ຈະມີສົງຄາມເກີດຂຶ້ນຫລືບໍ່ ໃນວັນທີ 16.02.2022 ລະຫວ່າງ ຣັດເຊັຍ ແລະ ອຸກະຣາອີນ?

ຈະມີສົງຄາມເກີດຂຶ້ນຫລືບໍ່ ໃນວັນທີ 16.02.2022 ລະຫວ່າງ ຣັດເຊັຍ ແລະ ອຸກະຣາອີນ?
👉ບົດວິເຄາະ👈
ຕໍ່ກັບຄວາມເຄັ່ງຕຶງຕາມຊາຍແດນລະຫວ່າງ ປະເທດຣັດເຊັຍ ແລະ ປະເທດອູກະຣາອີນ.
ມີຄໍາຖາມຕັ້ງຂຶ້ນວ່າ ຈະມີສົງຄາມເກີດຂຶ້ນແທ້ບໍໃນວັນທີ 16.02.2022 ຕາມຂ່າວສືບລັບຂອງຝ່າຍຕາເວັນຕົກວ່າຣັດເຊັຍຈະໂຈມຕີອຸກະຣາອີນ ແລະ ຖ້າເກີດຂຶ້ນ ຈະຮ້າຍແຮງແຜ່ລາມໄປເຖິງໃສ? ຈະກາຍເປັນສົງຄາມໂລກຄັ້ງທີສາມໄດ້ບໍ່?
ໃນປະມານອາທິດປາຍຜ່ານມານີ້ ສະພາບຊາຍແດນລະຫວ່າງ ຣັດເຊັຍ ແລະ ອູກະຣາອີນ ໄດ້ມີຄວາມເຄັ່ງຕຶງ ນັບມີ້ນັບສູງຂຶ້ນ.
ພາຍຫລັງ ທີ່ໄດ້ມີການ ເຜີຍແຜ່ຮູບພາບທາງດາວທຽມ ຂອງອາເມຣິກາ ແລະ ກຸ່ມນາໂຕ ບອກໃຫ້ຮູ້ວ່າ ຣັດເຊັຍໄດ້ສົ່ງ ກໍາລັງອາວຸດຫນັກ ແລະ ທະຫານຈໍານວນຫລວງຫລາຍ ໄປຕິດຕັ້ງຕາມຊາຍແດນຕໍ່ກັບ ອຸກະຣາອີນ, ມາເຖິງປະຈຸບັນມີເຖິງຮ້ອຍຫ້າສິບພັນຄົນ, ໄດ້ເຮັດໃຫ້ທາງຝ່າຍຕາເວັນຕົກຕີລາຄາວ່າ ເປັນການກະກຽມ ຂອງຣັດເຊັຍທີ່ຈະເຂົ້າຍຶດເອົາອູກະຣາອີນໃນໄວໆນີ້, ຊຶ່ງເຄີຍມີເຫດການເຊັ່ນນີ້ມາແລ້ວກ່ອນຫນ້ານີ້ ຄື ໃນປີ 2014 ຣັດເຊັຍ ໄດ້ເຂົ້າຍຶດເອົາ ເກາະກະຣິມຕິດກັບຊາຍແດນຣັດເຊັຍ.
ຈາກການເຂົ້າຍຶດເອົາກະຣິມ ຈຶ່ງເຮັດໃຫ້ຫລາຍປະເທດຢູໂຣບຕາເວັນອອກ ທີ່ມີຊາຍແດນຕິດກັບ ແລະ ໄກ້ຄຽງກັບຣັດເຊັຍ ໄດ້ມີຄວາມວິຕົກຕໍ່ອິດທິພົນຂອງລັດເຊັຍ ໄດ້ສະເຫນີເຂົ້າເປັນສະມາຊິກຂອງກຸ່ມຢູໂຣບ ແລະ ກຸ່ມນາໂຕ ຫລາຍຂຶ້ນ ໂດຍມີ ໂປໂລຍ ເຊັກຈຽນ ຮົງກາຣີ ບູນກາຣີ ສະໂລວານຽນ ສະໂລວາຄາຍ ຣູມານີ ລິດທາວ ແລະ ແລດລັນ ເພື່ອເປັນການຄໍ້າປະກັນໃຫ້ແກ່ຄວາມປອດໄພຂອງຊາດ ຕໍ່ການຂົ່ມຂູ່ທາງດ້ານການທະຫານຂອງລັດເຊັຍ.
