ຊວນຄິດ: ເວລາເປັນເງິນເປັນຄໍາແທ້ບໍ?

ຊວນຄິດ: ເວລາເປັນເງິນເປັນຄໍາແທ້ບໍ? ໃນການດໍາລົງຊີວິດຫາລ້ຽງຊີບຂອງຄົນເຮົາ ໃນການເຮັດວຽກເຮັດງານ ວິ້ງເຕັ້ນຊື້ ຂາຍເຮັດຖຸລະກິດ ຄົນສ່ວນຫລວງຫລາຍ ຈະຟ້າວຝັ່ງຂ້ຽວຂອດ ແລະ ມັກຈະເວົ້າກັນເລີຍໆວ່າ: “ເວລາເປັນເງິນເປັນຄໍາ“ ຫລື “ເວລາຄືເງິນຄືຄໍາ“. ຄວາມເວົ້າດັ່ງກ່າວ ຖືກຕ້ອງແທ້ບໍ? ຖ້າຍັງມີຄົນເຂົ້າໃຈແບບນີ້ຢູ່ຕະຫລອດໄປ ຢາກຂໍຝາກແນວຄິດຄວາມເຫັນ ໂດຍອີງໃສ່ຄວາມເຫັນ ຂອງຫລາຍໆຄົນຜູ້ໄດ້ຄົ້ນຄິດ ມາແລ້ວຕໍ່ບັນຫາດັ່ງກ່າວ ແລະ ໄດ້ປັບປ່ຽນໂຕເອງ ຍ້ອນຮູ້ໄດ້ເຖິງຄຸນຄ່າອັນແທ້ຈິງຂອງຊີວິດ ທີ່ຕິດພັນກັບ “ເວລາຂອງຊີວິດ“ ຄືຖ້າມັນຜ່ານໄປແລ້ວ ຈະບໍ່ກັບຄືນມາອີກ. ຫາກເຫັນວ່າ “ເວລາເປັນເງິນເປັນຄໍາ“ ແມ່ນບໍ່ຖືກຕ້ອງເສັຍແລ້ວ. ຖ້າເຫັນແຕ່ດັ່ງນີ້ໄປ ອາດຈະພາໃຫ້ຕົນເອງເປັນທຸກໄດ້. ເງິນຄໍາຫລືຊັບສິນ ຖ້າຫມົດໄປແລ້ວ ຍັງສາມາດຫາໃຫມ່ໄດ້ ແຕ່ ເວລາແຫ່ງຊີວິດຂອງຄົນເຮົາ ແຕ່ລະວິນາທີ ຫາກຜ່ານໄປ ແມ່ນຫມົດໄປ ລື້ມຄືນໃຫມ່ ຫລື ຫາໃຫມ່ບໍ່ໄດ້, ມັນຕ່າງຈາກການຫາເງິນ. ດັ່ງນັ້ນ ຈຶ່ງເວົ້າໄດ້ວ່າ ເວລາມີຄຸນຄ່າຕ່າງຈາກເງິນ ແຕ່ຄົນສ່ວນຫລາຍ ມັກເຂົ້າໃຈວ່າ ເສັຍເວລາແມ່ນເສັຍເງິນ ແຕ່ໃນຕົວຈິງແມ່ນເສັຍເວລາຊີວິດຂອງຕົນເອງ ທີ່ມີຢູ່ນັ້ນ ນັບມື້ນັບສັ້ນໄປເທົ່ານັ້ນ. ດັ່ງນັ້ນ ຄວນໃຊ້ເວລາຊີວິດຂອງຕົນເອງ…