ຕາມຂ່າວເຢັຍລະມັນແຈ້ງໃຫ້ຮູ້ວ່າ ໃນຕອນເຊົ້າຂອງມື້ນີ້

ຕາມຂ່າວເຢັຍລະມັນແຈ້ງໃຫ້ຮູ້ວ່າ ໃນຕອນເຊົ້າຂອງມື້ນີ້ ກອງທະຫານຂອງຣັດເຊັຍ ໄດ້ເຂົ້າໂຈມຕີໃນຫລາຍເຂດຊາຍແດນຕິດຕໍ່ກັບ ອູກະຣາອີນ ເປັນເຫດໃຫ້ ຫລາຍປະເທດ ແລະ ຊາວໂລກຜູ້ຮັກຫອມສັນຕິພາບມີຄວາມເປັນຫ່ວງ ບໍ່ຢາກໃຫ້ສະພາບການສົງຄາມມີຄວາມຮຸນແຮງແຜ່ລາມອອກໄປ. ເຖິງແນວໃດກໍຕາມຫາງສຽງຮຽກຮ້ອງໃຫ້ມີການເຈລະຈາແກ້ໄຂບັນຫາດ້ວຍທາງການເມືອງຍັງສືບຕໍ່ ແລະ ທວງໃຫ້ ຣັດເຊັຍຈົ່ງຢຸດຕິການໂຈມຕີເຂົ້າຮ່ວມການເຈລະຈາ.
ສະພາບການໂຄວິດກໍາລັງຜ່ອນຄາຍລົງ ແຕ່ມາບາດນີ້ຈະມີຜົນກະທົບຈາກສະພາບຂອງສົງຄາມ ອັນທີ່ຈະແຕະຕ້ອງໃຫ້ແກ່ຊີວິດປະຈໍາວັນຂອງຄົນໃນສັງຄົມໂດຍກົງກໍຄື ຄ່ານໍ້າມັນ ແລະ ຄ່າອາຍແກດ ຈະຖີບຕົວຂຶ້ນສູງຢ່າງແນ່ນອນ.