ເວົ້າລວມອ້ອມຂ້າງຊາຍແດນຂອງຣັດເຊັຍແມ່ນເຕັມໄປດ້ວຍການຂະຫຍາຍຕົວຂອງກຸ່ມນາໂຕ ຊຶ່ງເຮັດໃຫ້ຣັດເຊັຍເຫັນໄດ້ວ່າ ເປັນການຂົ່ມຂູ່ຕໍ່ຄວາມປອດໄພຂອງຕົນເອງ ເພາະໃນບັນດາປະເທດກຸ່ມນາໂຕດັ່ງກ່າວ ໄດ້ມີການຕິດຕັ້ງອາວຸດ ແລະ ລະບົບຮອງຮັບຕ້ານລູກສອນໄຟຕ່າງໆຫລາຍຂຶ້ນ.
ຍ້ອນທ່າທີ່ ທາງການທະຫານຂອງຣັດເຊັຍມີການເຄື່ອນໄຫວຫນັກ ມີການຊ້ອມລົບ ອັນໃຫຍ່ໂຕ ຕາມຊາຍແດນ ແລະ ມີການຊ້ອມລົບກັບ ແບນລາຣຸສ ທີ່ເປັນພັນທະມິດຂອງຣັດເຊັຍ ຍິ່ງເຮັດໃຫ້ອາເມຣິກາ ເປັນເຈົ້າການຖະແຫລງໃຫ້ກຸ່ມນາໂຕ ຕ້ອງໄດ້ປົກປ້ອງອູກະຣາອີນ ແລະ ເປັນເຈົ້າການ ສົ່ງອາວຸດ ແລະ ທະຫານຂອງຕົນ ເຂົ້າປະຈໍາການເພີ້ມຂຶ້ນທີ່ເຢັຍລະມັນ ແລະ ສົ່ງໄປອູກະຣາອີນ ແລະ ປະເທດໃນກຸ່ມນາໂຕຕາເວັນອອກຄື ໂປໂລຍ ແລດລັນ ແລະ ລິດທາວ.
ນອກຈາກນັ້ນ ອາເມຣິກາ ແລະ ບັນດາປະເທດກຸ່ມຢູໂຣບ ກໍມີການຖະແຫລງການວ່າ ຫາກຣັດເຊັຍບຸກຫລຸກອຸກະຣາອີນ ຣັດເຊັຍຈະຕ້ອງຖືກລົງໂທດຢ່າງໜັກທາງດ້ານເສດຖະກິດ ແລະ ການເງິນ ດ້ວຍການຂ້ວມບາດທີ່ສະພາຢູໂຣບໄດ້ເປັນເອກະພາບກັນກໍານົດຂຶ້ນ ແຕ່ຍັງເປັນການປິດລັບ ແລະ ຈະຖືກນໍາໃຊ້ທັນທີຖ້າຣັດເຊັຍເຮັດສົງຄາມ.
ຈຸດປະສົງຂອງຣັດເຊັຍ
ທີ່ສະແດງກໍາລັງຕາມຊາຍແດນອຸກະຣາອີນ ແມ່ນເປັນການຢາກທວງໃຫ້ອາເມຣິກາ ແລະ ກຸ່ມນາໂຕເຫັນຄວາມສໍາຄັນກ່ຽວກັບການທັກທວງຂອງຕົນ ໃນສອງບັນຫາໃຫຍ່ ຄື ຝ່າຍຕາເວັນຕົກຕ້ອງເຊັນເອກະສານ
– ນຶ່ງ ແມ່ນຕ້ອງຮັບຮູ້ຕໍ່ຄວາມປອດໄພຂອງຣັດເຊັຍ ຢຸດຕິການແຜ່ຂະຫຍາຍອໍານາດຂອງນາໂຕໄປທາງຢູໂຣບຕາເວັນອອກ ແລະ
– ສອງ ບໍ່ໃຫ້ນາໂຕຮັບເອົາອຸກະຣາອີນເຂົ້າເປັນສະມາຊິກຂອງນາໂຕ.
