ລະດູບານໃໝ່

ລະດູບານໃໝ່🥰
Jeder hat seine Schönheit.
ແສງແດດເຮືອງຮຸ່ງຟ້າ ອາກາດຊື່ນສົດໃສ
ສັກກູນາບິນໄປ ໄລ່ກັນເທິງປາຍໄມ້
ສຽງດັງໄກແວວຮ້ອງ ປະສານກັນເປັນໝູ່
ບາງໂຕຫາຄູ່ຊ້ອນ ບິນຊອນກ້ຽວເວີ່ນຕາມ
ເຈົ້າເອີ້ຍ
ທໍາມະຊາດປ່ຽນປີ້ນ ລະດູໃໝ່ວຽນມາ
ພຶກສາໄຂກີບບານ ຈໍ່ຈູມປະດັບເອ້
ເໝືອນເທວາລົງປັ້ນ ອຸທິຍານໂລກລຸ່ມ
ທຸກດິນແດນຫໍ່ຫຸ້ມ ມາລາກຸ້ມກິ່ນຫອມ
ແທ້ແລ້ວ
ອາກາດອົບອຸ່ນຂຶ້ນ ຈິດໃຈຊື່ນສົດໃສ
ຄວາມໜາວເຢັນຫາຍໄປ ປ່ຽນລະດູຫາຮ້ອນ
ດົງດອນສີຂຽວທຸ້ມ ແສງສີທອງສອດໃສ່
ໄຂສັງກາດໃໝ່ໃຫ້ ຊີວາຊື້ນຊື່ນບານ
ເຈົ້າເອີ້ຍ
ອຸທິຍານແຫ່ງນີ້ ສະຫວັນແຫ່ງເມືອງຄົນ
ທຸກຈົນຫລືເປັນສຸກ ເພື່ອແຜ່ກັນທໍາສ້າງ
ລະວາງຄວາມກຽດແຄ້ນ ຮັກແພງກັນດີກ່ວາ
ຄວາມມືດມົວຫ່າງເວັ້ນ ເອົາແສງເຂົ້າສູ່ໃຈ
ດີແລ້ວ
@ວິມາດອກບົວແກ້ວ
Song – Dancing Alone – VIZE