ປັນຄວາມຊົງຈໍາອັນດີ ໄດ້ຕາງຫນ້າໃຫ້ແກ່ໂຮງຮຽນມູນລະປະຖົມສົມບູນບ້ານໂພນແຮ່

ປັນຄວາມຊົງຈໍາອັນດີ ໄດ້ຕາງຫນ້າໃຫ້ແກ່ໂຮງຮຽນມູນລະປະຖົມສົມບູນບ້ານໂພນແຮ່ ມອບໃບຍ້ອງຍໍ ໃຫ້ແກ່ຜູ້ຕາງຫນ້າ ຂອງໂຮງຮຽນແຮກສ່ຽວ ທີ່ເມືອງແອກຟອດ ປະເທດເຢັຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫລືອໂຮງຮຽນ ຕະຫລອດມາ. Schule am Adreasried Erfurt

ຢ່າຢູ່ໂດດດ່ຽວ!

ຢ່າຢູ່ໂດດດ່ຽວ! Never be Lonely. ໂດດດ່ຽວເສົ້າ ເຖິງຮັ່ງເງິນທອງ ຄໍາແຂນຄໍ ໜ່ວງລົງໜັກເນື້ອ ໃຜຈະຊ້ວນ ຍາມເຈັບນອນປ່ວຍ ຍາດພີ່ນ້ອງ ຄົງເສົ້າຫ່ວງນໍາ ແທ້ແລ້ວ ມີແບ່ງໃຫ້ ແຕກໜໍ່ຂະຫຍາຍພັນ ບັງເກີດຜົນ ບໍ່ມີສູນເຊື້ອ ຄົນຄຽງຂ້າງ ມີກິນມີຢູ່ ໄຫໃຫຍ່ນ້ອຍ ເຕັມລົ້ນປ່ຽມກັນ ດີແລ ເປັນກຸ່ມກ້ອນ ແຂງແກ່ນເໝືອນຫວາຍ ມັດໂຮມກັນ ແກ່ຄໍດຶງຊ້າງ ທົນທານໝັ້ນ ເປັນດຽວໝົດໝູ່ ເໝືອນໄຜ່ລ້ອມ ຫລາຍຕົ້ນຮ່ວມກໍ ນັ້ນແລ້ວ ໂດດດ່ຽວໄດ້ ຍາມເມື່ອແຮງມີ ຫາກແຮງຫາຍ ປ່ວຍໂຊຍາມເຖົ້າ ນອນດຽວແລ້ງ ໃຜນໍຈະເບິ່ງ ຍັງບໍ່ຊ້າ ຫັນປີ້ນປ່ຽນໃຈ ເຈົ້າເອີ້ຍ @ວິມາດອກບົວແກ້ວ

ລາວທ່ຽວລາວ ມ່ວນແບບລາວໆ

ລາວທ່ຽວລາວ ມ່ວນແບບລາວໆ ດຽວນີ້ ລາວມ່ວນແມ້ງ ລາວທ່ຽວເມືອງລາວ ເດີນທາງໄກ ທ່ຽວເໜືອເຖິງໄຕ້ ເມືອງເຟືອງຟື້ນ ອານຸວົງຈຸດໃໝ່ ຫລວງພະບາງຊື່ນຊ້ອຍ ລາວຂຶ້ນລ່ອງອູ ເຈົ້າເອີ້ຍ ທຸກແຫ່ງຫ້ອງ ມີຢູ່ມີກິນ ສຽງເພັງດັງ ເນື່ອງນັນໂຮຮ້ອງ ແບບລາວແທ້ ຊຸມແຊວເປັນໝູ່ ກິນບໍ່ອັ້ນ ຍໍເຍັ້ນຍືນເບັຍ ລາວເອີ້ຍ ຕູບຢັ່ງນໍ້າ ແພກ່າຍແຄມເຊ ເຫລາະລຽບຕາມ ປ່າດົງດອນກ້ວາງ ພູຜາຕັ້ງ ເປັນວີວງາມຍິ່ງ ທຸກທົ່ວແຄ້ນ ຄວາມເສົ້າບໍ່ມີ ໂລກປ່ວນຢ້ານ ຢູໂຣບຕື່ນສົງຄາມ ໂຄວິດຍັງ ແຜ່ລາມເປັນຮ້າຍ ນໍ້າມັນ ສູງແພງຂຶ້ນ ລາຄາປີນໄຕ່ ລາວທ່ຽວ ລາວບໍ່ງໍ້ ໄປໄດ້ບໍ່ຖອຍ ແທ້ແລ້ວ ເຊົາຢ່າເວົ້າ ລາວບໍ່ທັນເຂົາ ລາວຫາຍທຸກ ຊ່ວຍກັນຫາຊື້ ອຸດໜູນຄໍ້າ ລາວທໍາລາວຮັ່ງ ທຸກບໍ່ເສົ້າ ໄຜເວົ້າຢ່າເຂົາ ເຊົາເຢີ້ @ວິມາດອກບົວແກ້ວ ຮູບຈາກເພື່ອນເຟສ

