ຮັກ​ຫ່າງ​ຈາກ​ແດນ​ໃກ ປີ​ໃຫມ່​ວຽນ​ມາ

ຮັກ​ຫ່າງ​ຈາກ​ແດນ​ໃກ ປີ​ໃຫມ່​ວຽນ​ມາ
ຂໍສົ່ງ​ຄວາມ​ອວຍ​ພອນ​ຫາ ເອື້ອຍອ້າຍ​ນ້ອງ
ຍາດ​ມິດ ທັງ​ວົງ​ວານ…
ປີໃຫມ່ ຫຍັບມາໃກ້ ໃຈຍີ່ງຫ່ວງຄະນີງຫາ
ການເວລາຫມູນໄປ ໄຫລ່ລືມວັນເດືອນກ້າວ
ຄິດຖິງຄາວຢູ່ຄຽງໃກ້ ເຄີຍໄປມາຫາຊູ່
ຫມູ່ຄູ່ພ້ອມພີ່ນ້ອງ ສະບາຍບ້າງຢູ່ບໍນໍ
ຂໍສົ່ງພອນມາໃຫ້ ເປັນປັດໃຈອັນລໍ້າຄ່າ
ປາດຖະຫນາໃຫ້ໄດ້ ສົມແມ້ງດັ່ງກະໃຈ
ໂຣກໄພຢ່າມາໃກ້ ມະໂນໃນໃຫ້ແຂງແກ່ນ
ຮັກແພງກັນຮັດແຫນ້ນ ຈົນເທົ່າຊົ່ວຊີວາ
ຫລາຍເກາະດອນຂວາງກັ້ນ ແຍກເຮົາຫ່າງໃກກັນ
ມີມົນຢາກເສກສັນ ຕໍ່ດິນໂຮມດອນເຂົ້າ
ພັບຕາດຽວບິນເຖິງເຈົ້າ ວົງວານບ້ານແມ່ພໍ່
ໃຫ້ໄດ້ມາພົບພໍ້ ດອມເຈົ້າດັ່ງປະສົງ ແດ່ທ້ອນ
ຂໍວິ່ງວອນເຖິງເຈົ້າ ຜູ້ເນົາຢູ່ດາວະດິງ
ສິ່ງສັກສິດທັງຫລາຍ ໃຫ້ເຮື່ອງມາໂຮມເຕົ້າ
ເຝົ້າຮັກສາຊ່ວຍໃຫ້ ວົງວານທັງຫມູ່ຄູ່
ປີໃຫມ່ຈົ່ງຊ່ວຍຍູ້ ສຸກລໍ້າຈົ່ງເກີດມີ ແດ່ທຸກຄົນເຖີ້ນ!
ບ@ວິມາ.ລາວ