ແຕ່ຝ່າຍ ອາເມຣິກາ ແລະ ກຸ່ມນາໂຕ ບໍ່ຍອມຮັບຮູ້ ເພາະ ຜິດຕໍ່ກົດປະຊາທິປະໄຕສາກົນທີ່ແຕ່ລະປະເທດມີຄວາມເປັນເອກະລາດ ແລະ ສາມາດຕັດສິນອານາຄົດຂອງຊາດຕົນເອງຢ່າງມີອິດສະຣະພາບ.
ຈາກການຕໍ່ລອງກັນ ດ້ວຍການຫາທາງເຈລະຈາ ເປັນຕົ້ນ ດ້ວຍປະທານປະເທດຂອງຝະຣັ່ງ ແລະ ນາຍົກຂອງເຢັຍລະມັນ ແລະ ການໂທລະສັບໂດຍກົງຕໍ່ກັນ ຂອງ ທ່ານ ໂຢ ຍ່າຍ ແລະ ທ່ານ ປູຕີນ, ແຕ່ກໍຍັງບໍ່ລົງລອຍກັນໄດ້ ຈຶ່ງເຮັດໃຫ້ສະພາບການນັບມື້ນັບເຄັ່ງຕຶງຂຶ້ນ.
ໃນສະພາບແຫ່ງຄວາມເຄັ່ງຕຶງດັ່ງກ່າວ ທາງຝ່າຍຕາເວັນຕົກໄດ້ທວງໃຫ້ຣັດເຊັຍຕ້ອງຖອດກໍາລັງອອກຈາກຊາຍແດນ ແຕ່ ຣັດເຊັຍບໍ່ຍອມຖອນ ຖ້າການຮຽກທວງຂອງຕົນເອງບໍ່ຖືກຮັບຮູ້.
ດັ່ງນັ້ນຝ່າຍນາໂຕ ຖືວ່າແມ່ນຄວາມຮັບຜິດຊອບໃນພັນທະຂອງຕົນເອງທີ່ຈະຕ້ອງປົກປ້ອງອຸກະຣາອີນ ທີ່ຖືວ່າເປັນປະເທດພັນທະມິດຂອງຕົນເອງ ຈຶ່ງເພີ້ມການຊ່ວຍເຫລືອທາງດ້ານອາວຸດເຂົ້າຕິດຕັ້ງໃນອຸກະຣາອີນ ແລະ ມີການຊ້ອມລົບກັບທະຫານອຸກະຣາອີນ ຍິ່ງເຮັດໃຫ້ ສະພາບມີຄວາມເປັນອັນຕະລາຍສູງຂຶ້ນຕື່ມ ເຮັດໃຫ້ ອາເມຣິກາ ແລະ ຫລາຍປະເທດ ຕາເວັນຕົກ ສັ່ງຖອດ ພະນັກງານ ແລະ ປະຊາຊົນ ຂອງຕົນເອງ ອອກຈາກ ອຸກະຣາອີນ.
ມີຫລາຍປະເທດໄດ້ຮຽກຮ້ອງໃຫ້ມີການເຈລະຈາແກ້ໄຂບັນຫາດ້ວຍການເມືອງ ປາດສະຈາກການເຮັດສົງຄາມ ທີ່ຈະເຮັດໃຫ້ເກີດບັນຫາໜັກໃຫ້ແກ່ຢູໂຣບ. ເຖິງວ່າ ທ່ານໂຢ ບ່າຍ ແລະ ທ່ານປູຕີນ ຈະມີການສົນທະນາກັນ ທາງດ້ານໂທລະສັບໂດຍກົງຕໍ່ກັນ ສອງຄັ້ງແລ້ວ ແຕ່ກໍຍັງບໍ່ມີການລົງລອຍກັນແຕ່ຢ່າງໃດ.
ແຕ່ເຖິງແນວໃດກໍຕາມ ຝະຣັ່ງ ແລະ ເຢັຍລະມັນ ໄດ້ຫາທຸກວິທີທາງດໍາເນີນການເຈລະຈາ ກັບ ທ່ານ ປູຕີນ ແລະ ທ່ານໂຢບ່າຍ ໂດຍທີ່ ທ່ານ ປູຕີນ ໄດ້ບອກໃຫ້ ທ່ານ ມາກະຣົງ ຮູ້ວ່າ ຣັດເຊັຍ ຈະບໍ່ເປັນຜູ້ເລີ້ມຕົ້ນສົງຄາມ ແຕ່ອີງໃສ່ສະພາບການທະຫານຕົວຈິງຂອງຣັດເຊັຍ ທີ່ເຄື່ອນຍ້າຍກໍາລັງຢ່າງໜັກເພີ້ມຂຶ້ນໃນແຕ່ລະມື້ ຈຶ່ງບໍ່ມີໃຜຈະຮູ້ໄດ້ວ່າ ຄໍາເວົ້າຂອງທ່ານປູຕີນ ຕໍ່ ທ່ານມາກະຣົງ ຈະມີຂໍ້ເທັດຈິງແທ້ບໍ່?
