ເວົ້າສູ່ກັນຟັງ: ການປະທ້ວງທີ່ປະເທດມຽນມາ (ໃນເມື່ອກ່ອນເອີ້ນວ່າ ພະມ້າ)

ເວົ້າສູ່ກັນຟັງ:
ການປະທ້ວງທີ່ປະເທດມຽນມາ (ໃນເມື່ອກ່ອນເອີ້ນວ່າ ພະມ້າ)
ພາຍຫລັງທີ່ ອໍານາດການທະຫານ ໄດ້ເຮັດລັດທະປະຫານຍຶດອໍານາດ ໃນວັນຈັນອາທິດແລ້ວນີ້ ແລະ ຈັບຕົວ ທ່ານນາງ ອວງ ສັນ ຊູກີ ຫົວຫນ້າລັດທະບານ ທັງເປັນຫົວຫນ້າພັກ ສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ພ້ອມດ້ວຍ ນັກການເມືອງສໍາຄັນຂອງພັກຫລາຍຄົນ.
ພັກກໍາລັງການທະຫານ ໄດ້ກ່າວຫາວ່າ ການເລືອກຕັ້ງ ໃນເດືອນ 11.2020 ທີ່ພັກຂອງ ອວງ ສັນ ຊູກີ ໄດ້ຮັບຄະແນນສູງ ຊະນະການເລືອກຕັ້ງ ວ່າບໍ່ເປັນຄວາມຈິງມີການສໍ້ງໂກງຄະແນນ ແຕ່ ການຕູ້ຫານັ້ນຍັງບໍ່ມີຫລັກຖານໃດໆ.
ນອກຈາກນັ້ນ ທ່ານນາງ ອວງ ສັນ ຊູກີ ຍັງຖືກກ່າວຫາວ່າ ມີການທໍລະຍົດຕໍ່ຊາດ ທີ່ຈະຕ້ອງຖືກນໍາຂຶ້ນສານ ໃຫ້ຖືກປະຫານຊີວິດ ຫລື ຈໍາຂຸກຕະຫລອດຊີວິດ.
ມາເຖິງປະຈຸບັນ ປະຊາຊົນ ໃນຕົວເມືອງຫລວງ ລັງກູນ ໂດຍສະເພາະແມ່ນກໍາລັງຊາວຫນຸ່ມ ເປັນຈໍານວນຫລາຍກວ່າສິບພັນຄົນ ໄດ້ພ້ອມກັນເດີນຂະບວນ ທວງໃຫ້ກໍາລັງທະຫານ ປ່ອຍຕົວ ທ່ານ ນາງ ອວງ ສັນ ຊູກີ ພ້ອມນັກການເມືອງຜູ້ອື່ນໆ ທວງໃຫ້ ກໍາລັງທະຫານ ມອບອໍານາດໃຫ້ ກໍາລັງປະຊາທິປະໄຕຄືນ.
ໃນແຕ່ລະມື້ ຈໍານວນຜູ້ປະທ້ວງ ທີ່ເຂົ້າຮ່ວມໄດ້ມີ ນັບມື້ນັບຫລາຍຂຶ້ນຕ້ານຜະເດັດການທະຫານ.
ໂດຍສະເພາະມື້ນີ້ ວັນອາທິດ ເຖິງວ່າກໍາລັງການທະຫານ ໄດ້ສັ່ງໃຫ້ຕັດການສື່ສານທາງດ້ານ ອິນເຕີເນັດ ກໍຕາມ ແຕ່ ກໍາລັງການປະທ້ວງ ກໍຍັງສາມາດປະສານກັນເຂົ້າຮ່ວມການປະທ້ວງໄດ້ຢ່າງກວ້າງຂວງ.
ມາເຖິງປະຈຸບັນ ການປະທ້ວງຍັງດໍາເນີນໄປແບບສັນຕິ ແລະ ກໍາລັງການທະຫານຍັງບໍ່ທັນໃຊ້ກໍາລັງປາບປາມການປະທ້ວງ ແຕ່ ເຫດການສາມາດຮຸນແຮງໄດ້ ຖ້າກໍາລັງການທະຫານ ໃຊ້ກໍາລັງ ບໍ່ຍາມປ່ອຍຕົວ ທ່ານ ນາງ ອວງ ສັນ ຊູກີ.
ກໍາລັງປະຊາທິປະໄຕ ໃນໂລກ ແລະ ອົງການສະຫະປະຊາຊາດ ໄດ້ກ່າວປະນາມ ການລັດທະປະຫານຂອງອໍານາດການທະຫານ ແລະ ທວງໃຫ້ ປ່ອຍຕົວ ທ່ານ ນາງ ອວງ ສັນ ຊູກີ ແລະ ຜູ້ຖືກຈັບທັງຫມົດ ແລະ ມອບອໍານາດປະຊາທິປະໄຕຄືນໃຫ້ປະຊາຊົນມຽນມາ ໂດຍສັນຕິ.
ຕິດຕາມໄປເບິ່ງວ່າ ເຫດການທັງຫມົດ ຈະມີການປ່ຽນແປງໄປແນວໃດ.