ຊັບແຮ່ ຊັບຄົນ ຊັບພະວິຊາ ຊັບພະຍາກອນມະນຸດ ຈະຂຸດກັນຕໍ່ຢູ່ລຸມໃດ?

ຊັບແຮ່ ຊັບຄົນ ຊັບພະວິຊາ
ຊັບພະຍາກອນມະນຸດ
ຈະຂຸດກັນຕໍ່ຢູ່ລຸມໃດ?
(ບົດກອນ ແບບກອນອ່ານປູ່ປາງຄໍາ ກອນເຈັດ)
ຊັບພະຍາກອນ ລືຊື່ໄວ້ ທຶນໃຫຍ່ສໍາຄັນ
ຂອງໝົດເປັນ ແຮ່ທອງຄໍາເກ້
ຖືກຂຸດຄົ້ນ ຂາຍເອົາຄຸນຄ່າ
ດັບຮ່ອນສິ້ນ ໝົດແລ້ວບໍ່ມີ ແທ້ນ່າ
ຊັບພະຍາກອນ ແນວອື່ນນັ້ນ ຄຸນຄ່າຍືນຍົງ
ຄົນຮຽນຈົບ ຄ່າສູງຍືນລໍ້າ
ມີຫລາຍໄດ້ ແປງເມືອງເຮືອງຮຸ່ງ
ຫມົດບໍ່ສິ້ນ ແຊມຊ້ອນຕໍ່ກັນ ແທ້ແລ້ວ
ສອງຊັບ ເກີດກໍ່ຂຶ້ນ ນານລ່ວງປີການ
ຫລາຍລ້ານປິ ຈຶ່ງມີເປັນໃຊ້
ຊັບຄົນນັ້ນ ຊາວປີເຕີບໃຫຍ່
ໝົດບໍ່ສ້າງ ເສັຍສິ້ນເຊັ່ນກັນ ແທ້ນ່າ
ຊັບຄົນ ຄຸນຄ່າລໍ້າ ຕາມເບິ່ງເມືອງເຂົາ
ເປັນບົດຮຽນ ຜ່ານມາເຫັນແລ້ວ
ຊັບຄົນ ໜ້ອຍ ວິຊາການຕໍ່າ
ສູງແຕ່ເວົ້າ ທໍາໄດ້ບໍ່ເປັນ ສິເປັນບໍ່
ຄົນຮຽນຮູ້ ກໍາແກ່ນກົດເກນ
ມີວິຊາ ກໍ່ແປງເມືອງບ້ານ
ຕັດໃຈສ້າງ ”ຊັບຄົນ“ ສຸມທຶນໃສ່
ໄດ້ແຕ່ເວົ້າ ລາວຂ້ອຍເກົ່າເດີມ ບໍ່ເປັນເດີ້
@ວິມາດອກບົວແກ້ວ