ແຂວງຫລວງນໍ້າທາ ສາຍຍານາມ ຊື່ນໍ້າ

ແຂວງຫລວງນໍ້າທາ ສາຍຍານາມ ຊື່ນໍ້າ ໃນເຂດຖິ່ນ ດິນເໜືອລາວ ຍືນຍົງມາຍາວນານ ຊື່ສຽງດັງໄກກ້ອງ ປະຊາຊົນເຄີຍປົກປ້ອງຕີສັດຕູແຕກຜ່າຍ ບ້ານເມືອງຂະຫຍາຍຕົວຕໍ່ຕັ້ງ ເປັນແຂວງກ້າວພັດທະນາ. ສອງເຂດເມືອງກ້າວໜ້າ ເຂດໃໝ່ເສດທະກິດ ເຂດເກົ່າເປັນເຮືອນຊານຖິ່ນສະຖານເນົາຢັ້ງ. ສັງຄົມອົບອຸ່ນບຸກບືນກ້າວ ການນໍາພາຫັນຫ້າວ ຊາວເມືອງຫລາຍຊົນເຜົ່າ ຮັກແພງກັນຮ່ວມເຂົ້າ ໃນການສ້າງກໍ່ແປງ. ທ່າແຮງມີຫລາຍດ້ານ ທໍາມະຊາດຊື່ນຂຽວງາມ ຕິດຕໍ່ຕາມສາຍພູ ທົ່ງນາອຸດົມກ້ວາງ. ມີທາງຫລວງ ຈາກບໍ່ແຕນ ໄປເຖິງແຄ້ວນ ແດນແຫ່ງກໍາພູເຈັຍ ສາຍເອເຊັຍ ໄທ ຫວຽດນາມ ຕໍ່ ຈີນ ຫາກັນໄດ້, ໄປມາທໍາການຄ້າ ຜົນຜະຫລິດນໍາສົ່ງ ຊື້ຂາຍກັນຊ່ວຍຍູ້ ຂະຫຍາຍກ້ວາງຕໍ່ໄປ. ມີລົດໄຟໄວລາວ-ຈີນເຂົ້າ ໄປມາເມືອງຫລວງໃຫຍ່ ຮອດຂຸນໝິງເຊື່ອມໄດ້ ເດີນທາງໃຫ້ວ່ອງໄວ. ໃນແຂວງມີສະຫນາມບິນໃຫຍ່ກ້ວາງ ຄົນເດີນທາງມາທ່ຽວ, ທ່ອງທ່ຽວຂຽວຊື່ກ້ອງ ໃນຫລາຍແຄ້ວນ ແຫລ່ງສະຫງວນ ເຈົ້າເອີ້ຍ. ຫລວງນໍ້າທາ ຂໍເຊີນຊວນພີ້ນ້ອງ ທັງເພື່ອນມິດແດນໄກ ມາເດີ້ ມາເຢີ້ ຊາວຫລວງນໍ້າທາ ພູມໃຈຕ້ອນຮັບ ວ່າບໍ່ຜິດຫວັງແທ້.

ກອງບຸນຄອບຄົວວິມາລາວົງ

ກອງບຸນຄອບຄົວວິມາລາວົງ ດີໃຈເຫັນພີ່ນ້ອງ ອອກແຮງຮ່ວມໂຮມກັນ ຈັດສັນເຮັດກອງບຸນ ແຕ່ງແປງງົດງາມແທ້ ອາພອນແຜເຫລືອງເຫລື້ອມ ປະດັບທົງລຽບຄ່ອງ ປອງດອງກັນແຕ່ງຂຶ້ນ ທູນເຖິງເຈົ້າພໍ່ແມ່ເຮົາ ແທ້ແລ້ວ ຈິດໃຈແສນຊື່ນຊ້ອຍ ເຫັນບຸນໃຫຍ່ໃນວັດ ຈັດກັນຕາມຮີດຄອງ ມ່ວນງັນສັດທາກ້າ ປວງປະຊາໂຮມເຕົ້າ ເອົາບຸນຟັງເທດມ່ວນ ຂໍຊວນເຊີນພີ່ນ້ອງ ກິນທານເຕົ້າຕ່ອມກັນ ເຈົ້າເອີ້ຍ ຄອບຄົວ ວິມາລາວົງ ທຸກແຫ່ງຫ້ອງ ຂໍປ່າວຮ້ອງ ເຖິງທຸກທ່ານທັງຫລາຍ ກາຍມາທານເອົາບຸນ ຮ່ວມສັດທາໂຮມເຕົ້າ ຜົນທໍາບຸນໄຫລເຂົ້າ ເປັນພະລັງຊູຊ່ວຍ ໂຊກໄຊໄຫລລັ່ງດ້ວຍ ໄປເຖິງເຈົ້າທ່ານທຸກຄົນ ແດ່ເຖີ້ນ ຂໍໃຫ້ ຜົນທານທຸກຜ່ອງນີ້ ເຖິງພໍ່ແມ່ແດນສະຫວັນ ທັງພົງພັນວົງວານ ທີ່ຫ່າງໜີໄປແລ້ວ ແນວໃດດີພາຍູ້ ຂາດເຂີຍຫຍັງບຸນຊ່ວຍ ລູກຫລານສຸກຊື່ນນດ້ວຍ ຈະເລີນກ້າວຮຸ່ງເຮືອງ ດ້ວຍເຖີ້ນ ບົວແກ້ວ ວິມາລາວົງ

