ຢ່າຢູ່ໂດດດ່ຽວ!

ຢ່າຢູ່ໂດດດ່ຽວ!
Never be Lonely.
ໂດດດ່ຽວເສົ້າ ເຖິງຮັ່ງເງິນທອງ
ຄໍາແຂນຄໍ ໜ່ວງລົງໜັກເນື້ອ
ໃຜຈະຊ້ວນ ຍາມເຈັບນອນປ່ວຍ
ຍາດພີ່ນ້ອງ ຄົງເສົ້າຫ່ວງນໍາ
ແທ້ແລ້ວ
ມີແບ່ງໃຫ້ ແຕກໜໍ່ຂະຫຍາຍພັນ
ບັງເກີດຜົນ ບໍ່ມີສູນເຊື້ອ
ຄົນຄຽງຂ້າງ ມີກິນມີຢູ່
ໄຫໃຫຍ່ນ້ອຍ ເຕັມລົ້ນປ່ຽມກັນ
ດີແລ
ເປັນກຸ່ມກ້ອນ ແຂງແກ່ນເໝືອນຫວາຍ
ມັດໂຮມກັນ ແກ່ຄໍດຶງຊ້າງ
ທົນທານໝັ້ນ ເປັນດຽວໝົດໝູ່
ເໝືອນໄຜ່ລ້ອມ ຫລາຍຕົ້ນຮ່ວມກໍ
ນັ້ນແລ້ວ
ໂດດດ່ຽວໄດ້ ຍາມເມື່ອແຮງມີ
ຫາກແຮງຫາຍ ປ່ວຍໂຊຍາມເຖົ້າ
ນອນດຽວແລ້ງ ໃຜນໍຈະເບິ່ງ
ຍັງບໍ່ຊ້າ ຫັນປີ້ນປ່ຽນໃຈ
ເຈົ້າເອີ້ຍ
@ວິມາດອກບົວແກ້ວ