ບາງຂໍ້ມູນ ກ່ຽວກັບກາານບໍລິການທາງດ້ານລົດໄຟ ໃນປະເທດເຢັຍລະມັນ.

ບາງຂໍ້ມູນ ກ່ຽວກັບກາານບໍລິການທາງດ້ານລົດໄຟ ໃນປະເທດເຢັຍລະມັນ.
ປະເທດເຢັຍລະມັນ ມີ
– ພົນລະເມືອງ 83,24 ລ້ານຄົນ (ແປດສິບສາມຈຸດຊາວສີ່ ລ້ານ)
– ພື້ນທີ່ 357.386 ກິໂລແມດມົນທົນ (ສາມຮ້ອຍຫ້າສິບເຈັດພັນ ສາມຮ້ອຍແປດສິບຫົກ ກິໂລແມດມົນທົນ)
– ເມືອງຫລວງ ແບກລີນ
– ແບ່ງອອກເປັນ 16 ລັດ
– ປະທານປະເທດ ທ່ານ ຝະຣັງ ວານເຕີ ສະຕ່າຍມາຍເອີ
– ນາຍົກ ໂອລັບ ໂຊນ
– ລາຍຮັບຮວມແຫ່ງຊາດ ຕໍ່ຫົວຄົນ/ປີ 55.220Dollar (ຫ້າສິບຫ້າພັນ ສອງຮ້ອຍຊາວ ໂດລາ)
ບາງຂໍ້ມູນກ່ຽວກັບຖຸລະກິດລົດໄຟ:
– ບໍລິສັດລົດໄຟເຢັຍລະມັນ ເປັນບໍລິສັດຫລັກຊັບມະຫາຊົນ ນັບຕັ້ງແຕ່ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1994 ເປັນກໍາມະສິດ ຮ້ອຍເປີເຊັນຂອງລັດຖະບານ.
– ບໍລິສັດລົດໄຟເຢັຍລະມັນ ເປັນບໍລິສັດ ໂມບີລີຕີ ແລະ ການຂົນສົ່ງນຶ່ງ ນໍາຫນ້າໃນໂລກ ມີສາຂາໃນ 140 ປະເທດ
– ມີພະນັກງານທັງຫມົດໃນທົ່ວໂລກ 336.278 ຄົນ ໃນນັ້ນຢູ່ເຢັຍລະມັນມີ 217.028 ຄົນ (ສະຖິຕິ 2020)
– ລາຍຮັບທັງຫມົດໃນປີ 2019 ມີ 44,43 ຕື້ຢູໂຣ ໃນປີ 2020 ມີ 39,9 ຕື້ຢູໂຣ ຫລຸດົງຍ້ອນພາວະການໂຄວິດ.
ຮອດປີ 2020 ບໍລິສັດລົດໄຟເຢັຍລະມັນ ມີ:
– ລົດໄຟໄວ ICE (Intercity-Express) 315 ຄັນ ນອກນັ້ນມີລົດໄຟ IE, Regio ແລະ ຊະນິດຕ່າງໆ ຫລາຍກ່ວາ 30.000 ຄັນ.
