ຂໍເຊີນຊວນ ເຂົ້າຊົມເຂົ້າຟັງ ບົດເພັງໃຫມ່ ລົດໄຟລາວ-ຈີນກ້າວໄກ.

ຂໍເຊີນຊວນ ເຂົ້າຊົມເຂົ້າຟັງ ບົດເພັງໃຫມ່
ລົດໄຟລາວ-ຈີນກ້າວໄກ.
😍🙏🙏🙏😍
ເນື່ອງໃນໂອກາດ ບຸນປີໃຫມ່ລາວເຮົາ ຈະມາເຖິງນີ້ ພວກຂ້າພະເຈົ້າ ຜູ້ແຕ່ງ ຜູ້ລຽບລຽງ-ທໍານອງ ຜູ້ຮ້ອງ ແລະ ຫ້ອງອັດເພັງທີ່ວຽງຈັນ ມີຄວາມພູມໃຈ ຂໍຝາກບົດເພັງນີ້ ເປັນຂອງຂັວນປີໃຫມ່ລາວ ປະກອບໃສ່ ຄວາມອວຍພອນອັນປະເສີດ ໃຫ້ແກ່ ຫມູ່ເພື່ອນ ຍາດມິດພົງພັນ ໃນລາວ ແລະ ນອກປະເທດ, ໂດຍສະເພາະ ໃຫ້ແກ່ການນໍາພັກລັດ
(ມີລົດໄຟລາວຈີນ ຈຶ່ງມີເພັງນີ້ເກີດຂຶ້ນມາໄດ້ – ລົດໄຟລາວຈີນ ປະຫວັດສາດອັນຍິ່ງໃຫຍ່ ຂອງຊາດ ແລະ ປະຊາຊົນລາວ, ປູພື້ນຖານໃຫ້ແກ່ການຂະຫຍາຍຕົວ ທາງດ້ານເສດຖະກິດ, ອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງ ແລະ ການເຊື່ອມຕໍ່ຊາດ ອອກສູ່ສາກົນ)
ຈົ່ງມີ ສຸຂະພາບແຂງແຮງ ສົມບູນພູນສຸກ ພ້ອມກັນກ້າວໄປ ປະສົບຜົນສໍາເຫລັດ ອັນໃຫມ່ຍິ່ງໃຫຍ່ ດ້ວຍໄຊຊະນະໃຫມ່ ເພື່ອຄວາມອຸດົມຮັ່ງມີ ແລະ ສີວິໄລ ຂອງປະຊາຊົນລາວ ແລະ ຂອງຊາດ ສືບຕໍ່ໄປ.
👉ພ້ອມດຽວກັນນີ້ຂໍເຊີນຊວນ👈
😍ເພື່ອນເຟສ ທຸກຄົນ ແລະ ບັນດາທ່ານ 😍
ເຂົ້າຊົມ ເຂົ້າຟັງເພັງ ໃນຢູຕຸບ ຕາມລິງ ຫລຸ່ມນີ້ ແລະ ໃຫ້ກໍາລັງໃຈ👍♥️ ຊ່ວຍແຊ ຕໍ່ໆກັນໄປ🙏.
(ໄດ້ມ່ວນຊື່ນຟ້ອນໃສ່ສຽງເພັງນີ້ ຖ່າຍວິດິໂອ້ ໂຟສໃສ່ ຫລື ສົ່ງໃຫ້ໄດ້ ສຸດທີ່ມີຄວາມຍິນດີ)
ດ້ວຍຄວາມຮັກແພງ ແລະ ນັບຖື
🙏ໂຊກດີປີໃຫມ່ລາວ🙏