ກອງບຸນຄອບຄົວວິມາລາວົງ

ກອງບຸນຄອບຄົວວິມາລາວົງ
♥️🙏🙏🙏♥️
ດີໃຈເຫັນພີ່ນ້ອງ ອອກແຮງຮ່ວມໂຮມກັນ
ຈັດສັນເຮັດກອງບຸນ ແຕ່ງແປງງົດງາມແທ້
ອາພອນແຜເຫລືອງເຫລື້ອມ ປະດັບທົງລຽບຄ່ອງ
ປອງດອງກັນແຕ່ງຂຶ້ນ ທູນເຖິງເຈົ້າພໍ່ແມ່ເຮົາ
ແທ້ແລ້ວ
🙏
ຈິດໃຈແສນຊື່ນຊ້ອຍ ເຫັນບຸນໃຫຍ່ໃນວັດ
ຈັດກັນຕາມຮີດຄອງ ມ່ວນງັນສັດທາກ້າ
ປວງປະຊາໂຮມເຕົ້າ ເອົາບຸນຟັງເທດມ່ວນ
ຂໍຊວນເຊີນພີ່ນ້ອງ ກິນທານເຕົ້າຕ່ອມກັນ
ເຈົ້າເອີ້ຍ
🙏
ຄອບຄົວ ວິມາລາວົງ ທຸກແຫ່ງຫ້ອງ
ຂໍປ່າວຮ້ອງ ເຖິງທຸກທ່ານທັງຫລາຍ
ກາຍມາທານເອົາບຸນ ຮ່ວມສັດທາໂຮມເຕົ້າ
ຜົນທໍາບຸນໄຫລເຂົ້າ ເປັນພະລັງຊູຊ່ວຍ
ໂຊກໄຊໄຫລລັ່ງດ້ວຍ ໄປເຖິງເຈົ້າທ່ານທຸກຄົນ
ແດ່ເຖີ້ນ
🙏
ຂໍໃຫ້
ຜົນທານທຸກຜ່ອງນີ້ ເຖິງພໍ່ແມ່ແດນສະຫວັນ
ທັງພົງພັນວົງວານ ທີ່ຫ່າງໜີໄປແລ້ວ
ແນວໃດດີພາຍູ້ ຂາດເຂີຍຫຍັງບຸນຊ່ວຍ
ລູກຫລານສຸກຊື່ນນດ້ວຍ ຈະເລີນກ້າວຮຸ່ງເຮືອງ
ດ້ວຍເຖີ້ນ
🙏🙏🙏
ບົວແກ້ວ ວິມາລາວົງ