– ເຢັຍລະມັນ ມີເສັ້ນທາງລົດໄຟ ທີ່ຍາວກ່ວາຫມູ່ໃນ ຢູໂຣບ 33.400 Km
– ມີສະຖານີລົດໄຟໂດຍສານ ທັງຫມົດ 5.700 ແຫ່ງ
– ມີລົດໄຟຫລາຍຊະນິດ ຄື ລົດໄຟໄວ ລົດໄຟທ້ອງຖິ່ນ ລົດໄຟຂົນສິນຄ້າ ແລະ ອື່ນໆ
– ໃນແຕ່ລະມື້ ມີລົດໄຟແລ່ນໃນເຢັຍລະມັນເຖິງ 40.000 ຄັນ ບໍລິການ ເຖິງ 310 ເສັນທາງ ລວມມີ ລົດໄຟໂດຍສານ ລົດໄຟຂົນສົ່ງສິນຄ້າ ນັບທັງ ລົດໄຟຂອງເອກະຊົນ ແລະ ຂອງຕ່າງປະເທດ
– ມີລົດໄຟ S-Bahn ແລ່ນໄວ ຕິດຕໍ່ບ້ານ ແລະ ສະຖານທີ່ຕ່າງໆໃນຕົວເມືອງໃຫຍ່
– ມີ ລົດໄຟ U-Bahn ແລ່ນໃຕ້ດິນ
– ບໍລິສັດລົດໄຟ ມີ ພະນັກງານ ເຖິງ 12.000 ຄົນ ທີ່ເຮັດວຽກໂດຍກົງໃນລົດໄຟທັງຫມົດທີ່ເດີນທາງ
– ມີ 3000 ເຮັດວຽກຕາມສະຖານີລົດໄຟຕ່າງໆ
– ມີ 14.000 ເປັນຜູ້ຂັບລົດໄຟ ໃນນັ້ນ ຂັບລົດໄຟເດີນທາງໄກມີ 2000 ຄົນ ແລະ ຂັບລົດໄຟໃນທ້ອງຖິ່ນຕິດຕໍ່ເມືອງ ມີ 12.000 ຄົນ
– ໃນແຕ່ລະມື້ ມີຜູ້ເດີນທາງລົດໄຟ ກາຍ 30 ລ້ານຄົນ
– ລາຄາປີ້ລົດໄຟ ມີ ລະຫວ່າງ 18,90 ທາງໄກ້ ຫາ 31,40 ທາງໄກ ແລະ ສູງກ່ວານັ້ນ ຂຶ້ນກັບລະຍະທາງ ຊະນິດ ຂອງລົດໄຟ ແລະ ລະດັບຊັ້ນ ທີ່ນຶ່ງ ຫລື ທີສອງ ຫລື ການຈອງບ່ອນນັ່ງ
– ມີປີ້ລົດໄຟໄວ ICE
– ມີປີ້ລົດໄຟ Regional
– ມີປີ້ລົດໄຟ S- ແລະ -U-Bahn ຂຶ້ນຕາມຂອບເຂດໃນການເດີນທາງ
ປີ້ລົດໄຟ ສາມາດຊື້ໄດ້
– ຕາມສະຖານີລົດໄຟ ຈາກບ່ອນບໍລິການ ຫລື ຈາກຕູ້ຂາຍປີ້ໂອໂຕມາດ
– ໃນລົດໄຟ ມີຕູ້ໂອໂຕມາດ
– ຊື້ທາງອອນລ່າຍ ຫລື ໃຊ້ມືຖືບັນຖຶກໂຂດ ໃຊ້ເວລາຖືກກວດໃນການເດີນທາງ
– ສາມາດຊື້ປີ້ຈ່ອງການເດີນທາງ ຈອງບ່ອນນັ່ງ ໄດ້ໃນທຸເວລາ ແຕ່ຕ້ອງໄປຕາມການຈັບຈອງນັ້ນທີ່ຕິດພັນກັບລົດໄຟນັ້ນໃຫ້ຖືກເວລາ