ຊູສີ ຂອງຕ້ອນ

ຊູສີ ຂອງຕ້ອນ.ກິນຕ່າງບ້ານ ຂອງເພິ່ນແດນໄກຊູສີໄວ ໃສ່ຖົງມາຕ້ອນຕັດເປັນກ້ອນ ຊາຍມອນພັນໃສ່ໃນຫໍ່ຫຸ້ມ ເຕີມເຂົ້າໃສ່ງາຈຸແຈ່ວຈໍ້າ ຄີບຖູ່ລົງຊໍາຮໍາຂີງຊອຍ ຈຸ່ມໂຊຍຢານໍ້າຄໍາດຽວມ້ວນ ກືນກິນເຕັມຕ່ອນຊອນຕໍ່ເຂົ້າ ໝົດແລ້ວຈຶ່ງເຊົາທໍ່ນັ້ນແລ້ວ@ວິມາດອກບົວແກ້ວSong – Dynamite – VIZE

ລະດູບານໃໝ່

ລະດູບານໃໝ່ Jeder hat seine Schönheit. ແສງແດດເຮືອງຮຸ່ງຟ້າ ອາກາດຊື່ນສົດໃສ ສັກກູນາບິນໄປ ໄລ່ກັນເທິງປາຍໄມ້ ສຽງດັງໄກແວວຮ້ອງ ປະສານກັນເປັນໝູ່ ບາງໂຕຫາຄູ່ຊ້ອນ ບິນຊອນກ້ຽວເວີ່ນຕາມ ເຈົ້າເອີ້ຍ ທໍາມະຊາດປ່ຽນປີ້ນ ລະດູໃໝ່ວຽນມາ ພຶກສາໄຂກີບບານ ຈໍ່ຈູມປະດັບເອ້ ເໝືອນເທວາລົງປັ້ນ ອຸທິຍານໂລກລຸ່ມ ທຸກດິນແດນຫໍ່ຫຸ້ມ ມາລາກຸ້ມກິ່ນຫອມ ແທ້ແລ້ວ ອາກາດອົບອຸ່ນຂຶ້ນ ຈິດໃຈຊື່ນສົດໃສ ຄວາມໜາວເຢັນຫາຍໄປ ປ່ຽນລະດູຫາຮ້ອນ ດົງດອນສີຂຽວທຸ້ມ ແສງສີທອງສອດໃສ່ ໄຂສັງກາດໃໝ່ໃຫ້ ຊີວາຊື້ນຊື່ນບານ ເຈົ້າເອີ້ຍ ອຸທິຍານແຫ່ງນີ້ ສະຫວັນແຫ່ງເມືອງຄົນ ທຸກຈົນຫລືເປັນສຸກ ເພື່ອແຜ່ກັນທໍາສ້າງ ລະວາງຄວາມກຽດແຄ້ນ ຮັກແພງກັນດີກ່ວາ ຄວາມມືດມົວຫ່າງເວັ້ນ ເອົາແສງເຂົ້າສູ່ໃຈ ດີແລ້ວ @ວິມາດອກບົວແກ້ວ Song – Dancing Alone – VIZE

