ກອງບຸນຄອບຄົວວິມາລາວົງ

ກອງບຸນຄອບຄົວວິມາລາວົງ ດີໃຈເຫັນພີ່ນ້ອງ ອອກແຮງຮ່ວມໂຮມກັນ ຈັດສັນເຮັດກອງບຸນ ແຕ່ງແປງງົດງາມແທ້ ອາພອນແຜເຫລືອງເຫລື້ອມ ປະດັບທົງລຽບຄ່ອງ ປອງດອງກັນແຕ່ງຂຶ້ນ ທູນເຖິງເຈົ້າພໍ່ແມ່ເຮົາ ແທ້ແລ້ວ ຈິດໃຈແສນຊື່ນຊ້ອຍ ເຫັນບຸນໃຫຍ່ໃນວັດ ຈັດກັນຕາມຮີດຄອງ ມ່ວນງັນສັດທາກ້າ ປວງປະຊາໂຮມເຕົ້າ ເອົາບຸນຟັງເທດມ່ວນ ຂໍຊວນເຊີນພີ່ນ້ອງ ກິນທານເຕົ້າຕ່ອມກັນ ເຈົ້າເອີ້ຍ ຄອບຄົວ ວິມາລາວົງ ທຸກແຫ່ງຫ້ອງ ຂໍປ່າວຮ້ອງ ເຖິງທຸກທ່ານທັງຫລາຍ ກາຍມາທານເອົາບຸນ ຮ່ວມສັດທາໂຮມເຕົ້າ ຜົນທໍາບຸນໄຫລເຂົ້າ ເປັນພະລັງຊູຊ່ວຍ ໂຊກໄຊໄຫລລັ່ງດ້ວຍ ໄປເຖິງເຈົ້າທ່ານທຸກຄົນ ແດ່ເຖີ້ນ ຂໍໃຫ້ ຜົນທານທຸກຜ່ອງນີ້ ເຖິງພໍ່ແມ່ແດນສະຫວັນ ທັງພົງພັນວົງວານ ທີ່ຫ່າງໜີໄປແລ້ວ ແນວໃດດີພາຍູ້ ຂາດເຂີຍຫຍັງບຸນຊ່ວຍ ລູກຫລານສຸກຊື່ນນດ້ວຍ ຈະເລີນກ້າວຮຸ່ງເຮືອງ ດ້ວຍເຖີ້ນ ບົວແກ້ວ ວິມາລາວົງ