ເຖິງແນວໃດກໍຕາມ ທ່ານ ໂຊນ ນາຍົກລັດທະມົນຕີເຢັຍລະມັນ ຍັງສືບຕໍ່ດໍາເນີນ ການເຈລະຈາ ຢ່າງຮີບດ່ວນ ຄືມື້ວານນີ້ 14.02.2022 ໄດ້ເດີນທງໄປເຂົ້າພົບ ທ່ານ ຊິເລນສະກີ ປະທານປະເທດ ອຸກະຣາອີນ ແລະ ມື້ouh ຈະເຂົ້າພົບ ທ່ານ ປູຕີນ, ແຕ່ກໍບໍ່ມີໃຜຮູ້ໄດ້ວ່າ ຈະມີທາງອອກແກ້ໄຂບັນຫາກັນແນວໃດ grnjvບໍ່ໃຫ້ເກີດສົງຄາມ ລະຫວ່າງ ຣັດເຊັຍ ແລະ ອຸກະຣາອີນ.
ຂໍ້ທັກທວງ ສອງຂໍ້ຂອງຣັດເຊັຍ
ທີ່ກ່າວມາເທິງນັ້ນ ຕໍ່ອາເມຣິກາ ຕໍ່ກຸ່ມນາໂຕ ແລະ ຝ່າຍຕາເວັນຕົກ ວ່າຈະຖືກຮັບຮູ້ບໍ່ນັ້ນ? ຕາມການວິໃຈຂອງຫລາຍນັກການເມືອງ ແມ່ນຈະເປັນໄປບໍ່ໄດ້ ທີ່ຝ່າຍຕາເວັນຕົກຈະຍອມເຊັນຮັບຮູ້ ເພາະ ມັນເປັນສິດປະຊາທິປະໄຕຂອງແຕ່ລະປະເທດທີ່ເປັນເອກະລາດ ຕັດສິນຄວາມຮັບຜິດຊອບຂອງຕົນເອງ ເລືອກແນວທາງການຂະຫຍາຍຕົວທາງດ້ານການເມືອງແບບອິດສະຣະພາບຢ່າງເປັນເອກະລາດດ້ວຍຕົນເອງ ແລະ ຖືວ່າຄວາມທັກທວງຂອງຣັດເຊັຍ ແມ່ນຜິດຕ້ານຕໍ່ຫລັກການປະຊາທິປະໄຕສາກົນ.
ຖືວ່າຂໍ້ຂັດແຍ້ງ ຈະແກ້ໄຂໄດ້ຫຍາກ ແຕ່ກໍມີທາງອອກໄດ້
ຖ້າອຸກະຣາອີນ ຫາກຕັດສິນໃຈເອງ ເລືອກເສັ້ນທາງແບບດຽວກັນກັບ ປະເທດ ແຟນລັນ ທີ່ໄດ້ປະກາດຕົວບໍ່ເຂົ້າເປັນສະມາຊິກຂອງນາໂຕ ແຕ່ພັດທະນາສັງຄົມຂອງຕົນເອງໄປແບບສັງຄົມຕາເວັນຕົກ ບໍ່ມີການຂົ່ມຂູ່ທາງດ້ານການທະຫານໃຫ້ແກ່ຣັດເຊັຍ ແລະ ລັດເຊັຍກໍບໍ່ມີການຂົ່ມຂູ່ ຟີນລັນ ທີ່ມີຊາຍແດນຕິດຕໍ່ກັນ ມີຄວາມສະງົບຕະຫລອດມາ.
