ສົ່ງພອນປີໃຫມ່

ປີໃຫມ່ລາວ ຫລຸລ່ວງເຂົ້າ ສັງກາດໃຫມ່ວຽນມາ
ການເວລາຫມູນໄປ ໄຫລ່ລືມວັນເດືອນກ້າວ
ເຖິງຄາວມາໂຮມເຕົ້າ ສະຫລອງວັນປີໃຫມ່
ຂໍອວຍພອນສົ່ງໃຫ້ ມາເຖິງເຈົ້າທ່ານທຸກຄົນ
ເຈົ້າເອີ້ຍ
ຂໍໃຫ້ ຄວາມທຸກອຸກອັ່ງເເຄ້ນ ຫາຍຂາດເສື່ອມສູນໄປ
ໂພຍໄພຄວາມເຈັບເປັນ ຈົ່ງ ລ່ອງໄຫລໄປຕາມນໍ້າ
ການກະທໍາຜິດຕ້ອງ ອະໄພກັນປັບປ່ຽນ
ຍົກທູບທຽນຂາບໄຫວ້ ບູຊາໄທ້ພໍ່ແມ່ຕົນ
ເຈົ້າເອີ້ຍ
ຂໍອວຍພອນສົ່ງໃຫ້ ໄປທົ່ວໂລກໂລກາ
ຄົນລາວ ປາດຖະຫນາແນວໃດ ຈົ່ງ ຊື່ນຊົມສົມໃຈແມ້ງ
ແຂງແຮງດີຍືນຫມັ້ນ ພັນວັດສາໃສສ່ອງ
ເງິນທອງໄຫລລັ່ງເຂົ້າ ຈິດໃຈເຫລື້ອມຜ່ອງໃສ
ປີໃຫມ່ ຮັກແພງກັນແກ່ນໄວ້ ສືບຕໍ່ທໍາຄວາມດີ
ມີຫລາຍເຊີນຍໍຍົກ ແບ່ງປັນທໍາທານໃຫ້
ຫລິງແລໄປທາງຫນ້າ ສັດທາມີບຸນສົ່ງ
ຈຸດປະສົງຮ່ວມເຕົ້າ ລາວເຮົາກ້າວຮ່ວມກັນ
ພີ້ນ້ອງເອີ້ຍ
@ວິມາດອກບົວແກ້ວ