ວັນເດັກນ້ອຍສາກົນຫມັ້ນຍືນ!

ວັນເດັກນ້ອຍສາກົນຫມັ້ນຍືນ! ອານາຄົດຂອງຊາດຈະແຈ່ມໃສ ໃນເມື່ອເດັກນ້ອຍໃນວັນນີ້ ຈະກາຍເປັນຄົນດີ ໃນວັນຫນ້າ. ເດັກນ້ອຍ ທີ່ຖືກແຕ່ເກືອດຫ້າມ ບໍ່ໄດ້ຮັບການສິກສາດີ ຍາມໃຫຍ່ຂຶ້ນໄປ ຈະໄຮ້ຄວາມສາມາດ ກົດຫນ່ວງການຂະຫຍາຍຕົວຂອງຊາດ ໄປໃນຕົວ. ຈົ່ງສົ່ງເສີມຄວາມສາມາດຂອງເດັກ ດ້ວຍຄວາມຮັກທີ່ຈິງໃຈ.

ຄວາມຮັກ ສາວ ແລະ ບ່າວຄູ ຍາມເຮັດນາ

ຄວາມຮັກ ສາວ ແລະ ບ່າວຄູ ຍາມເຮັດນາ (ບົດກອນ ຕາມແບບ ບົດກອນອ່ານປູ່ປາງຄໍາ ປະສົມກັບ ໂຄງກອນ ວະຊິຣະປັນຕີ) ເຖິງຍາມນາວ່ານກ້າ ແຄມປ່າຫົວນາ ມີທາລາໃສເຢັນ ລ່ອງເປັນເໝືອງນໍ້າ ຕາແລນໍາເຫັນແລ້ວ ຕາມແລວດົງໃຫຍ່ ນາຢຽດໄປຕໍ່ສົ້ນ ຕານຕົ້ນໃຫຍ່ສູງ ພຸ້ນແລ້ວ ຖຽງນາແປະຮົ່ມໄມ້ ບົງໄຜ່ລຽນກັນ ນົກເຂົາຂັນງອຍຄອນ ວີ່ວອນຫາສູ້ ສາວຄູພາຍຖົງເປ້ ໂຊເຊຫາໜໍ່ໄຜ່ ບາງຕອນໄປໄລ່ແຍ້ ກະແຕເຕັ້ນຕື່ນໜີ ແທ້ເອີ້ຍ ຍາມແລງຝົນລັ່ງຍ້ອຍ ລົມຄ່ອຍໂຊຍພັດ ບ່າວຄູນັດສາວຄູ ແຕ່ງປູປາປີ້ງ ຫມົກຫົວຂີງມີສົ້ມ ປະສົມແກງໄກ່ ລໍຖ້າ ສາວຄູໄປຢູ່ໝົ້ນ ຫາຊົ້ນແຫ່ງໃດ ເດ້ນໍ ຝົນຕົກເຊົາຄ່ອຍເອື່ອນ ລົມເຄື່ອນກາຍໄປ ຄູອົດໃຈຄອງນາງ ລໍ່າທາງແນມຈ້ອງ ບ່າວຄູປອງໃຈໝັ້ນ ເໝືອນຝັນໃຈຊື່ນ ສາວຄູຢືນຕໍ່ຫນ້າ ແສວຕາຈ້ອງເບິ່ງຊາຍ ຄູເອີ້ຍ ພາແລງເຕັມປ່ຽມຫລົ້ນ ສອງບົ່ນທັງກິນ ສຽງຈາຍິນດັງໄກ ກ່າວໄຂຄວາມຂ້ອງ ຄູທັງສອງໝາຍໝັ້ນ ຮັກກັນຫມາຍຕໍ່ ພາກັນລໍກ່ຽວເຂົ້າ…

ທຸກຄົນ ຕ່າງມີຄວາມງາມ ແລະ ພອນສະຫວັນ ຂອງໃຜມັນ

ທຸກຄົນ ຕ່າງມີຄວາມງາມ ແລະ ພອນສະຫວັນ ຂອງໃຜມັນ ຈົ່ງຮ່ວມກັນ ກາຍເປັນພະລັງແຮງ ເພື່ອການກ້າວໄປ. ທຸກສິ່ງເຊື້ອ ໃນຫລຸ່ມໂລກາ ເຕີບໂຕມາ ຕ່າງກັນສັນສ້າງ ທຸກສິ່ງລ້ວນ ຜັນແປປັບຮ່າງ ງາມບໍ່ຫ້າງ ສີເຂັ້ມຕ່າງກັນ ແທ້ແລ້ວ @ວິມາດອກບົວແກ້ວ

ອາລຸນວັນໃຫມ່

ອາລຸນວັນໃຫມ່ຂຶ້ນ ແສງສີສ່ອງສົດໃສ ໃນໂລກາເມືອງຄົນ ຕື່ນນອນສະບາຍເນື້ອ ແດນດິນເຫນືອເຖິງໃຕ້ ຕາເວັນແດງສາດສ່ອງ ແສງສີີນໍາຊ່ວຍປ້ອງ ແຍງທາງກ້າວບ່ອນໄປ ແດ່ທ້ອນ @ວິມາດອກບົວແກ້ວ