ແຕ່ມັນກໍຂຶ້ນກັບຄວາມຕັດສິນໃຈເອງຂອງອຸກະຣາອີນ ທີ່ຈະຕ້ອງຖືກຮັບຮູ້ຈາກຝ່າຍຕາເວັນຕົກ ແລະ ຝ່າຍ ຣັດເຊັຍ ນໍາດ້ວຍ. ນອກຈາກນີ້ ອຸກະຣາອີນ ກໍຮູ້ດີວ່າສົງຄາມບໍ່ມີຫຍັງດີໃຫ້ແກ່ໂຕເອງ ທີ່ມີບັນຫາທາງດ້ານເສັດຖະກິດໃນປະຈຸບັນ ຖ້າເກີດສົງຄາມ ກໍຍິ່ງຈະສ້າງບັນຫາຫນັກໃຫ້ແກ່ອຸກະຣາອີນເອງສູງຂຶ້ນ.
ດັ່ງນັ້ນ ທ່ານ ຊິເລັນສະກີ ຈຶ່ງຮຽກຮ້ອງໃຫ້ ອາເມຣິກາ ແລະ ພັນທະມິດຈົ່ງຫລຸດຜ່ອນການກະຕຸ້ນຫາງສຽງ ໃນການໃສ່ຮ້າຍປ້າຍສີກັນ ຕ້ານຕໍ່ກັບຣັດເຊັຍ.
ຣັດເຊັຍກໍຮູ້ດີວ່າ
ຖ້າຕົນເອງເປັນຜູ້ລິເລີ້ມສົງຄາມຕໍອຸກະຣາອີນ ກໍຈະໄດ້ຮັບຜົນສະທ້ອນຢ່າງຫນັກຈາກຝ່າຍຕາເວັນຕົກດ້ວຍການຂ້ວມບາດ ຍິ່ງຈະເຮັດໃຫ້ເສດຖະກິດຂອງຣັດເຊັຍປະເຊີນກັບບັນຫາຫນັກຂຶ້ນເຊັ່ນກັນ.
ສົງຄາມຈິດຕະສາດ:
ດັ່ງນັ້ນຈຶ່ງເວົ້າໄດ້ວ່າ ຄວາມເຄັ່ງຕຶງຢູ່ຊາຍແດນ ລະຫວ່າງ ຣັດເຊັຍ ແລະ ອຸກະຣາອີນ ແມ່ນເປັນ „ສົງຄາມຈິດຕະສາດ“ ບີບຮັດທັງສອງຝ່າຍ ຕໍ່ໄປ ຈົນກ່ວາຝ່າຍໃດຝ່າຍນຶ່ງຈະຍົກບາດກ້າວຜິດໃຊ້ກໍາລັງການທະຫານລະເບີດສົງຄາມຂຶ້ນ.
ໃຜເປັນຜູ້ເລີ້ມສົງຄາມຖືວ່າຈະກາຍເປັນຜູ້ຮັບຜິດຊອບຄວາມເສັຍຫາຍອັນມະຫາສານ ທີ່ຈະຕາມມາ.
ຝ່າຍຕາເວັນຕົກຢໍ້າວ່າ ຖ້າສົງຄາມເກີດຂຶ້ນ ກໍຈະແມ່ນການບຸກຫລຸກຂອງຣັດເຊັຍ ທີ່ ອຸກະຣາອີນ ໂດຍມີການຊ່ວຍເຫລືອ ຂອງກຸ່ມນາໂຕຈະເປັນຝ່າຍຕອບໂຕ້ ໃນທ່າຮັບ ແລະ ຈະເປັນສົງຄາມໃນຂອບເຂດດິນແດນຂອງອຸກະຣາອີນ ທີ່ຈະບໍ່ສາມາດແຜ່ລາມອອກໄປທົ່ວຢູໂຣບໄດ້ ຕາມການໃຫ້ຄວາມເຫັນຂອງນັກການເມືອງ ແລະ ການທະຫານຕ່າງໆ ແລະ ຈະບໍ່ນໍາໄປສູ່ການເປັນສົງຄາມໂລກຄັ້ງທີສາມໄດ້,
ເພາະຜ່ານມາ ອາເມຣິກາ ແລະ ຣັດເຊັຍກໍເຄີຍມີການຂັດແຍ້ງປະທະກັນມາແລ້ວໃນສົງຄາມປະເທດຊີຣຽນ ເອີ້ນວ່າເປັນສົງຄາມຂົງເຂດນັ້ນເອງ ແຕ່ມັນຈະສົ່ງຜົນສະທ້ອນຢ່າງຫນັກໃຫ້ແກ່ໂຂງເຂດຢູໂຣບ ແລະ ເສດຖະກິດໂລກ ແນ່ນອນ.