ຕາມຂ່າວເຢັຍລະມັນແຈ້ງໃຫ້ຮູ້ວ່າ ໃນຕອນເຊົ້າຂອງມື້ນີ້

ຕາມຂ່າວເຢັຍລະມັນແຈ້ງໃຫ້ຮູ້ວ່າ ໃນຕອນເຊົ້າຂອງມື້ນີ້ ກອງທະຫານຂອງຣັດເຊັຍ ໄດ້ເຂົ້າໂຈມຕີໃນຫລາຍເຂດຊາຍແດນຕິດຕໍ່ກັບ ອູກະຣາອີນ ເປັນເຫດໃຫ້ ຫລາຍປະເທດ ແລະ ຊາວໂລກຜູ້ຮັກຫອມສັນຕິພາບມີຄວາມເປັນຫ່ວງ ບໍ່ຢາກໃຫ້ສະພາບການສົງຄາມມີຄວາມຮຸນແຮງແຜ່ລາມອອກໄປ. ເຖິງແນວໃດກໍຕາມຫາງສຽງຮຽກຮ້ອງໃຫ້ມີການເຈລະຈາແກ້ໄຂບັນຫາດ້ວຍທາງການເມືອງຍັງສືບຕໍ່ ແລະ ທວງໃຫ້ ຣັດເຊັຍຈົ່ງຢຸດຕິການໂຈມຕີເຂົ້າຮ່ວມການເຈລະຈາ. ສະພາບການໂຄວິດກໍາລັງຜ່ອນຄາຍລົງ ແຕ່ມາບາດນີ້ຈະມີຜົນກະທົບຈາກສະພາບຂອງສົງຄາມ ອັນທີ່ຈະແຕະຕ້ອງໃຫ້ແກ່ຊີວິດປະຈໍາວັນຂອງຄົນໃນສັງຄົມໂດຍກົງກໍຄື ຄ່ານໍ້າມັນ ແລະ ຄ່າອາຍແກດ ຈະຖີບຕົວຂຶ້ນສູງຢ່າງແນ່ນອນ.

ໃນເຢັຍລະມັນ ກໍາລັງເລີ້ມການໂຍະຍານ ຜ່ອນຄ່າຍສະພາບການໂຄວິດດີຂຶ້ນແລ້ວ

ໃນເຢັຍລະມັນ ກໍາລັງເລີ້ມການໂຍະຍານ ຜ່ອນຄ່າຍສະພາບການໂຄວິດດີຂຶ້ນແລ້ວ ແລະ ຄາດວ່າ ຕົ້ນເດືອນສາມໄປ ຄົງມີການເປີດປົກກະຕິ ໄດ້ກ້ວາງໄກ ຄົງຈະເຮັດໃຫ້ປວງຊົນມີຊີວິດຊີວາ ຊື່ນບານຂຶ້ນ. ມື້ນີ້ເດີນທາງອອກຕ່າງແຂວງ. ໄປຕ່າງບ້ານ ເຂດຖິ່ນດິນໄກ ໃນລໍາເນົາ ຕ່າງກັນດິນຟ້າ ທາງໄປຫນ້າ ພານຕາຂາວທົ່ວ ໝອກເມກກົ້ວ ຝົນຍ້ອຍລັ່ງລົງ ເຈົ້າເອີ້ຍ ເຝີຕ່າງບ້ານ ໄກຖິ່ນດິນເດີມ ເສີມຜັກຫອມ ບໍ່ຄືທາງບ້ານ ຕານປິສົ້ມ ຂາດທັງງອກທົ່ວ ຄົວຕ່າງບ້ານ ນົວລໍ້າລື່ນກັນ ແທ້ແລ້ວ @ວິມາດອກບົວແກ້ວ

