຫລາຍ ກໍຖືວ່າ ເປັນຜົນສໍາເຫລັດດີ.
ຖ້າບໍ່ໄດ້ຂາຍ ກໍຖືວ່າ ບໍ່ປະສົບຜົນ ນັ້ນເອງ.
ຫມາຍຄວາມວ່າ ຜົນກະທົບ ຂອງປຶ້ມ ມີຄຸນຄ່າໜ້ອຍຫລືຫລາຍແນວໃດ ໃຫ້ແກ່ຜູ້ອ່ານ ນັ້ນຄືສິ່ງຕັດສິນ ໃຫ້ແກ່ ຜົນສໍາເຫລັດ ທີ່ຈະເກີດຂຶ້ນຕາມມາ ດີ ຫລື ບໍ່ດີ ທັງຊີ້ໃຫ້ເຫັນໄດ້ວ່າ ຄວາມດຸຫມັ່ນຂອງຕົນເອງ ມັນສົມເຫດສົມຜົນແລ້ວບໍ່ ຫລື ຈະຕ້ອງໄດ້ປ່ຽນແປງແນວໃດ?
ຂໍຢໍ້າອີກວ່າ:
ພວກເຮົາ ຈະດຸຫມັ່ນເຮັດຄືໃນຜ່ານມາພຽງຢ່າງດຽວ ຖືວ່າບໍ່ຖືກຕ້ອງ ແລະ ບໍ່ທັນກັບສະພາບການໄປແລ້ວ
ເພາະຈະຕົກຢູ່ໃນກໍລະນີທີ່ວ່າ ເຮັດເພື່ອເຮັດ ເທົ່ານັ້ນເອງ.
ຄົນ ມີຄວາມດຸຫມັ່ນ ຊອກເຮັດ ແລະ ຮູ້ເຮັດ ປ່ຽນແປງໃນສິ່ງທີ່ຕົນເອງມັກ ໃຫ້ເກີດມີຄຸນຄ່າ ມັກກ້າວໄປສູ່ ຜົນສໍາເຫລັດອັນດີ ນັ້ນເອງ.
@ວິມາດອກບົວແກ້ວ