ມື້ນີ້ ທ່ານໂຊນ ຈະເຂົ້າພົບທ່ານປູຕີນ ທີມົດສະຄາວ ສືບຕໍ່ເຈລະຈາ ແຕ່ ກໍບໍ່ທັນມີ ການແຈ້ງອອກເຖິງຫມາກຜົນຈະແກ້ໄຂບັນຫາຄືແນວໃດ?
ຕໍ່ຄາຖາມທີ່ວ່າ ມື້ອື່ນ ວັນທີ່ 16.02.2022 ຈະມີສົງຄາມເກີດຂຶ້ນຫລືບໍ່?
ໄດ້ມີການວິໃຈຂອງຫລາຍນັກຄົ້ນຄ້າວທາງດ້ານການເມືອງ ແລະ ເສດຖະສາດ ບອກວ່າ ມື້ອື່ນຈະບໍ່ມີສົງຄາມເກີດຂຶ້ນ, ແຕ່ບໍ່ມີໃຜຮູ້ໄດ້ ວ່າປູຕີນຈະຕັດສິນໃຈແນວໃດ? ແລະ ຫວັງວ່າ ການເຈລະຈາຂອງທ່ານ ໂຊນ ແລະ ທ່ານ ປູຕີນ ຄົງຈະສາມາດ ສະກັດກັ້ນສົງຄາມໄວ້ໄດ້ ແລະ ສືບຕໍ່ການເຈລະຈາກັນສືບຕໍ່ໄປ ຈົນໃຫ້ໄດ້ການແກ້ໄຂ ທີ່ຕ່າງຝ່າຍ ມີຄວາມພໍໃຈ ຮັກສາໄດ້ຊຶ່ງກຽດ ແລະ ສັກສີຂອງກັນແລະກັນ ນັ້ນເອງ ທີ່ເປັນຄວາມຕ້ອງການ ຂອງຊາວໂລກ ທີ່ຮັກຫອມສັນຕິພາບ.
👍
ແຈ້ງການຜ່ອນຄາຍສະພາບການ – ຈະບໍ່ມີສົງຄາມເກີດຂຶ້ນ!!!
ພາຍຫລັງອອກບົດວິເຄາະນີ້ ກໍໄດ້ມີຂ່າວຢ່າງເປັນທາງການ ຂອງ ອຸກະຣາອີນ ແລະ ຮັດເຊັຍ ແຈ້ງໃຫ້ສື່ມວນຊົນຮູ້ວ່າ ຕາມຊາຍແດນ ລະຫວ່າງ ຣັດເຊັຍ ແລະ ອຸກະຣາອີນ ໄດ້ຜ່ອນຄາຍລົງ ຍ້ອນວ່າ ຣັດເຊັຍໄດ້ປະກາດການຖອນຖອດກໍາລັງທະຫານຂອງຕົນຈໍານວນນຶ່ງອອກຈາກຊາຍແດນ ກັບຄືນຖານທີ່ຫມັ້ນເດີມ ແລະ ສະແດງໃຫ້ເຫັນວ່າ ຈະບໍ່ມີການບຸກໂຈມຕີຂອງຣັດເຊັຍເຂົ້າອຸກະຣາອີນ. ຫມາຍຄວາມວ່າມື້ອື່ນນີ້ຈະບໍ່ມີສົງຄາມເກີດຂຶ້ນ ແລະ ສະແດງໃຫ້ເຫັນວ່າການເຈລະຈານໍາໄປສູ່ການໄກ່ເກັ່ຍກັນໄດ້ ແລະ ຍັງຈະດໍາເນີນໄປຢ່າງເຄັ່ງຮ້ອນ ໂດຍສື່ມວນຊົນໄດ້ຈ້ອງຕາຕິດຕາມເບິ່ງການພົບປະຂອງທ່ານ ໂຊນ ແລະ ທ່ານ ປູຕີນ ວ່າຈະມີຫມາກຜົນແກ້ໄຂບັນຫາກັນເກີດຂຶ້ນແນວໃດ?
@ບົວແກ້ວວິມາລາວົງ