ລົດໄຟສາຍໃຈ ລາວ-ຈີນ

ລົດໄຟສາຍໃຈ ລາວ-ຈີນ ວຽງຈັນຂຸນໝິງ ນັ້ນໄກກັນ ຈົນສຸດຂອບຟ້າ ກ່ອນໄດ້ໄປມາ ໃຊ້ທາງລົດ ເວລາຊ້ານານ ດຽວນີ້ລາວມີ ທາງລົດໄຟ ໄວສູງເດີນຜ່ານ ລາວ-ຈີນໝຸ້ງໝັ້ນ ຮ່ວມກັນສ້າງ ດ້ວຍຄວາມຈິງໃຈ ລົດໄຟລາວ-ຈີນ ຜ່ານດິນແດນ ເຂດແຂ້ວນຂອງລາວ ລາວທຸກຊົນເຜົ່າ ຊາວຕ່າງດ້າວ ເຂົ້າມາຊົມໃຊ້ ຂົນສົ່ງໂດຍສານ ທັງສິນຄ້າ ເຄື່ອງຂອງວ່ອງໄວ ເຊື່ອມໃນອາຊຽນ ໂດຍເຄືອຄ່າຍ ໄດ້ຢ່າງຂາດຕົວ ເຖິງພູຈະສູງ ຜາຈະຊັນ ລໍາທານຈະເຫລິກ ນໍ້າໃຈບຸກເບີກ ສ້າງແລວທາງ ມັ່ງຄັ່ງກັນທົ່ວ ສົ່ງເສີມການຜະຫລິດ ທຸລະກິດ ສະໜອງຄ່ອງຕົວ ສົມໃຈໃຄ່ຄ້ວາ ຜົນປະໂຫຍດ ໂປ່ງໃສຕໍ່ກັນ ລົດໄຟເຊື່ອມຕໍ່ ອາຊີກາງ ໄປເຖິງຢູໂຣບ ວັນແບວວັນໂຣດ ທົ່ວພິພົບ ໄປໄດ້ເຖິງກັນ ລົດໄຟລາວ-ຈີນ ສັນຍາຫລັກ ສາຍໃຈຜູກພັນ ຍືນຍົງຄົງໝັ້ນ ຮ່ວມແຮງກັນ ສອງຊາດລາວຈີນ ຄໍາຂັວນ: ຈິງໃຈ ວ່ອງໄວ ໂປ່ງໃສ ກ້າວໄປ…

ຈະມີສົງຄາມເກີດຂຶ້ນຫລືບໍ່ ໃນວັນທີ 16.02.2022 ລະຫວ່າງ ຣັດເຊັຍ ແລະ ອຸກະຣາອີນ?

