ໂຄວິດຍັງບໍ່ສ້ຽງ ສົງຄາມຕໍ່ຕາມມາ

ໂຄວິດຍັງບໍ່ສ້ຽງ ສົງຄາມຕໍ່ຕາມມາ
ສົງຄາມລາມທົ່ວພື້ນ ດິນແດນແຫ່ງອູກະຣາອີນ
ເຮືອບິນທັງຍານຍົນ ເຄື່ອນໄຫວທໍາລາຍມ້າງ
ຫລາຍຕົວເມືອງເປັນຮ້າງ ຄົນຫລົບໜີແຕກຕື່ນ
ຫລາຍໝື່ນໜີຫ່າງບ້ານ ໄປຫາຊົ້ນເພິ່ງເຢັນ
ເຈົ້າເອີ້ຍ
ສົງຄາມລາມທົ່ວກໍ້າ ໄປທຸກຖິ່ນແດນໄກ
ໃນໂຊຊຽວເປັນໄຟ ຂ່າວອອກໄປໄວແທ້
ຄົນສໍແສສອງກໍ້າ ໂຈມຕີກັນເປັນກຸ່ມ
ສຸມແນວຄິດແບ່ງມ້າງ ກໍມີຫລົ້ນທົ່ວໄປ
ແທ້ແລ້ວ
ໃຜຖືກຜິດກັ່ນແກ້ງ ຄວາມເຫັນຕ່າງກັນໄປ
ມັນເຫລິກໃນນານມາ ຊ່ວງຊີງສັບສົນແທ້
ສົງຄາມແປຜັນປີ້ນ ຄວາມດີກາຍເປັນຊົ່ວ
ອໍານາດມົວແບ່ງເບື້ອງ ເປັນສອງຂົ້ວແຂ່ງກັນ
ນັ້ນແລ້ວ
ໂຄວິດຍັງບໍ່ສ້ຽງ ສົງຄາມຕໍ່ຕາມມາ
ຊາຕາກໍາຂອງຄົນ ປ່ຽນແປງທັງວາຍວຸ້ນ
ຂໍເຖີດທູນວອນໄຫວ້ ໂຄວິດໄປຫາຍຜ່ານ
ການທະຫານຕໍ່ສູ້ ກໍເໝືອນດ້າມດັ່ງກັນ
ແດ່ທ້ອນ
@ວິມາດອກບົວແກ້ວ