ຈະມີສົງຄາມເກີດຂຶ້ນຫລືບໍ່ ໃນວັນທີ 16.02.2022 ລະຫວ່າງ ຣັດເຊັຍ ແລະ ອຸກະຣາອີນ?

ຈະມີສົງຄາມເກີດຂຶ້ນຫລືບໍ່ ໃນວັນທີ 16.02.2022 ລະຫວ່າງ ຣັດເຊັຍ ແລະ ອຸກະຣາອີນ? ບົດວິເຄາະ ຕໍ່ກັບຄວາມເຄັ່ງຕຶງຕາມຊາຍແດນລະຫວ່າງ ປະເທດຣັດເຊັຍ ແລະ ປະເທດອູກະຣາອີນ. ມີຄໍາຖາມຕັ້ງຂຶ້ນວ່າ ຈະມີສົງຄາມເກີດຂຶ້ນແທ້ບໍໃນວັນທີ 16.02.2022 ຕາມຂ່າວສືບລັບຂອງຝ່າຍຕາເວັນຕົກວ່າຣັດເຊັຍຈະໂຈມຕີອຸກະຣາອີນ ແລະ ຖ້າເກີດຂຶ້ນ ຈະຮ້າຍແຮງແຜ່ລາມໄປເຖິງໃສ? ຈະກາຍເປັນສົງຄາມໂລກຄັ້ງທີສາມໄດ້ບໍ່? ໃນປະມານອາທິດປາຍຜ່ານມານີ້ ສະພາບຊາຍແດນລະຫວ່າງ ຣັດເຊັຍ ແລະ ອູກະຣາອີນ ໄດ້ມີຄວາມເຄັ່ງຕຶງ ນັບມີ້ນັບສູງຂຶ້ນ. ພາຍຫລັງ ທີ່ໄດ້ມີການ ເຜີຍແຜ່ຮູບພາບທາງດາວທຽມ ຂອງອາເມຣິກາ ແລະ ກຸ່ມນາໂຕ ບອກໃຫ້ຮູ້ວ່າ ຣັດເຊັຍໄດ້ສົ່ງ ກໍາລັງອາວຸດຫນັກ ແລະ ທະຫານຈໍານວນຫລວງຫລາຍ ໄປຕິດຕັ້ງຕາມຊາຍແດນຕໍ່ກັບ ອຸກະຣາອີນ, ມາເຖິງປະຈຸບັນມີເຖິງຮ້ອຍຫ້າສິບພັນຄົນ, ໄດ້ເຮັດໃຫ້ທາງຝ່າຍຕາເວັນຕົກຕີລາຄາວ່າ ເປັນການກະກຽມ ຂອງຣັດເຊັຍທີ່ຈະເຂົ້າຍຶດເອົາອູກະຣາອີນໃນໄວໆນີ້, ຊຶ່ງເຄີຍມີເຫດການເຊັ່ນນີ້ມາແລ້ວກ່ອນຫນ້ານີ້ ຄື ໃນປີ 2014 ຣັດເຊັຍ ໄດ້ເຂົ້າຍຶດເອົາ ເກາະກະຣິມຕິດກັບຊາຍແດນຣັດເຊັຍ. ຈາກການເຂົ້າຍຶດເອົາກະຣິມ ຈຶ່ງເຮັດໃຫ້ຫລາຍປະເທດຢູໂຣບຕາເວັນອອກ ທີ່ມີຊາຍແດນຕິດກັບ ແລະ…