ຈະມີສົງຄາມເກີດຂຶ້ນຫລືບໍ່ ໃນວັນທີ 16.02.2022 ລະຫວ່າງ ຣັດເຊັຍ ແລະ ອຸກະຣາອີນ? ບົດວິເຄາະ ຕໍ່ກັບຄວາມເຄັ່ງຕຶງຕາມຊາຍແດນລະຫວ່າງ ປະເທດຣັດເຊັຍ ແລະ ປະເທດອູກະຣາອີນ. ມີຄໍາຖາມຕັ້ງຂຶ້ນວ່າ ຈະມີສົງຄາມເກີດຂຶ້ນແທ້ບໍໃນວັນທີ 16.02.2022 ຕາມຂ່າວສືບລັບຂອງຝ່າຍຕາເວັນຕົກວ່າຣັດເຊັຍຈະໂຈມຕີອຸກະຣາອີນ ແລະ ຖ້າເກີດຂຶ້ນ ຈະຮ້າຍແຮງແຜ່ລາມໄປເຖິງໃສ? ຈະກາຍເປັນສົງຄາມໂລກຄັ້ງທີສາມໄດ້ບໍ່? ໃນປະມານອາທິດປາຍຜ່ານມານີ້ ສະພາບຊາຍແດນລະຫວ່າງ ຣັດເຊັຍ ແລະ ອູກະຣາອີນ ໄດ້ມີຄວາມເຄັ່ງຕຶງ ນັບມີ້ນັບສູງຂຶ້ນ. ພາຍຫລັງ ທີ່ໄດ້ມີການ ເຜີຍແຜ່ຮູບພາບທາງດາວທຽມ ຂອງອາເມຣິກາ ແລະ ກຸ່ມນາໂຕ ບອກໃຫ້ຮູ້ວ່າ ຣັດເຊັຍໄດ້ສົ່ງ ກໍາລັງອາວຸດຫນັກ ແລະ ທະຫານຈໍານວນຫລວງຫລາຍ ໄປຕິດຕັ້ງຕາມຊາຍແດນຕໍ່ກັບ ອຸກະຣາອີນ, ມາເຖິງປະຈຸບັນມີເຖິງຮ້ອຍຫ້າສິບພັນຄົນ, ໄດ້ເຮັດໃຫ້ທາງຝ່າຍຕາເວັນຕົກຕີລາຄາວ່າ ເປັນການກະກຽມ ຂອງຣັດເຊັຍທີ່ຈະເຂົ້າຍຶດເອົາອູກະຣາອີນໃນໄວໆນີ້, ຊຶ່ງເຄີຍມີເຫດການເຊັ່ນນີ້ມາແລ້ວກ່ອນຫນ້ານີ້ ຄື ໃນປີ 2014 ຣັດເຊັຍ ໄດ້ເຂົ້າຍຶດເອົາ ເກາະກະຣິມຕິດກັບຊາຍແດນຣັດເຊັຍ. ຈາກການເຂົ້າຍຶດເອົາກະຣິມ ຈຶ່ງເຮັດໃຫ້ຫລາຍປະເທດຢູໂຣບຕາເວັນອອກ ທີ່ມີຊາຍແດນຕິດກັບ ແລະ…

ເທິງໜ່ານຟ້າ ແນມເບິ່ງເຫັນໄກ

ເທິງໜ່ານຟ້າ ແນມເບິ່ງເຫັນໄກ ໃຈຫວນຄິດ ລໍ່າແລນໍາຈ້ອງ ມອງມາກໍ້າ ດິນດໍານາທົ່ງ ດົງປ່າໄມ້ ເມືອງບ້ານແມ່ຮຽມ ເຈົ້າເອີ້ຍ ເທິງຈອມພູສູງ ສະຖານທີ່ທາງສາດສະຫນາ ມິດງຽບ ອ້ອມຮອບໄປດ້ວຍ ທໍາມະຊາດທີ່ສວຍສົດງົດງາມ. Song: No Hard Feelings – VIZE +

ເຈົ້າແລະຂ້ອຍຂໍໃຫ້ຄໍ້າຊູຊ້ວນຊ່ວຍກັນເຈົ້າເອີ້ຍ.

ເຈົ້າແລະຂ້ອຍຂໍໃຫ້ຄໍ້າຊູຊ້ວນຊ່ວຍກັນເຈົ້າເອີ້ຍ. ຊົມເຊີຍເຈົ້າ ທີ່ມີ ຄວາມອິ່ນອ້ອຍ ບອກມ່ວນຊວນຟັງ ຄອຍເປັນ ກໍາລັງໃຈ ຊ່ວຍແຮງຊູໃຫ້ ຍາມໂສກເສົ້າ ຈາດອມເປັນເພື່ອນ ເຕີມຕໍ່ໃຫ້ ພະລັງຍູ້ຊ່ວຍໜູນ ເຈົ້າເອີ້ຍ ຊົມເຊີຍເຈົ້າ ເປັນຜູ່ ຄິດຊ່ວຍໃຫ້ ເເຍງປ່ອງທາງເດີນ ເໝືອນເຂັມທິດ ບົ່ງແລວຫາເປົ້າ ຍາມໄກບ້ານ ຫລົງທາງຜິດບ່ອນ ເຈົ້ານັ້ນ ເປັນຜູ່ຕ້ອມ ທຽມເຂົ້າໃສ່ທາງ ເຈົ້າເອີ້ຍ ຊົມເຊີຍເຈົ້າ ເປັນເພື່ອນ ພາຊື່ນຊ້ອຍ ເຫັນຄ່າຊີວິດ ແພງພຽນຕົນ ຮໍ່າຮຽນຫາຮູ້ ຫູຕາແຈ້ງ ມອງໄກໃຈຊ່ວງ ເຈົ້ານັ້ນ ເປັນດັ່ງປຶ້ມ ຂຽນແຕ້ມກ່າວສອນ ເຈົ້າເອີ້ຍ ຊົມເຊີຍເຈົ້າ ຄົນຮັກ ຄຽງຮ່ວມຂ້າງ ເດີນຜ່ານລົມຝົນ ເຖິງອົດຫິວ ເມື່ອຍກາຍໃຈເສົ້າ ຍັງຫົວເວົ້າ ຫາທາງຍິ້ມໃສ່ ໃຈຕໍ່ຕັ້ງ ພັນກ້ຽວບໍ່ມາຍ ເຈົ້າເອີ້ຍ ຊົມເຊີຍ ທຸກທ່ານເຈົ້າ ຊູຊ່ວຍສັງຄົມ ຫລໍ່ຫລອມ ລູກຫລານລາວ ໜຸ່ມເຍົາໄວຫລຸ້ນ ຂໍໃຫ້…