ເວົ້າສູ່ກັນຟັງ ສົງຄາມ ແລະ ການຂ້ວມບາດ

ເວົ້າສູ່ກັນຟັງ ສົງຄາມ ແລະ ການຂ້ວມບາດ ສົງຄາມໃນ ຢູເຄຣນ ໄດ້ຖືກດໍາເນີນມາເປັນເວລາ 20 ມື້ແລ້ວ ທີ່ກອງທະຫານ ຂອງຣັດເຊຍ ໄດ້ເຂົ້າບຸກໂຢມຕີ ເຂົ້າໃນຕົວເມືອງຕ່າງໆ ສົງຄາມນັບມື້ນັບແກ່ຍາວເທົ່າໃດ ຍິ່ງເຮັດໃຫ້ ຜົນເສັຍຫາຍ ທາງດ້ານຊັບສິນ ແລະ ຊີວິດ ຂອງປະຊາຊົນ ນັບມື້ນັບຫລາຍຂຶ້ນ ແລະ ການ ສູນເສັຍກໍາລັງທະຫານ ແລະ ອາວຸດການຕໍ່ສູ້ຂອງທັງສອງຝ່າຍ ກໍນັບມື້ນັບຫລາຍຂຶ້ນ ປະຊາຊົນຈໍານວນຫລວງຫລາຍ ໄດ້ຫາທາງຫລົບຫນີສົງຄາມໄປອາໃສປະເທດຕ່າງໆຕາມຊາຍແດນປະເທດເພື່ອນບ້ານ ແລະ ໄປປະເທດຕ່າງໆ ມີເກືອບເຖິງ ສອງລ້ານປາຍຄົນແລ້ວ ແລະ ຍັງຈະມີຫລາຍຂຶ້ນຕໍ່ໄປ ຖ້າສົງຄາມບໍ່ຜ່ອນຄາຍ ຫລືຢຸດຕິລົງ

ໂຄວິດຍັງບໍ່ສ້ຽງ ສົງຄາມຕໍ່ຕາມມາ

ໂຄວິດຍັງບໍ່ສ້ຽງ ສົງຄາມຕໍ່ຕາມມາ ສົງຄາມລາມທົ່ວພື້ນ ດິນແດນແຫ່ງອູກະຣາອີນ ເຮືອບິນທັງຍານຍົນ ເຄື່ອນໄຫວທໍາລາຍມ້າງ ຫລາຍຕົວເມືອງເປັນຮ້າງ ຄົນຫລົບໜີແຕກຕື່ນ ຫລາຍໝື່ນໜີຫ່າງບ້ານ ໄປຫາຊົ້ນເພິ່ງເຢັນ ເຈົ້າເອີ້ຍ ສົງຄາມລາມທົ່ວກໍ້າ ໄປທຸກຖິ່ນແດນໄກ ໃນໂຊຊຽວເປັນໄຟ ຂ່າວອອກໄປໄວແທ້ ຄົນສໍແສສອງກໍ້າ ໂຈມຕີກັນເປັນກຸ່ມ ສຸມແນວຄິດແບ່ງມ້າງ ກໍມີຫລົ້ນທົ່ວໄປ ແທ້ແລ້ວ ໃຜຖືກຜິດກັ່ນແກ້ງ ຄວາມເຫັນຕ່າງກັນໄປ ມັນເຫລິກໃນນານມາ ຊ່ວງຊີງສັບສົນແທ້ ສົງຄາມແປຜັນປີ້ນ ຄວາມດີກາຍເປັນຊົ່ວ ອໍານາດມົວແບ່ງເບື້ອງ ເປັນສອງຂົ້ວແຂ່ງກັນ ນັ້ນແລ້ວ ໂຄວິດຍັງບໍ່ສ້ຽງ ສົງຄາມຕໍ່ຕາມມາ ຊາຕາກໍາຂອງຄົນ ປ່ຽນແປງທັງວາຍວຸ້ນ ຂໍເຖີດທູນວອນໄຫວ້ ໂຄວິດໄປຫາຍຜ່ານ ການທະຫານຕໍ່ສູ້ ກໍເໝືອນດ້າມດັ່ງກັນ ແດ່ທ້ອນ @ວິມາດອກບົວແກ້ວ