ລົດໄຟສາຍໃຈ ລາວ-ຈີນ

ລົດໄຟສາຍໃຈ ລາວ-ຈີນ
ວຽງຈັນຂຸນໝິງ ນັ້ນໄກກັນ ຈົນສຸດຂອບຟ້າ
ກ່ອນໄດ້ໄປມາ ໃຊ້ທາງລົດ ເວລາຊ້ານານ
ດຽວນີ້ລາວມີ ທາງລົດໄຟ ໄວສູງເດີນຜ່ານ
ລາວ-ຈີນໝຸ້ງໝັ້ນ ຮ່ວມກັນສ້າງ ດ້ວຍຄວາມຈິງໃຈ
ລົດໄຟລາວ-ຈີນ ຜ່ານດິນແດນ ເຂດແຂ້ວນຂອງລາວ
ລາວທຸກຊົນເຜົ່າ ຊາວຕ່າງດ້າວ ເຂົ້າມາຊົມໃຊ້
ຂົນສົ່ງໂດຍສານ ທັງສິນຄ້າ ເຄື່ອງຂອງວ່ອງໄວ
ເຊື່ອມໃນອາຊຽນ ໂດຍເຄືອຄ່າຍ ໄດ້ຢ່າງຂາດຕົວ
ເຖິງພູຈະສູງ ຜາຈະຊັນ ລໍາທານຈະເຫລິກ
ນໍ້າໃຈບຸກເບີກ ສ້າງແລວທາງ ມັ່ງຄັ່ງກັນທົ່ວ
ສົ່ງເສີມການຜະຫລິດ ທຸລະກິດ ສະໜອງຄ່ອງຕົວ
ສົມໃຈໃຄ່ຄ້ວາ ຜົນປະໂຫຍດ ໂປ່ງໃສຕໍ່ກັນ
ລົດໄຟເຊື່ອມຕໍ່ ອາຊີກາງ ໄປເຖິງຢູໂຣບ
ວັນແບວວັນໂຣດ ທົ່ວພິພົບ ໄປໄດ້ເຖິງກັນ
ລົດໄຟລາວ-ຈີນ ສັນຍາຫລັກ ສາຍໃຈຜູກພັນ
ຍືນຍົງຄົງໝັ້ນ ຮ່ວມແຮງກັນ ສອງຊາດລາວຈີນ
ຄໍາຂັວນ: ຈິງໃຈ ວ່ອງໄວ ໂປ່ງໃສ ກ້າວໄປ
ເນື້ອຮ້ອງ: ບົວແກ້ວ ວິມາລາວົງ
ສິນລະປິນ: ລໍາເງິນ ຕານລະມະນີ
ດົນຕີ: ແກ່ນຈັນ ເພັຍຫົວພັນ