– ຜູ້ໂດຍສານ ສາມາດເດີນທາງກັບລົດໄຟໄດ້ທຸກເວລາ ແຕ່ຕ້ອງໄດ້ຊື້ປີ້ ໃນກໍລະນີນີ້ ຖ້າບ່ອນນັ່ງໃນລົດໄຟເຕັມ ຜູ້ເດີນທາງຕ້ອງໄດ້ຢືນເອງ (ອາດຈະຕ່າງຈາກບ້ານເຮົາຊື້ປີ້ແລ້ວໄດ້ບ່ອນນັ່ງພ້ອມ)
ການປັບໃຫມ
ຖ້າຜູ້ໂດຍສານເດີນທາງບໍ່ມີປີ້ ຖືວ່າເປັນການເດີນທາງມືດ ຈະຖືກປັບໃຫມຕາມລະບຽບການທີ່ໄດ້ກໍານົດໄວ້ ຄືຕ້ອງໄດ້ຈ່າຍຄ່າປັບໄຫມເຖິງ 60 ຢູໂຣ
ໃນກໍລະນີຂຶ້ນລົດໄຟເດີນທາງແບບຊື້ປີ້ບໍທັນ ຕ້ອງໄດ້ຫາທາງເຂົ້າຫາພະນັກງານກວດປີ້ໃນລົດໄຟແຈ້ງເຫດການຂໍຊື້ປີ້ ເພື່ອຫລີກຫລີກລ້ຽງການປັບໃຫມ ມີກໍລະນີຍົກເວັ້ນ
ຜູ້ໂດຍສານ
ສ່ວນໃຫຍ່ ຄົນເຢັຍລະມັນ ໃຊ້ການບໍລິການທາງລົດໄຟ ເດີນທາງໄປເຮັດວຽກງານໃນແຕ່ລະມື້ເປັນປະຈໍາ ໂດຍການຊື້ປີ້ປະຈໍາອາທິດ ເດືອນ ຫລື ປີ ໂດຍມີນະໂຍບາຍຫລຸດຜ່ອນ ຕາມມາດຕາການສົ່ງເສີມຊາວອອກແຮງງານ ມີປີ້ ບານກາກ ຕາມແຕ່ລະກໍລະນີ
ນອກນັ້ນກໍແມ່ນ ຜູ້ໂດຍສານທ່ອງທ່ຽວ ແລະ ອື່ນໆ
ການເດີນທາງຂອງພະນັກງານລົດໄຟເຢັຍລະມັນ ແມ່ນໄດ້ຮັບນະໂຍບາຍພິເສດໃນການເດີນທາງ ຈາກບ້ານພັກໄປຫາບ່ອນເຮັດວຽກ ໄດ້ບັດ Job-Ticket ເປັນແຕ່ລະປີ ຈ່າຍໃນລາຄາຫລຸດຜ່ອນຕໍ່າ ແຕ່ສາມາດເດີນທາງໄດ້ໃນທຸກເວລາ ແລະ ບໍ່ມີການກໍານົດທ້ຽວເດີນທາງ. ນອກຈາກນັ້ນ ພະນັກງານ ສາມາດເດີນທາງ ຕາມແຕ່ລະລະດັບຊັ້ນຂອງຕົ້ນເອງໄດ້ ໃນຊັ້ນທີ່ສອງ ຫລື ຊັ້ນທີນຶ່ງ ຂອງລົດໄຟ.
ຍ້ອນເຫັນຄວາມສໍາຄັນໃນການເດີນທາງໃນຕໍ່ຫນ້າ ທັງເປັນມິດຕໍ່ສະພາບແວດລ້ອມ ບໍລິສັດລົດໄຟເຢັຍລະມັນ ໄດ້ສັ່ງຊື້ ລົດໄຟຫລຸ້ນໃຫມ່ ICE NEO ຈໍານວນ 73 ຄັນ ໃນລາຄາທັງຫມົດປະມານ ສອງຕື້ຢູໂຣ ຮອດປີ 2026 ແລະ ຈະໄດ້ເລີ້ມຖືກນໍາໃຊ້ ແຕ່ທ້າຍປີ 2022 ເປັນຕົ້ນໄປ, ຊຶ່ງແມ່ນ ບໍລິສັດ ຊີເມັນ Siemens ຂອງເຢັຍລະມັນເອງເປັນຜູ້ສ້າງ.
@ບົວແກ້ວ ວິມາລາວົງ
ພະນັກງານ ຂອງບໍລິສັດລົດໄຟເຢັຍລະມັນ
ສັງກັດຫນ່ວຍງານວິຊາການທາງດ້ານອາຍຕີ