ລົດໄຟລາວ-ຈີນ ກ້າວໄກ

ລົດໄຟລາວ-ຈີນ ກ້າວໄກ
ວຽງຈັນຂຸນໝິງ ນັ້ນໄກກັນ ຢູ່ສຸດຂອບຟ້າ
ກ່ອນໄດ້ໄປມາ ໃຊ້ທາງລົດ ເວລາຊ້ານານ
ດຽວນີ້ລາວມີ ທາງລົດໄຟ ໄວສູງເດີນຜ່ານ
ລາວ-ຈີນໝຸ້ງໝັ້ນ ຮ່ວມກັນສ້າງ ດ້ວຍຄວາມຈິງໃຈ
ລົດໄຟລາວ-ຈີນ ຜ່ານດິນແດນ ເຂດແຂ້ວນຂອງລາວ
ລາວທຸກຊົນເຜົ່າ ຊາວຕ່າງດ້າວ ເຂົ້າມາຊົມໃຊ້
ຂົນສົ່ງໂດຍສານ ທັງສິນຄ້າ ເຄື່ອງຂອງວ່ອງໄວ
ເຊື່ອມຊາດໄກ້ໄກ ໃນອາຊຽນ ໄດ້ຢ່າງຂາດຕົວ
ເຖິງພູຈະສູງ ຜາຈະຊັນ ລໍາທານຈະເຫລິກ
ນໍ້າໃຈບຸກເບີກ ສ້າງແລວທາງ ມັ່ງຄັ່ງເຕີບໂຕ
ສົ່ງເສີມການຜະຫລິດ ທຸລະກິດ ສະໜອງຄ່ອງຕົວ
ເພີ້ມປະສິດຕິຜົນ ເພື່ອປະໂຫຍດ ຊຶ່ງກັນແລະກັນ
ກ້າວໄກເຊື່ອມຕໍ່ ອາຊີກາງ ໄປເຖິງຢູໂຣບ
ວັນແບວວັນໂຣດ ທົ່ວພິພົບ ໄປໄດ້ເຖິງກັນ
ລົດໄຟລາວ-ຈີນ ສັນຍາຫລັກ ສາຍໃຍຜູກພັນ
ຍືນຍົງຄົງໝັ້ນ ຮ່ວມແຮງກັນ ສອງຊາດລາວຈີນ