ຮຽນບິນໄວ້ ຢາກບິນໄດ້ເວີ່ນມາ ບ້ານເກິນເອີ້ຍ! Fliegen lernen.

ຮຽນບິນໄວ້ ຢາກບິນໄດ້ເວີ່ນມາ ບ້ານເກິນເອີ້ຍ! Fliegen lernen. ບາງຄັ້ງ ພຽງແນມນໍາລໍ່າຈ້ອງ ຢາກຈັບຈ່ອງຫາກັນ ດຶງທັນພຽງຊູນຕໍາ ປ່ອຍວາງໄປເສັຍສິ້ນ ຍິນສຽງຄໍາຄວນຮ້ອງ ມາຕາມລົມພັດສົ່ງ ໃຈຜະຫວົງຢ່ອງຢື້ ຢາກບິນໄດ້ເວິ່ນເຖິງ ບ້ານເກິນເອີ້ຍ! ເຖິງວ່າ ຝົນຈະແຮງລັ່ງຫລົ້ນ ລົມຈະອ່ວຍມາຕໍາ ທໍາຈິດໃຈສະຫງົບ ບໍ່ສະເທືອນເຮຮ້ອນ ຄົງມີຕອນລົມປີ້ນ ພັດທາງຫລັງຊູຊ່ວຍ ເຫດການຄົງອ່ວຍເບື້ອງ ໄປຕາມຂັ້ນປ່ອງແປວ ນັ້ນແລ້ວ ບາງຄັ້ງ ຄິດຄືເຂົາບໍ່ຮູ້ ທໍາຖືກປ່ອງມອງໄກ ພາກັນເຮັດໄປຕາມ ລ່ຽມລາຍຄົນຫວັງແກ້ງ ແປງເປັນກົນລວງລໍ້ ຕົບຕາເອົາຂອງເພິ່ນ ຊຸກເຊີນກັນແຕ່ງເລື້ອງ ເເນມເຫັນໄດ້ບໍ່ໄກ ແມ່ນບໍ່? ອານາຄົດຈະຮຸ່ງກ້າວ ຫາກຄົນເບິ່ງເຫັນໄກ ທັງຈິດໃຈປອດໃສ ທ່ຽງທໍາເປັນເສົາຄໍ້າ ນໍາພາທຸກຊົນຊັ້ນ ສະເຫມີກັນຮັກໄຄ່ ຄິດເຖິງໄກຕໍ່ຫນ້າ ວິຊາກ້າບົ່ງທາງ ຈຶ່ງຖືກແລ້ວ @ວິມາດອກບົວແກ້ວ Song: Dancing Alone – VIZE