ບົດຄວາມເຫັນ ຕໍ່ການເລືອກຕັ້ງ ສະມາຊິກ ສະພາປະຊາຊົນແຫ່ງຊາດ ຊຸດໃຫມ່.

ບົດຄວາມເຫັນ
ຕໍ່ການເລືອກຕັ້ງ ສະມາຊິກ ສະພາປະຊາຊົນແຫ່ງຊາດ ຊຸດໃຫມ່.
ມີສຸພາສິດ ທີ່ພວກເຮົາຄົນລາວ ຄົງຮູ້ຈັກກັນດີ ທີ່ເພິ່ນໄດ້ກ່າວໄວ້ ດັ່ງນີ້ວ່າ:
„ມື້ນີ້ຫວ່ານແກ່ນ ມື້ຫນ້າກໍຈະໄດ້ເກັບກ່ຽວ“.
ສຸພາສິດດັ່ງກ່າວນີ້ ກໍມີເຊັ່ນດຽວກັນ ໄປໃນທົ່ວໂລກ. ມັນສ່ອງແສງເຖິງ ການກະທໍາ ແລະ ຫມາກຜົນ ທີ່ຈະໄດ້ຮັບ ໃນຕໍ່ຫນ້າ.
ໂດຍອີງໃສ່ບົດຮຽນນຕ່າງໆໃນຜ່ານມາ ພວກເຮົາສາມາດສະຫລຸບໂດຍຫຍໍ້ໄດ້ດັ່ງນີ້:
„ຖ້າຫວ່ານແນວພັນດີ ຜົນຈະໄດ້ຮັບຈາກການເກັບກ່ຽວ ກໍຄົງຈະດີ ນັ້ນເອງ.“
ສຸພາສິດນີ້ ພົວພັນກັບການເລືອກຕັ້ງ ສສຊ ໃນມື້ນີ້ ຄືແນວໃດ?
ຖ້າຈະເວົ້າແລ້ວ ໃນມື້ນີ້ ປະຊາຊົນລາວພວກເຮົາ ໄດ້ພາກັນຕັດສິນໃຈ ໄປຫວ່ານແກ່ນປູກຝັງລົງດິນ ນັ້ນກໍຄື ໄດ້ພາກັນໄປໃຊ້ສິດ ປ່ອນບັດເອົາ ສສຊ ໃຫມ່ ໂດຍຜ່ານການຄົ້ນຄິດ ແລະ ໄດ້ກະຕຽມເລືອກແນວພັນ ມາໄວ້ແລ້ວ.
ແນວພັນດັ່ງກ່າວນີ້ ຈະເລີ້ມເຕີບໃຫຍ່ ໃຊ້ເວລາໄປເຖິງສີ່ຫາຫ້າປີ ຈຶ່ງຈະສາມາດຖືກເກັບກ່ຽວໄດ້ຢ່າງສົມບູນ ໄປຕາມການເວລາຂອງມັນ.
ໃນແຕ່ລະດູການຜ່ານມາ ປະຊາຊົນລາວ ຊາວປູກຝັງ ພາຍຫລັງໄດ້ຫວ່ານແກ່ນໄປແລ້ວ ກໍມີແຕ່ຄວາມຫວັງ ແລະ ວິ້ງວອນ ຄອງຄອຍຢາກໃຫ້ ຜົນເກັບກ່ຽວອຸດົມສົມບູນ ໄດ້ຄຸນຄ່າຢ່າງສົມເຫດສົມຜົນ ສູງຂຶ້ນໃນແຕ່ລະປີ.
ຕາມການ ກ່າວຂານຂອງສັງຄົມ ເຮັດໃຫ້ຮູ້ໄດ້ວ່າ ການເກັບກ່ຽວໃນຫລາຍລະດູການຜ່ານມາ ຍັງບໍ່ທັນໄດ້ຮັບຜົນຢ່າງສົມບູນ ຕາມຄວາມຫມຸ້ງມາດປາດທະຫນາ ຂອງສັງຄົມເທື່ອ ຍ້ອນມີຫລາຍສາຍເຫດເກາະກ່າຍກັນ ທີ່ຍັງບໍ່ສາມາດໄດ້ຖືກແກ້ໄຂ ຢ່າງມີປະສິດທິຜົນ ຢ່າງແທ້ຈິງເຖິງກົກເທິງຮາກ.
ສາຍເຫດ ທີ່ສົ່ງຜົນສະທ້ອນໃຫ້ແກ່ຜົນເກັບກ່ຽວໃນຜ່ານມາ ແມ່ນມີຫລາຍໆຢ່າງ ເຊັ່ນວ່າ:
– ພວກເຮົາ ຍັງບໍ່ທັນມີແນວພັນທີ່ດີແທ້ ໃຫ້ສັງຄົມໄດ້ເລືອກ,
– ປວງຊົນຍັງບໍ່ສາມາດ ໃຈ້ແຍກລະອຽດໄດ້ວ່າ ຈະເລືອກແນວພັນໃດ ຈຶ່ງຈະເຫມາະສົມ,
– ເມື່ອໄດ້ຫວ່ານແກ່ນໄປແລ້ວ ການຮັກສາ ດິນຟ້າອາກາດ ສັດຕູພືດ ຍັງບໍ່ເປັນໃຈເທົ້າທີ່ຄວນ,
– ຫວ່ານແກ່ນໄປແລ້ວ ຕົ້ນກ້າຈະເລີນເຕີບໂຕ ແຂງກະດ້າງໄປໃຜໄປມັນ
– ແລະ ອື່ນໆ.
