ລົດໄຟລາວ-ຈີນ ກ້າວໄກ

ລົດໄຟລາວ-ຈີນ ກ້າວໄກ ວຽງຈັນຂຸນໝິງ ນັ້ນໄກກັນ ຢູ່ສຸດຂອບຟ້າ ກ່ອນໄດ້ໄປມາ ໃຊ້ທາງລົດ ເວລາຊ້ານານ ດຽວນີ້ລາວມີ ທາງລົດໄຟ ໄວສູງເດີນຜ່ານ ລາວ-ຈີນໝຸ້ງໝັ້ນ ຮ່ວມກັນສ້າງ ດ້ວຍຄວາມຈິງໃຈ ລົດໄຟລາວ-ຈີນ ຜ່ານດິນແດນ ເຂດແຂ້ວນຂອງລາວ ລາວທຸກຊົນເຜົ່າ ຊາວຕ່າງດ້າວ ເຂົ້າມາຊົມໃຊ້ ຂົນສົ່ງໂດຍສານ ທັງສິນຄ້າ ເຄື່ອງຂອງວ່ອງໄວ ເຊື່ອມຊາດໄກ້ໄກ ໃນອາຊຽນ ໄດ້ຢ່າງຂາດຕົວ ເຖິງພູຈະສູງ ຜາຈະຊັນ ລໍາທານຈະເຫລິກ ນໍ້າໃຈບຸກເບີກ ສ້າງແລວທາງ ມັ່ງຄັ່ງເຕີບໂຕ ສົ່ງເສີມການຜະຫລິດ ທຸລະກິດ ສະໜອງຄ່ອງຕົວ ເພີ້ມປະສິດຕິຜົນ ເພື່ອປະໂຫຍດ ຊຶ່ງກັນແລະກັນ ກ້າວໄກເຊື່ອມຕໍ່ ອາຊີກາງ ໄປເຖິງຢູໂຣບ ວັນແບວວັນໂຣດ ທົ່ວພິພົບ ໄປໄດ້ເຖິງກັນ ລົດໄຟລາວ-ຈີນ ສັນຍາຫລັກ ສາຍໃຍຜູກພັນ ຍືນຍົງຄົງໝັ້ນ ຮ່ວມແຮງກັນ ສອງຊາດລາວຈີນ

ຊັບແຮ່ ຊັບຄົນ ຊັບພະວິຊາ ຊັບພະຍາກອນມະນຸດ ຈະຂຸດກັນຕໍ່ຢູ່ລຸມໃດ?

ຊັບແຮ່ ຊັບຄົນ ຊັບພະວິຊາ ຊັບພະຍາກອນມະນຸດ ຈະຂຸດກັນຕໍ່ຢູ່ລຸມໃດ? (ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ) ຊັບພະຍາກອນ ລືຊື່ໄວ້ ທຶນໃຫຍ່ສໍາຄັນ ຂອງໝົດເປັນ ແຮ່ທອງຄໍາເກ້ ຖືກຂຸດຄົ້ນ ຂາຍເອົາຄຸນຄ່າ ດັບຮ່ອນສິ້ນ ໝົດແລ້ວບໍ່ມີ ແທ້ນ່າ ຊັບພະຍາກອນ ແນວອື່ນນັ້ນ ຄຸນຄ່າຍືນຍົງ ຄົນຮຽນຈົບ ຄ່າສູງຍືນລໍ້າ ມີຫລາຍໄດ້ ແປງເມືອງເຮືອງຮຸ່ງ ຫມົດບໍ່ສິ້ນ ແຊມຊ້ອນຕໍ່ກັນ ແທ້ແລ້ວ ສອງຊັບ ເກີດກໍ່ຂຶ້ນ ນານລ່ວງປີການ ຫລາຍລ້ານປິ ຈຶ່ງມີເປັນໃຊ້ ຊັບຄົນນັ້ນ ຊາວປີເຕີບໃຫຍ່ ໝົດບໍ່ສ້າງ ເສັຍສິ້ນເຊັ່ນກັນ ແທ້ນ່າ ຊັບຄົນ ຄຸນຄ່າລໍ້າ ຕາມເບິ່ງເມືອງເຂົາ ເປັນບົດຮຽນ ຜ່ານມາເຫັນແລ້ວ ຊັບຄົນ ໜ້ອຍ ວິຊາການຕໍ່າ ສູງແຕ່ເວົ້າ ທໍາໄດ້ບໍ່ເປັນ ສິເປັນບໍ່ ຄົນຮຽນຮູ້ ກໍາແກ່ນກົດເກນ ມີວິຊາ ກໍ່ແປງເມືອງບ້ານ ຕັດໃຈສ້າງ ”ຊັບຄົນ“…