ເວົ້າສູ່ກັນຟັງ ສົງຄາມ ແລະ ການຂ້ວມບາດ

ເວົ້າສູ່ກັນຟັງ ສົງຄາມ ແລະ ການຂ້ວມບາດ
ສົງຄາມໃນ ຢູເຄຣນ ໄດ້ຖືກດໍາເນີນມາເປັນເວລາ 20 ມື້ແລ້ວ ທີ່ກອງທະຫານ ຂອງຣັດເຊຍ ໄດ້ເຂົ້າບຸກໂຢມຕີ ເຂົ້າໃນຕົວເມືອງຕ່າງໆ
ສົງຄາມນັບມື້ນັບແກ່ຍາວເທົ່າໃດ ຍິ່ງເຮັດໃຫ້ ຜົນເສັຍຫາຍ ທາງດ້ານຊັບສິນ ແລະ ຊີວິດ ຂອງປະຊາຊົນ ນັບມື້ນັບຫລາຍຂຶ້ນ ແລະ ການ ສູນເສັຍກໍາລັງທະຫານ ແລະ ອາວຸດການຕໍ່ສູ້ຂອງທັງສອງຝ່າຍ ກໍນັບມື້ນັບຫລາຍຂຶ້ນ
ປະຊາຊົນຈໍານວນຫລວງຫລາຍ ໄດ້ຫາທາງຫລົບຫນີສົງຄາມໄປອາໃສປະເທດຕ່າງໆຕາມຊາຍແດນປະເທດເພື່ອນບ້ານ ແລະ ໄປປະເທດຕ່າງໆ ມີເກືອບເຖິງ ສອງລ້ານປາຍຄົນແລ້ວ ແລະ ຍັງຈະມີຫລາຍຂຶ້ນຕໍ່ໄປ ຖ້າສົງຄາມບໍ່ຜ່ອນຄາຍ ຫລືຢຸດຕິລົງ