ນອກຈາກນັ້ນ ເມື່ອຮອດເວລາເກັບກ່ຽວຈຶ່ງຮູ້ວ່າບໍ່ໄດ້ຜົນດີ ມັນຊ້າເກີນໄປເສັຍແລ້ວ ແລະ ບໍ່ສາມາດປ່ຽນແປງໄດ້ ຍ້ອນລະດູການຂອງມັນຜ່ານພົ້ນໄປແລ້ວ ຈໍາເປັນຕ້ອງໄດ້ລໍຖ້າ ການຫວ່ານແກ່ນ ໃນລະດູການຕໍ່ໄປເທົ່ານັ້ນ ແລະ ຈົນກ່ວາຈະເຖິງຕອນນັ້ນ ຜູ້ເຄີຍຫວ່ານແກ່ນ ໃນຜ່ານມາ ກໍຫມົດແຮງຊະລາການໄປແລ້ວ.
ດັ່ງນັ້ນ ສິ່ງສໍາຄັນ ໃຫ້ແກ່ການຫວ່ານແກ່ນ ໃນລະດູການໃຫມ່ຕໍ່ໄປແມ່ນ:
– ຕ້ອງໄດ້ມີການຖອດຖອນບົດຣຽນ ກໍ່ສ້າງຜູ້ຫວ່ານແກ່ນທີ່ນຸ່ມນ້ອຍແຂງແຮງ ຂຶ້ນໃຫມ່,
– ຕ້ອງໄດ້ມີການປັບປຸງ ແກ່ນແນວພັນທີ່ມີ ແລະ ແນວພັນໃຫມ່ ໃຫ້ມີຄຸນນະພາບສູງຂຶ້ນ ແລະ ເຫມາະສົມກັບ ການຂະຫຍາຍຕົວ ດິນຟ້າອາກາດ ຢ່າງຮັບປະກັນ ແລະ
– ຟ້າຝົນ ຟ້າແຖນອິນພົມ ເທິງຟ້າ ກໍຄວນໃຫ້ຄວາມເຫັນໃຈຕື່ມອີກ.
ເຖິງແນວໃດກໍຕາມ ຫວັງວ່າ ໃນມື້ນີ້ ປະຊາຊົນລາວພວກເຮົາ ຈໍານວນຫລວງຫລາຍ ຄົງໄດ້ໄປໃຊ້ສິດຂອງຕົນປ່ອນບັດ ເລືອກເອົາຜູ້ແທນ ສສຊ ຊຸດໃຫມ່ດ້ວຍຄວາມຮັບຜິດຊອບສູງ ໃຫ້ໄດ້ຕົວແທນທີ່ດີ ເບິ່ງກ້ວາງເຫັນໄກ ໃຊ້ຄວາມສາມາດປະກອບຄວາມເຫັນ ເພື່ອສິດຜົນປະໂຫຍດອັນແທ້ຈິງ ໃຫ້ແກ່ສັງຄົມ ແລະ ອານາຄົດຂອງຊາດ.
ຂໍຊົມເຊີຍ ປະຊາຊົນລາວພວກເຮົາ ທີ່ໄດ້ຕັດສິນໃຈຫວ່ານແກ່ນໃນມື້ນີ້ ທີ່ຖືວ່າເປັນມື້ທີ່ມີຄວາມສໍາຄັນສູງສົ່ງ ຈະສົ່ງຜົນສະທ້ອນໃຫ້ແກ່ຊາຕາກໍາຂອງປະເທດຊາດອີກຕໍ່ໄປໃນສີ່ປີຂ້າງຫນ້າ ແລະ ຫວັງວ່າ ແນວພັນທີ່ຖືກຫວ່ານ ເຖິງວ່າຈະເຕີບໃຫຍ່ຂະຫຍາຍຕົວໃນສະພາບແວດລ້ອມອັນເດີມກໍຕາມ ຄົງມີການຂະຫຍາຍຕົວປ່ຽນແປງ ເຮັດໃຫ້ຄວາມຫວັງ ຂອງປະຊາຊົນ ທີ່ຢາກປະກອບສ່ວນໃນການທະນຸທະຫນອມຜົນປູກ ໃຫ້ສາມາດພ້ອມກັນເກັບກ່ຽວຫມາກຜົນໃນຕໍ່ຫນ້າ ໃຫ້ໄດ້ດີ ແລະ ເຕັນໄປດ້ວຍປະລິມານ ແລະ ຄຸນນະພາບອັນສູງສົ່ງ.
ເຊື່ອຫມັ້ນວ່າ ປະຊາຊົນ ແລະ ຜູ້ແທນປະຊາຊົນ ທຸກທ່ານ ຄົງມີຄວາມມຸ້ງຫວັງ ອັນແຮງກ້າ ຢາກປະກອບສ່ວນ ເຮັດໃຫ້ປະເທດຊາດ ມີຄວາມສີວິໄລ ອົບອຸ່ນ ອຸດົມສົມບູນ ມີອານາຄົດອັນສົດໃສ ຫວ່ານແກ່ນໄວ້ໃນມື້ນີ້ ທະນຸທະຫນອມໃຫ້ເຕີບໂຕປະໄວ້ໃຫ້ແກ່ລູກຫລານຂອງພວກເຮົາໃນລຸ້ນຕໍ່ໆໄປ ໄດ້ເກັບກ່ຽວຫມາກຜົນອັນດີ ດ້ວຍຄວາມທະນົງໃຈ.
@ວິມາລາວດອກບົວແກ້ວ