ງາມຄ່ຽມຄ້ອຍ ໃຈຊື່ນແນມເຫັນ

ງາມຄ່ຽມຄ້ອຍ ໃຈຊື່ນແນມເຫັນ ເຖິງສີດໍາ ກໍ່ານິນແສງເຂັ້ມ ລີລາຍ້າຍ ຊົງຕົວວາດຄ່ອງ ຕາຮຽມ ແນມລໍ້າຈ້ອງ ມອງແລ້ວອີ່ມບໍ່ເປັນ ແທ້ແລ້ວ Heiligenstadt Heilbad – Vitalpark

ຮຽນບິນໄວ້ ຢາກບິນໄດ້ເວີ່ນມາ ບ້ານເກິນເອີ້ຍ! Fliegen lernen.

ຮຽນບິນໄວ້ ຢາກບິນໄດ້ເວີ່ນມາ ບ້ານເກິນເອີ້ຍ! Fliegen lernen. ບາງຄັ້ງ ພຽງແນມນໍາລໍ່າຈ້ອງ ຢາກຈັບຈ່ອງຫາກັນ ດຶງທັນພຽງຊູນຕໍາ ປ່ອຍວາງໄປເສັຍສິ້ນ ຍິນສຽງຄໍາຄວນຮ້ອງ ມາຕາມລົມພັດສົ່ງ ໃຈຜະຫວົງຢ່ອງຢື້ ຢາກບິນໄດ້ເວິ່ນເຖິງ ບ້ານເກິນເອີ້ຍ! ເຖິງວ່າ ຝົນຈະແຮງລັ່ງຫລົ້ນ ລົມຈະອ່ວຍມາຕໍາ ທໍາຈິດໃຈສະຫງົບ ບໍ່ສະເທືອນເຮຮ້ອນ ຄົງມີຕອນລົມປີ້ນ ພັດທາງຫລັງຊູຊ່ວຍ ເຫດການຄົງອ່ວຍເບື້ອງ ໄປຕາມຂັ້ນປ່ອງແປວ ນັ້ນແລ້ວ ບາງຄັ້ງ ຄິດຄືເຂົາບໍ່ຮູ້ ທໍາຖືກປ່ອງມອງໄກ ພາກັນເຮັດໄປຕາມ ລ່ຽມລາຍຄົນຫວັງແກ້ງ ແປງເປັນກົນລວງລໍ້ ຕົບຕາເອົາຂອງເພິ່ນ ຊຸກເຊີນກັນແຕ່ງເລື້ອງ ເເນມເຫັນໄດ້ບໍ່ໄກ ແມ່ນບໍ່? ອານາຄົດຈະຮຸ່ງກ້າວ ຫາກຄົນເບິ່ງເຫັນໄກ ທັງຈິດໃຈປອດໃສ ທ່ຽງທໍາເປັນເສົາຄໍ້າ ນໍາພາທຸກຊົນຊັ້ນ ສະເຫມີກັນຮັກໄຄ່ ຄິດເຖິງໄກຕໍ່ຫນ້າ ວິຊາກ້າບົ່ງທາງ ຈຶ່ງຖືກແລ້ວ @ວິມາດອກບົວແກ້ວ Song: Dancing Alone – VIZE