ຄວາມຮັກ ສາວ ແລະ ບ່າວຄູ ຍາມເຮັດນາ

ຄວາມຮັກ ສາວ ແລະ ບ່າວຄູ ຍາມເຮັດນາ
(ບົດກອນ ຕາມແບບ ບົດກອນອ່ານປູ່ປາງຄໍາ
ປະສົມກັບ ໂຄງກອນ ວະຊິຣະປັນຕີ)
ເຖິງຍາມນາວ່ານກ້າ ແຄມປ່າຫົວນາ
ມີທາລາໃສເຢັນ ລ່ອງເປັນເໝືອງນໍ້າ
ຕາແລນໍາເຫັນແລ້ວ ຕາມແລວດົງໃຫຍ່
ນາຢຽດໄປຕໍ່ສົ້ນ ຕານຕົ້ນໃຫຍ່ສູງ ພຸ້ນແລ້ວ
ຖຽງນາແປະຮົ່ມໄມ້ ບົງໄຜ່ລຽນກັນ
ນົກເຂົາຂັນງອຍຄອນ ວີ່ວອນຫາສູ້
ສາວຄູພາຍຖົງເປ້ ໂຊເຊຫາໜໍ່ໄຜ່
ບາງຕອນໄປໄລ່ແຍ້ ກະແຕເຕັ້ນຕື່ນໜີ ແທ້ເອີ້ຍ
ຍາມແລງຝົນລັ່ງຍ້ອຍ ລົມຄ່ອຍໂຊຍພັດ
ບ່າວຄູນັດສາວຄູ ແຕ່ງປູປາປີ້ງ
ຫມົກຫົວຂີງມີສົ້ມ ປະສົມແກງໄກ່
ລໍຖ້າ ສາວຄູໄປຢູ່ໝົ້ນ ຫາຊົ້ນແຫ່ງໃດ ເດ້ນໍ
ຝົນຕົກເຊົາຄ່ອຍເອື່ອນ ລົມເຄື່ອນກາຍໄປ
ຄູອົດໃຈຄອງນາງ ລໍ່າທາງແນມຈ້ອງ
ບ່າວຄູປອງໃຈໝັ້ນ ເໝືອນຝັນໃຈຊື່ນ
ສາວຄູຢືນຕໍ່ຫນ້າ ແສວຕາຈ້ອງເບິ່ງຊາຍ ຄູເອີ້ຍ
ພາແລງເຕັມປ່ຽມຫລົ້ນ ສອງບົ່ນທັງກິນ
ສຽງຈາຍິນດັງໄກ ກ່າວໄຂຄວາມຂ້ອງ
ຄູທັງສອງໝາຍໝັ້ນ ຮັກກັນຫມາຍຕໍ່
ພາກັນລໍກ່ຽວເຂົ້າ ນາເເລ້ວແຕ່ງດອກ ແທ້ແລ້ວ
@ວິມາດອກບົວແກ້ວ
ທົ່ງນາເຢັຍລະມັນ ວາດພາບໃສ່ທົ່ງນາບ້ານເຮົາ
ມີຖຽງນ້ອຍ ແຄມປ່າ ວ່າຊັ້ນຊາ.